Department of Agriculture Extension and Cooperatives

ສະຫະພັນແມ່ຍິງ ຮາກຖານ ກົມສົ່ງເສີມກະສິກໍາ ແລະ ສະຫະກອນໄດ້ຮັບຊຸດກິລາ ແລະ ເຄື່ອງດື່ມຈາກ ບໍລິສັດ ຄິງເບເວີເລດ ຈໍາກັດ

ເພື່ອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫ່ຍສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ທິດທາງແຜນການປີ 2023 ແລະ ວັນສ້າງຕັ້ງວັນແມ່ຍິງສາກົນ ຄົບຮອບ 113 ປີ ( 8/3/1910 ຫາ 8/3/2023) ໃຫ້ເປັນຂະບວນການຟົດຟືນ ແລະ ມີຄວາມໝາຍຄວາມສໍາຄັນທາງເນື້ອໃນ. ບໍລິສັດ ຄິງເບເວີເລດ ຈໍາກັດ ຜູ້ຜະລິດເຄື່ອງດື່ມຊູກໍາລັງ ເເມັກຄິງ ແລະ ເຄື່ອງດື່ມເກືອແຮ່ ໂກສປອດ ໄດ້ມອບເຄື່ອງ ໃຫ້ກົມສົ່ງເສີມກະສິກໍາ ແລະ ສະຫະກອນໂດຍແບ່ງເປັນ 2 ຄັ້ງ ດັ່ງນີ້:

 

  • ຄັ້ງທີ 1 : ໃນວັນທີ 27/01/2023
  • ໄດ້ມອບຊຸດກິລາ ບານເຕະ ຊາຍ-ຍິງ ຈໍານວນ 23 ຊຸດ ມູນຄ່າ 1.080.000 ກີບ
  • ຄັ້ງທີ 2 : ໃນວັນທີ 02/03/2023
  • ໄດ້ມອບເສື້ອໂປໂລ ຈຳນວນ 65 ຜືນ ມູນຄ່າ 4.745.000 ກີບ
  • ເຄື່ອງດື່ມຊູກຳລັງ ເເມັກຄິງ 2 ແກັດ ມູນຄ່າ 360.000 ກີບ
  • ເຄື່ອງດື່ມເກືອແຮ່ ໂກສປອດ 10 ແກັດ ມູນຄ່າ 1.100.000 ກີບ ລວມມູນຄ່າຄັ້ງທີ 2 : 6.205.000 ກີບ.

ລວມມູນຄ່າຄັ້ງທີ 1 ແລະ 2 ແມ່ນ 7.285.000 ກີບ ( ເຈັດລ້ານສອງແສນແປດສິບຫ້າພັນກີບ )

    ໃນພິທີມອບ-ຮັບເຄື່ອງໃນຄັ້ງນີ້ໂດຍແມ່ນ ທ່ານ ອານັນ ເກດສຸລິຍົງ ຮອງປະທານບໍລິສັດ ຄິງເບເວີເລດ ຈໍາກັດ ເປັນຜູ້ກ່າວມອບ ແລະ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ເປັນຜູ້ກ່າວຮັບເຄື່ອງໃນຄັ້ງນີ້, ໂດຍມີສັກຂີພິຍານຈາກຫົວໜ້າພະແນກ ແລະ 3 ອົງການຈັດຕັ້ງມະຫາຊົນພາຍໃນກົມສົ່ງເສີມກະສິກໍາ ແລະ ສະຫະກອນເຂົ້າຮ່ວມ.

ຂຽນໂດຍ ອາມຸດ ແສນທອນ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ