Department of Agriculture Extension and Cooperatives

ພະແນກ ຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

ໜ້າທີ່

  1. ຜັນຂະຫຍາຍແຜນຍຸດທະສາດການພັດທະນາ ວຽກສົ່ງເສີມກະສິກໍາ ແລະ ສະຫະກອນ ຂອງກົມ ເປັນແຜນ ການ ແລະ ໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າ​ທີ່​ຂອງ​ຕົນໃຫ້ປະກົດຜົນເປັນຈິງ;
  2. ເກັບ​ກຳ, ສັງ​ລວມ ບັນດາ​ບົດຮຽນ​​ດີ​ເດັ່ນໃນ​ການຜະລິດ, ການດໍາເນີນທຸລະກິດກະສິກຳ ຂອງຜູ້ປະກອບການ, ​ຟາ​ມ, ຄອບຄົວ, ກຸ່ມ ແລະ ສະຫະກອນ ​ຕົວ​ແບບ ເພື່ອ​ສ້າງ​ເປັນ​ຄັງ​ຄວາມ​ຮູ້, ຂໍ້​ມູນຂ່າວສານ ພ້ອມທັງ​ສ້າງ​ເປັນຕາ​ໜ່າງການສົ່ງ​ເສີມ ແລະ​  ການກະຈາຍ​ບົດຮຽນອອກ​ສູ່​ວົງກວ້າງ;
  3. ສ້າງຖານຂໍ້ມູນຂ່າວສານການສົ່ງເສີມໃນຮູບແບບຄູ່ມື, ວາລະສານ, ແຜ່ນພັບ, ໂພສເຕີ ແລະ ສື່ດີຈີຕ໋ອນ ເພື່ອໂຄສະນາເຜີຍແຜ່ ໃຫ້ທົ່ວເຖິງ ແລະ ກວ້າງຂວາງ;
  4. ອອກແບບຫຼັກສູດ ແລະ ສ້າງຄູຝຶກດ້ານການສົ່ງເສີມບໍລິການເຕັກນິກ ໃຫ້ແກ່ພະນັກງານຂອງກົມ, ສູນ, ສະຖານນີບໍລິການເຕັກນິກ ແລະ ວິຊາການບ້ານ ພ້ອມທັງປະສານງານກັບບັນດາກົມວິຊາການທີ່ກ່ຽວຂ້ອງ ເພື່ອໃຫ້ມີເຄືອຂ່າຍການສະໜອງ, ຖ່າຍທອດຄວາມຮູ້ວິຊາການສະເພາະດ້ານກ່ຽວກັບ ການປູກ, ການລ້ຽງ, ປຸງແຕ່ງ, ການສ້າງແຜນທຸລະກິດກະສິກໍາ, ການຕະຫຼາດ ແລະ ການຈັດຕັ້ງກໍາລັງການຜະລິດ;
  5. ສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານສົ່ງເສີມກະສິກໍາ, ສູນ, ສະຖານີບໍລິການເຕັກນິກ, ອົງການຈັດຕັ້ງຊາວກະສິກອນ ແລະ ຜູ້ປະກອບກິດຈະການທຸລະກິດກະສິກໍາໄວໜຸ່ມ ດ້ວຍການຝຶກອົບຮົມ, ທັດສະນະສຶກ ສາ, ແລກປ່ຽນບົດຮຽນ, ການປະຕິບັດຕົວຈິງ ແລະ ການສ້າງເຄືອຂ່າຍ ລະຫວ່າງ ສູນ, ສະຖານີບໍລິການເຕັກນິກກະສິກໍາ;
  6. ສົ່ງເສີມການຄັດແຍກ, ຈັດເກຣດ, ຫຸ້ມຫໍ່ ແລະ ການສ້າງຜະລິດຕະພັນເອກະລັກຂອງທ້ອງຖິ່ນ ໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫຼາດ; ຊຸກຍູ້ການຜະລິດເປັນສິນຄ້າໃນຮູບແບບສັນຍາທີ່ເປັນທໍາ ລວມທັງສ້າງເງື່ອນໄຂເອື້ອອຳນວຍການສ້າງຍີ່ຫໍ້ກາໝາຍສິນຄ້າກະສິກຳ;
  7. ສ້າງກົນໄກເຊື່ອມໂຍງການຕະຫຼາດ, ການຮ່ວມສໍາພັນເສດຖະກິດ ດ້ວຍການກໍານົດຫຼັກການ, ລະບຽບການ, ສ້າງຄູ່ມື ແລະ ຂໍ້ແນະນໍາ ເພື່ອເອື້ອອໍານວຍໃຫ້ຫົວໜ່ວຍການຜະລິດ, ກຸ່ມ, ສະຫະກອນ, ຟາມ, ເຄືອຂ່າຍຊາວກະສິກອນ ແລະ ຜູ້ປະກອບການ ຈັດຕັ້ງປະຕິບັດແຜນທຸລະກິດ ໄດ້ຢ່າງຄ່ອງຕົວ;
  8. ສ້າງກົນໄກພົບປະແລກປ່ຽນບົດຮຽນ ລະຫວ່າງຜູ້ຜະລິດ, ຜູ້ປະກອບການ ແລະ ນັກວິຊາການ ດ້ວຍການຈັດງານ ວາງສະແດງສິນຄ້າ, ການປະກວດຜະລິດຕະພັນ ແລະ ການສໍາມະນາວິຊາການ ໃຫ້ກວ້າງຂວາງ;
  9. ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອທາງດ້ານງົບປະມານ ແລະ ເຕັກນິກວິຊາການ ບົນພື້ນຖານການຕົກລົງເຫັນດີຂອງກົມ;
  10. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງກົມ.
ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ