Department of Agriculture Extension and Cooperatives

ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ຮ່ວມມືກັບ ສະຫະພັນ ສະຫະກອນ ສິນເຊື່ອຊຸມຊົນ ສ ເກົາຫຼີ (KFCC) ໄດ້ລົງຈັດຕັ້ງເຜີຍແຜ່ບົດຮຽນການສ້າງຕັ້ງກອງທຶນອອມຊັບແຊມາອຶລກຶມໂກ ຂອງ ສ ເກົາຫລີ ໃຫ້ກັບກຸ່ມບ້ານເປົ້າໝາຍໂຄງການເພື່ອການສ້າງລາຍຮັບໃຫ້ກັບຊົນນະບົດ ໃນເຂດພາກເໜືອ ແລະ ພາກກາງ ສປປ ລາວ.

ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ຮ່ວມມືກັບ ສະຫະພັນ ສະຫະກອນ ສິນເຊື່ອຊຸມຊົນ ສ ເກົາຫຼີ (KFCC) ແລະ ໂຄງການເພື່ອການສ້າງລາຍຮັບໃຫ້ກັບຊົນນະບົດ ໃນເຂດພາກເໜືອ ແລະ ພາກກາງ ສປປ ລາວ,  ທີ່ໃຫ້ທຶນໂດຍ ອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ໄດ້ລົງຈັດຕັ້ງເຜີຍແຜ່ບົດຮຽນການສ້າງຕັ້ງກອງທຶນອອມຊັບແຊມາອຶລກຶມໂກ ຂອງ ສ ເກົາຫລີ ໃຫ້ກັບກຸ່ມບ້ານເປົ້າໝາຍໂຄງການເພື່ອການສ້າງລາຍຮັບໃຫ້ກັບຊົນນະບົດ ໃນເຂດພາກເໜືອ ແລະ ພາກກາງ ສປປ ລາວ.

ຈຸດປະສົງໃນການຈັດຕັ້ງເຜີຍແຜ່ບົດຮຽນໃນຄັ້ງນີ້ ແມ່ນເພື່ອໃຫ້ຊາວບ້ານຮັບຮູ້ເຖີງແນວຄວາມຄິດ; ຄວາມສຳຄັນ-ຄວາມຈຳເປັນ ແລະ ຫລັກການໃນການສ້າງຕັ້ງກອງທຶນອອມຊັບແຊມາອຶລກຶມໂກ ລວມທັງເປັນການສົ່ງເສີມໃຫ້ຊາວບ້ານໄດ້ເຂົ້າເຖີງແຫລ່ງທຶນ ເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າ ໂດຍການສ້າງຕັ້ງເປັນກອງທຶນອອມຊັບພາຍໃນບ້ານ ຫລື ຊຸມຊົນ.

ບົດຮຽນທີ່ນໍາມາຈັດຕັ້ງເຜີຍແຜ່ໃນຄັ້ງນີ້ປະກອບມີ: 1) ປະຫວັດຄວາມເປັນມາຂອງກອງທຶນອອມຊັບແຊມາອຶລກຶມໂກ; 2) ຫລັກການສ້າງຕັ້ງກອງທຶນອອມຊັບແຊມາອຶລກຶມໂກ; 3) ກໍລະນີສຶກສາ ຜົນສຳເລັດໃນການສ້າງຕັ້ງກອງທຶນອອມຊັບແຊມາອຶລກຶມໂກ ຢູ່ ສ ເກົາຫລີ; 4) ຄວາມໝາຍ ແລະ ຄວາມສໍາຄັນໃນການທ້ອນ/ອອມເງີນ ແລະ 5) ຄວາມໝາຍ ແລະ ຄວາມສຳຄັນ ຂອງເງີນກູ້.

ໃນການລົງເຮັດວຽກຄັ້ງນີ້ ແມ່ນປະກອບດ້ວຍຄະນະທີມງານ ທີ່ຮັບຜິຊອບວຽກສົ່ງເສີມການສ້າງຕັ້ງກອງທຶນໃນຮູບແບບ ແຊມາອຶລກຶມໂກ ຂອງ ສ ເກົາຫລີ ຂັ້ນສູນກາງ 8 ທ່ານ; ຂັ້ນແຂວງ 6 ທ່ານ; ຂັ້ນເມືອງ 7 ທ່ານ ແລະ ຊາວບ້ານຈາກ 14 ບ້ານເປົ້າໝາຍ ເຂົ້າຮ່ວມຮັບຟັງການຈັດຕັ້ງເຜີຍແຜ່ບົດຮຽນການສ້າງຕັ້ງກອງທຶນອອມຊັບແຊມາອຶລກຶມໂກ ຂອງ ສ ເກົາຫລີ ໃນຄັ້ງນີ້ທັງໝົດປະມານ 300 ກວ່າຄົນ.

ແຂວງ ວຽງຈັນ ຄື: ເມືອງກາສີ ( ບ້ານນາຊາຍຂາວ ແລະ ບ້ານໂພນສີດາ ) ແລະ ເມືອງ ແມດ ( ບ້ານນໍ້າພັນ ແລະ ບ້ານມ່ວງໄຂ່ )ໃນລະຫວ່າງ ວັນທີ 2-9 ເມສາ 2023.

ບ້ານນໍ້າແພນ

ບ້ານເມືອງຄີ

ບ້ານຜາເມືອງ

ແຂວງ ບລິຄຳໄຊ ຄື: ເມືອງ ບໍລິຄັນ ( ບ້ານຜາເມືອງ ແລະ ບ້ານດົງ ); ເມືອງ ວຽງທອງ ( ບ້ານຈອມທອງ ແລະ ບ້ານ ໂພນດູ) ແລະ ເມືອງ ຄຳເກີດ ( ບ້ານ ທົ່ງແສນ ແລະ ບ້ານປຸ່ງພະທາວ) ໃນລະຫວ່າງ ວັນທີ 2-12 ເມສາ 2023.

ບ້ານດົງ

ບ້ານຈອມທອງ

ບ້ານໂພນດູ

ບ້ານທົ່ງແສນ

ບ້ານປຸງປ່າຕາວ

ບ້ານພັ້ນ

ແຂວງ ຊຽງຂວາງ ຄື: ເມືອງແປກ ( ບ້ານພັ້ນ ແລະ ບ້ານຄາຍ) ແລະ ເມືອງຄຳ ( ບ້ານໂພສີ ແລະ ບ້ານ ພູເມືອງ) ໃນລະຫວ່າງ ວັນທີ 23-29 ເມສາ 2023.

ບ້ານຄາຍ

ບ້ານໂພສີ

ບ້ານພູເມືອງ

ຂຽນໂດຍ: ນ. ຄໍາຫຼ້າ ໄຊຍະແພງ

                       ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ