Department of Agriculture Extension and Cooperatives

ພະແນກ ບໍລິຫານ ແລະ ແຜນການ

ໜ້າທີ່ 

  1. ຜັນຂະຫຍາຍແຜນຍຸດທະສາດການພັດທະນາວຽກສົ່ງເສີມກະສິກໍາ ແລະ ສະຫະກອນຂອງກົມ ເປັນແຜນ ການ ແລະ ໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
  2. ປະສານສົມທົບ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງຄະນະກົມ, ບັນດາພະແນກການ, ສູນ ແລະ ບັນດາໂຄງການຕ່າງໆ ອ້ອມຂ້າງກົມ;
  3. ຄົ້ນຄວ້າ, ກຳນົດຕຳແໜ່ງງານ ແລະ ຈຳນວນພະນັກງານ-ລັດຖະກອນ ເພື່ອປະກອບເຂົ້າກົງຈັກການຈັດ ຕັ້ງຂອງບັນດາພະແນກ, ສູນ ອ້ອມຂ້າງກົມ;
  4. ຂຶ້ນແຜນການກໍ່ສ້າງ, ບຳລຸງ, ຍົກລະດັບ, ຄຸ້ມຄອງ, ຕິດຕາມກວດກາ, ປະເມີນຜົນ ແລະ ສະເໜີບັນຈຸ, ຍົກຍ້າຍ, ສັບຊ້ອນ, ເລື່ອນຊັ້ນ-ຂັ້ນເງິນເດືອນ; ສະເໜີການປະຕິບັດນະໂຍບາຍ ແລະ ລົງວິໄນ ຕໍ່ພະນັກ ງານລັດຖະກອນ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້;
  5. ຂຶ້ນບັນຊີຊັບສິນ ປະເພດທີ່ດິນ, ສິ່ງປຸກສ້າງ, ພາຫະນະ, ອຸປະກອນເຄື່ອງມືຮັບໃຊ້ ເຂົ້າໃນຖານຂໍ້ມູນພ້ອມທັງສ້າງແຜນ ຈັດສັນດຸ່ນດ່ຽງ, ຄຸ້ມຄອງ-ນຳໃຊ້, ບຳລຸງຮັກສາ ແລະ ນຳສະເໜີຍຸບ, ສະສາງຊັບສິນ ທີ່ຂຶ້ນກັບກົມ ຕາມລະບຽບກົດໝາຍ;
  6. ຄຸ້ມຄອງ ຕາປະທັບ, ເອກະສານຂາເຂົ້າ-ຂາອອກ, ຈໍລະຈອນ ແລະ ສໍາເນົາເອກະສານ; ປະຕິບັດວຽກງານພິທີການ, ເລຂານຸການ, ປ້ອງກັນຄວາມສະຫງົບ, ຄວາມປອດໄພ, ຮັກສາຄວາມສະອາດ, ຄວາມເປັນລະ ບຽບຮຽບຮ້ອຍ ພ້ອມທັງອຳນວຍຄວາມສະດວກ ໃນການ​ປະສານ​ສົມທົບ​ກັບບັນດາພະ​ແນກ, ສູນ ​ແລະ ​ໂຄງການ​ອ້ອມ​ຂ້າງ​ກົມ;
  7. ເຊື່ອມສານວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ເຂົ້າໃນວຽກງານສົ່ງເສີມເຕັກນິກກະສິ ກຳ ແລະ ສະຫະກອນ ໃນທຸກລະດັບ ແຕ່ສູນກາງລົງຮອດທ້ອງຖິ່ນ;
  8. ຄົ້ນຄວ້າ ຮ່າງນິຕິກໍາ, ສ້າງແຜນການ, ແຜນງົບປະມານ, ໂຄງການເຄື່ອນໄຫວ ແລະ ສະຫຼຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກົມຢ່າງເປັນປົກກະຕິ ພ້ອມທັງສັງລວມຂໍ້ມູນ, ສະຖິຕິທີ່ກ່ຽວ ຂ້ອງ ກັບການວາງແຜນພັດທະນາວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນ ໃນຂອບເຂດທົ່ວປະເທດ;
  9. ຄຸ້ມຄອງການນໍາໃຊ້ງົບປະມານ ການລົງທຶນຂອງລັດ ແລະ ໂຄງການຮ່ວມມືສາກົນ ທີ່ຂຶ້ນກັບຄວາມຮັບ ຜິດຊອບຂອງກົມ; ຕິດຕາມປະເມີນຜົນ ການຈັດຕັ້ງປະຕິບັດແຜນການ ແລະ ງົບປະມານ ໃຫ້ເປັນລະບົບ;
  10. ຄຸ້ມຄອງລະບົບບັນຊີ-ການເງິນ, ຄັງເງິນສົດ, ຄິດໄລ່ເງິນເດືອນ,​ ເງິນນະໂຍບາຍ, ກວດກາແຜນກິດຈະກໍາຍ່ອຍ ຂອງບັນດາໂຄງການ ພ້ອມທັງສະຫຼຸບໃຫ້ຖືກຕ້ອງຕາມລະບຽບການ;
  11. ປະສານ​ງານ, ຮ່ວມ​ມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອທາງດ້ານງົບປະມານ ແລະ ເຕັກນິກວິຊາການ ພ້ອມທັງສະຫຼຸບສັງລວມ ການຈັດຕັ້ງປະຕິບັດ ຂອງບັນດາໂຄງການຮ່ວມມືສາກົນ ບົນພື້ນຖານການຕົກລົງເຫັນດີຂອງກົມ;
  12. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງກົມ.

 

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ