ສູນສາທິດເຕັກນິກກະສິກຳ​ໜອງແຫ້ວ (ນະຄອນຫຼວງວຽງຈັນ)

ສູນສາທິດເຕັກນິກກະ​ສິ​ກຳ ມີໜ້າທີ່ ດັ່ງນີ້:

  1. ຜັນຂະຫຍາຍແຜນຍຸດທະສາດການພັດທະນາວຽກງານຂອງກົມ ມາເປັນແຜນການ ແລະ ໂຄງການລະ ອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
  2. ສົ່ງເສີມ​ການນຳ​ໃຊ້​ຜົນສຳ​ເລັດ​​ທາງ​ດ້ານ​ວິທະຍາສາດ, ອຸປະກອນກົນຈັກກະສິກຳ, ວິທີການກະ​ເສດ​ສຸມ​ ແລະ ແບບປະສົມປະສານ ​ເພື່ອຍົກ​ສະມັດຖະ​ພາບ​, ຄຸນ​ນະພາ​ບຂອງຜົນ ເປັນຜະລິດສິນຄ້າ ແລະ ມີໂພຊະນາການ ຕາມ​ຫຼັກການກະສິກໍາ​ສະອາດ, ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ;
  3. ຝຶກອົບຮົມເຕັກນິກການປູກພືດ, ຜະລິດແນວພັນລຸ້ນເຂົ້າລຸ້ນສາມ, ຜະລິດເຊື້ອເຫັດ ແລະ ປູກເຫັດ; ການອົບ, ຕາກ, ຄັດແຍກ, ຈັດເກຣດ, ຫຸ້ມຫໍ່ ເພື່ອສ້າງມູນຄ່າເພີ່ມ ແລະ ການຕະຫຼາດ ໃຫ້ແກ່ຊາວກະສິກອນກຸ່ມຜູ້ຜະລິດ, ກຸ່ມປຸງແຕ່ງ ແລະ ຜູ້ປະກອບການທຸລະກິດກະສິກໍາ ລວມທັງຮ່ວມຈັດງານວາງສະແດງສິນຄ້າກະສິກໍາ ແລະ ການນຳໃຊ້ກົນຈັກກະສິກຳ ເຂົ້າໃນການຜະລິດແນວພັນເຂົ້າລຸ້ນສາມ​;
  4. ສາທິດ ການຜະລິດແນວພັນເຂົ້າລຸ້ນສາມ, ການປູກພືດ, ຜະລິດເຊື້ອເຫັດ, ການປູກເຫັດ; ການຜະລິດຝຸ່ນບົ່ມຊີວະພາບ, ການອົບ, ຕາກ, ຄັດແຍກ, ຈັດເກຣດ, ຫຸ້ມຫໍ່ ເພື່ອສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນກະສິກຳ;
  5. ສາທິດ ການນຳໃຊ້ກົນຈັກເຂົ້າໃນການຜະລິດແນວພັນເຂົ້າລຸ້ນສາມ, ການປູກພືດ, ເພື່ອລຸດຜ່ອນແຮງງານ ແລະ ຕົ້ນທຶນການຜະລິດ;
  6. ຜະລິດແນວພັນເຂົ້າລຸ້ນສາມ, ຜະລິດເຊຶື້ອເຫັດ, ຜະລິດເຫັດ ແລະ ຝຸ່ນບົ່ມຊີວະພາບ ພ້ອມທັງຊຸກຍູ້ສົ່ງ ເສີມການຜະລິດ ແລະ ນໍາໃຊ້ແນວພັນດັ່ງກ່າວໃຫ້ກວ້າງຂວາງ ເພື່ອຕອບສະໜອງແນວພັນໃຫ້ແກ່ການຜະລິດສິນຄ້າຮັບໃຊ້ພາຍໃນທົດແທນການນໍາເຂົ້າ ແລະ ຜະລິດສິນຄ້າທີ່ມີຕະຫຼາດ ມີສັນຍາແລ້ວເພື່ອສົ່ງອອກ ດ້ວຍການປະສານສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ບັນດາຫ້ອງ ການກະສິກໍາ ແລະ ປ່າໄມ້ ນະຄອນ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ; ເພື່ອຂະຫຍາຍຕາໜ່າງການຜະ    ລິດແນວພັນ ຂອງຄອບຄົວ, ຟາມ, ຫົວໜ່ວຍທຸລະກິດ, ກຸ່ມ ແລະ ສະຫະກອນ ໃຫ້ຖືກຕ້ອງຕາມຂະ ບວນການ, ຂັ້ນຕອນດ້ານວິຊາການ ແລະ ມີຕາໜ່າງການກວດສອບ ແລະ ຢັ້ງຢືນຄຸນນະພາບແນວພັນ;
  7. ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ປະກອບການທຸລະກິດກະສິກຳ ເຮັດການສາທິດການຜະລິດແນວພັນເຂົ້າລຸ້ນສາມ, ການປູກພືດ, ການຜະລິດເຊື້ອເຫັດ, ການປູກເຫັດ, ການນຳໃຊ້ປັດໃຈການຜະລິດ ເຂົ້າໃນການຜະລິດກະສິກຳ ເພື່ອຍົກສະມັດຕະພາບຂອງຜົນຜະລິດ ແລະ ການນຳໃຊ້ກົນຈັກກະສິກຳ;
  8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອວາງແຜນການຜະລິດ ຮ່ວມກັບກຸ່ມ, ສະຫະກອນ ແລະ ຜູ້ປະກອບການ ໃຫ້ເຂົ້າເຖິງແຫຼ່ງທຶນ, ສິນເຊື່ອ, ປັດໄຈການຜະລິດ, ເເນະນໍາເຕັກນິກວິຊາການ ແລະ ການເຂົ້າເຖິງຕະຫຼາດ ໃຫ້ແກ່ຊາວກະສິກອນ, ກຸ່ມ ແລະ ສະຫະກອນ;
  9. ຕິດຕາມ, ເກັບກໍາຂໍ້ມູນ, ປະເມີນຜົນ ຜົນຂອງການສາທິດ ແລະ ສັງລວມບັນດາບົດຮຽນດີເດັ່ນ ໃນການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດ ເພື່ອເປັນຖານຂໍ້ມູນ ແລະ ບ່ອນອີງໃນການວາງແຜນການສົ່ງ ເສີມ ແລະ ກະຈາຍບົດຮຽນອອກສູ່ວົງກວ້າງ;
  10. ສ້າງແຜນງົບປະມານ, ກິດຈະກໍາ ແລະ ສະຫຼຸບລາຍງານຢ່າງເປັນປົກກະຕິ; ນໍາສະເໜີຂໍອະນຸມັດໂຄງການ, ງົບປະມານຂອງລັດ ແລະ ແຫຼ່ງທຶນອື່ນໆ ພ້ອມທັງຄຸ້ມຄອງນໍາໃຊ້ຊັບສິນ, ງົບປະມານ, ຊັບພະຍາກອນ ຂອງສູນ ໃຫ້ມີປະສິດທິພາບ​, ໂປ່ງໃສ ແລະ ສາມາດກວດສອບໄດ້;
  11. ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ;
  12. ຄົ້ນຄວ້າ, ເກັບກຳຂໍ້ມູນ, ສັງລວມ, ສະຫຼຸບລາຍງານວຽກງານສາທິດເຕັກນິກກະ​ສິ​ກຳ ປະຈຳເດືອນ, 3 ເດືອນ6 ເດືອນ, 9 ເດືອນ, ປະຈຳປີ, ກາງສະໄໝ ແລະ 5 ປີ ໃຫ້ຖືກຕ້ອງ, ຄົບຖ້ວນ, ເປັນປົກກະຕິ ແລະ ທັນເວລາ;
  13. ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ການມອບໝາຍ ຂອງຂັ້ນເທິງ.
Translate:
ບັນດາຖານຂໍ້ມູນ





ຂ່າວໃໝ່

ເອກະສານ


MAF Copyright 2016-2026. All Rights Reserved

Management by: Department of Agriculture Extension and Cooperatives (DAEC)

TEL: (+856) 21 732 072, Website: daec.maf.gov.la