Department of Agriculture Extension and Cooperatives

Monthly Archives: June 2022

ການລາຍງານສະພາບການຈັດຕັ້ງປະຕິບັດວຽກງານທົດລອງສ້າງຕັ້ງກຸ່ມອອມຊັບ ຂອງສະຫະພັນສະຫະກອນສິນເຊື່ອຊຸມຊົນ ຫຼື (ແຊມາອືລ ກຶມໂກ) ສ. ເກົາຫຼີ

ໃນຕອນບ່າຍວັນທີ 08 ມິຖຸນາ 2022 ກົມສົ່ງເສິມກະສິກໍາ ແລະ ສະຫະກອນ ນໍາພາທິມງານ ສະຫະພັນ ສະຫະກອນ ສິນເຊື່ອຊຸມຊົນ(ແຊມາອືລ ກຶມໂກ) ສ. ເກົາຫຼີ ເຂົ້າພົບປະ ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ເຊິ່ງທ່ານປະທານ ປອ. ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ກ່າວຕອນຮັບ ທ່ານ ຫວູຈ໋ອງ ຊິມ ຫົວໜ້າພະແນກຮ່ວມມືສາກົນ, ສະຫະພັນ ສະຫະກອນ ສິນເຊື່ອຊຸມຊົນ (ແຊມາອືລ ກຶມໂກ), ພ້ອມດ້ວຍທິມງານຢ່າງອົບອຸ່ນ. Continue reading

ກອງປະຊຸມ ຄະນະຊີ້ນຳໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສີ່ງແວດລ້ອມ ( ຄສກສ )

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສີ່ງແວດລ້ອມ ຫຼື ( ຄສກສ ) ເປັນໂຄງການໜື່ງທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ ( ADB ) ເພື່ອມາຊ່ວຍສະໜັບໜູນການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາກະສິກໍາ ແລະ ປ່າໄມ້ ຂອງລັດຖະບານແຫ່ງ ສປປ ລາວແຕ່ນີ້ ຫາ 2025 ວິໃສທັດ 2030 ແລະ ເປັນໂຄງການນື່ງທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນ ສປປ ລາວ, ພ້ອມນີ້ຍັງກາຍເປັນແຜນຫຼັກຂອງຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການພັດທະນາລະບົບຕ່ອງໂສ້ການຜະລິດສ້າງມູນຄ່າເພີ່ມ ແລະ ປັບປຸງເຕັກນິກການຜະລິດ, ແນວພັນພືດທີ່ສາມາດທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເປັນມິດຕໍ່ສີ່ງແວດລ້ອມ. Continue reading

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ