Department of Agriculture Extension and Cooperatives

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການໄລຍະ 2 ‘‘ໂຄງການພັດທະນາເສດຖະກິດທີ່ຍືນຍົງໂດຍຜ່ານລະບົບສະຫະກອນ’’ ລະຫວ່າງ ກົມສ່ົ່ງເສິມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ກັບ ອົງການສະຫະພັນສະຫະກອນ ປະເທດເຢຍລະມັນ ແລະ ໄຣໄປເຊັນ (DGRV) ປະຈໍາ ສປປ ລາວ.

ເພື່ອປະຕິບັດຕາມ ຂໍ້ຕົກລົງ ຂອງກະຊວງການຕ່າງປະເທດ ວ່າດ້ວຍການຮັບຮອງເອົາການຊ່ວຍເຫຼືອຈາກອົງການສະຫະພັນສະຫະກອນ ແລະ ໄຣໄຟເຊັນແຫ່ງປະເທດເຢຍລະມັນ (DGRV) ສະບັບເລກທີ 0626/ຕປທ.ຈສກ, ລົງວັນທີ 07 ກຸມພາ 2024. ຕອນບ່າຍໃນເວລາຂອງວັນທີ 20 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມຂອງພະແນກຂໍ້ມູນຂ່າວການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຮ່ວມກັບ ອົງການສະຫະພັນສະຫະກອນປະເທດເຢຍລະມັນ ແລະ ໄຣໄຟເຊັນ (DGRV) ປະຈຳ ສປປ ລາວ ໄດ້ຈັດພິທີ ເຊັນບົດບົດທຶກຄວາມເຂົ້າໃຈ (MOU) ໂຄງການໄລຍະ 2 ພາຍໃຕ້ໂຄງການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່ຍືນ​ຍົງ​ໂດຍ​ຜ່ານ​ລະ​ບົບ​ສະ​ຫະ​ກອນ ຊຶ່ງໄລຍະໂຄງການເລິ່ມແຕ່ປີ 2024-2026 ໃນ​ງົບ​ປະ​ມານທັງໝົດ 325.000 ຢູໂຣ ( ສາມແສນຊາວຫ້າພັນຢູໂຣຖ້ວນ ) ໂດຍໄດ້ຮັບກຽດ ຮ່ວມລົງນາມ ບົດບັນທຶກຄວາມເຂົ້າໃຈໂຄງການດັ່ງກ່າວ ຂອງ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ມີຕ່າງໜ້າຈາກຫ້ອງການກະຊວງ, ກົມແຜນການ ແລະ ການຮ່ວມມື ບັນດາພະແນກອ້ອມຂ້າງກົມເຂົ້າຮ່ວມເປັນສັກຂີພິຍານໃນການລົງນາມດັ່ງກ່າວ. ຮ່ວມລົງນາມຝ່າຍອົງການໂດຍແມ່ນ ທ່ານ ນາງ Ms. Anja MUTHMANN  ຊ່ຽວຊານອົງການ DGRV ປະຈຳ ສປປ ລາວ ພ້ວມດ້ວຍພະນັກງານ ແລະ ຊ່ຽວຊານອົງການເຂົ້າຮ່ວມ, ໂຄງການດັ່ງກ່າວ ຕັ້ງຢູ່ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໂດຍແມ່ນພະແນກສົ່ງເສີມກຸ່ມ, ສະຫະກອນ ແລະ ກອງທຶນ ເປັນຄູ່ຮ່ວມງານໂດຍກົງໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ໂດຍກຳນົດຂອບເຂດເປົ້າໝາຍການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ໃນຂະແໜງກະສິກໍາ  ແລະ ປ່າໄມ້ ຂອບເຂດ 18 ແຂວງທົ່ວປະເທດ ໂດຍມີ 3 ຈຸດປະສົງຫຼັກໄດ້ແກ່: 1) ພັດທະນາລະບົບເສດຖະກິດຂອງສະຫະກອນໃຫ້ເຂັ້ມແຂງ, 2) ປັບປຸງລະບົບສະຫະກອນໃຫ້ຍືນຍົງ, 3) ສະໜັບສະໜູນສະຫະກອນໃນທ້ອງຖິ່ນໃຫ້ເຂັ້ມແຂງ. ໂຄງການດັ່ງກ່າວມີຄະນະຊີ້ນຳລວມ ແລະ ຄະນະຈັດຕັ້ງປະຕິບັດໂຄງການ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຢ່າງຖືກຕ້ອງຕາມລະບຽບຫຼັກການ ຂອງພັກ-ລັດ ຢ່າງເຂັ້ມງວດ.

ໃນພິທີ ການລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການດັ່ງກ່າວ ໄດ້ ສິ້ນສຸດລົງ ໃນວັນດຽວກັນ ໃນບັນຍາກາດທີ່ມີຄວາມໝາຍຄວາມສຳຄັນບວກກັບຄຳເຫັນ ແລະ ທິດຊີ້ນຳຂອງຫົວໜ້າກົມ,ຈາກຜູ້ແທນເຂົ້າຮ່ວມຂອງທຸກຂະແໜງການທີ່ກ່ຽວຂ້ອງ ຕໍ່ການຈດຕັ້ງປະຕິບັດວຽກງານຂອງໂຄງການໃນຕໍ່ໜ້າ ຢ່າງຈົບງາມ.

ຂຽນໂດຍ: ນາງ ບົວທອງ ແກ້ວຫຼ້າ

 ພະແນກສົ່ງເສິມກຸ່ມ, ສະຫະກອນ ແລະ ກອງທຶນ

 

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ