ພະແນກສົ່ງເສີມເຕັກນິກການຜະລິດ ແລະ ກົນຈັກກະສິກຳ
ພະແນກສົ່ງເສີມເຕັກນິກການຜະລິດ ແລະ ກົນຈັກກະສິກຳ ມີໜ້າທີ່ ດັ່ງນີ້:
- ຜັນຂະຫຍາຍແຜນຍຸດທະສາດການພັດທະນາວຽກງານຂອງກົມ ມາເປັນແຜນການ ແລະ ໂຄງການລະ ອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
- ກຳນົດຫຼັກການ, ລະບຽບການ, ວິທີການ, ມາດຕະຖານດ້ານເຕັກນິກການນຳໃຊ້ກົນຈັກກະສິກຳ ເຂົ້າໃນການຜະລິດ ແລະ ວິທະຍາການຫຼັງເກັບກ່ຽວ ເພື່ອຫຼຸດຜ່ອນຕົ້ນທຶນ, ຍົກສະມັດຖະພາບ, ຄຸນນະພາບຂອງຜົນຜະລິດ ຕາມທິດກະສິກຳສະອາດ, ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ;
- ເກັບກໍາ, ຂຶ້ນບັນຊີ ຜູ້ນໍາໃຊ້ກົນຈັກກະສິກໍາ ເຂົ້າໃນການຜະລິດ, ສ້າງກົນໄກປະສານສົມທົບລະຫວ່າງລັດຜູ້ຜະລິດ ແລະ ຜູ້ປະກອບການ ເພື່ອເອື້ອອຳນວຍດ້ານວິຊາການ ແລະ ການສະໜອງ-ບໍລິການເຄື່ອງມື, ອຸປະກອນກົນຈັກກະສິກຳ
- ນຳໃຊ້ກົນຈັກກະສິກຳເຂົ້າໃນ ນະວັດຕະກຳຫຼັງການເກັບກ່ຽວ ແລະ ຈັດການສິ່ງເສດເຫຼືອຈາກເຂົ້າ, ສາລີ, ມັນຕົ້ນ, ກາເຟ ເພື່ອຫຼິກລຽ້ງການຈູດ, ຫຼຸດຜ່ອນມົນລະພິດທາງອາກາດ, ຮັກສາສີ່ງແວດລ້ວມ;
- ນຳໃຊ້ສິ່ງເສດເຫຼືອຈາກພືດກະສິກຳ ໃຫ້ເປັນຕ່ອງໂສ້ ແລະ ວົງຈອນການຜະລິດ, ການປູກເຫັດ, ເຮັດອາ ຫານສັດ, ເຮັດຝຸ່ນບົ່ມຊິວະພາບ.
- ສ້າງກົນໄກປະສານສົມທົບລະຫວ່າງລັດ, ບັນດາໂຮງຮຽນວິທະຍາໄລວິຊາຊິບ, ສູນພັດທະນາສີມືແຮງງານວິຊາຊິບກົນຈັກກະສິກຳ, ຜູ້ປະກອບການຮ້ານຄ້າກົນຈັກກະສິກຳ-ຮ້ານຈຳໜ່າຍອຸປະກອນກະສິກຳ ເພື່ອຄົ້ນຄິດຜະລິດອຸປະກອນ, ເຄື່ອງມື ກົນຈັກກະສິກຳ ສາມາດນຳໃຊ້ເຂົ້າໃນການຜະລິດທີ່ປັບຕົວກັບສະພາບການປ່ຽນແປງດິນຟ້າອາກາດ;
- ສ້າງປຶ້ມຄູ່ມື, ຂໍ້ແນະນໍາ, ວິດີໂອ ກ່ຽວກັບການຄຸ້ມຄອງ-ນຳໃຊ້ ກົນຈັກກະສິກຳ, ເຕັກນິກການປູກພືດ, ການລ້ຽງສັດ ແລະ ສັດນໍ້າ ໃຫ້ເປັນລະບົບ ແທດເໝາະກັບສະພາບການປ່ຽນແປງດິນຟ້າອາກາດໃນປະຈຸບັນ ແລະ ເຜີຍແຜ່ອອກສູ່ວົງກວ້າງ;
- ຝຶກອົບຮົມ ແລະ ໃຫ້ຄຳແນະນຳ ກ່ຽວກັບທັກສະກະສິກຳສະໄໝໃໝ່ເຕັກນິກກະເສດສຸມ, ກະສິກຳທີ່ດີ, ກະສິກຳອິນຊີ ແລະ ການຄຸ້ມຄອງນຳໃຊ້ກົນຈັກກະສິກຳ ໃຫ້ແກ່ພະນັກງານສົ່ງເສີມ ຂັ້ນແຂວງ, ເມືອງ, ສູນບໍລິການເຕັກນິກ, ສະຖານີບໍລິການເຕັກນິກກະສິກຳ, ຊາວກະສິກອນ ແລະ ຜູ້ປະກອບການ ໃນຂອບເຂດທົ່ວປະເທດ;
- ເຮັດສາທິດ, ທັດສະນະສືກສາ ເຕັກນິກການປູກ, ການລ້ຽງ, ການນຳໃຊ້ກົນຈັກກະສິກຳ ໂດຍນໍາໃຊ້ ເຕັກໂນໂລຊີ, ນະວັດຕະກໍາທີ່ສອດຄ່ອງກັບສະພາບການປ່ຽນແປງດິນຟ້າອາກາດ, ພະລັງງານທາງເລືອກ, ເຮືອນຮົ່ມ, ການນໍາໃຊ້ລະບົບນໍ້າທີ່ແທດເໝາະ ແລະ ພື້ນທີ່ຜະລິດນ້ອຍ ໃຫ້ມີຜົນຕອບແທນດ້ານເສດຖະ ກິດສູງ;
- ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ;
- ຄົ້ນຄວ້າ, ເກັບກຳຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານສົ່ງເສີມເຕັກນິກການຜະລິດ ແລະ ກົນຈັກກະສິກຳ ປະຈຳເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປະຈຳປີ, ກາງສະໄໝ ແລະ 5 ປີ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ;
- ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ການມອບໝາຍ ຂອງຂັ້ນເທິງ.

