Department of Agriculture Extension and Cooperatives

ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຈັດພິທີ ມອບ-ຮັບ ໜ້າທີ່ລະຫວ່າງຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່.

ເພື່ອປະຕິບັດຕາມດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ລັດຖະກອນອອກພັກການຮັບອຸດໜູນບໍານານ ສະບັບເລກທີ 352/ນຍ ລົງວັນທີ 6 ທັນວ່າ 2022, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະພັກຮາກຖານ, ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຂື້ນເປັນທາງການ ໃນວັນທີ 22 ມີນາ 2023 ທີ່ຜ່ານມາ  ໂດຍການໃຫ້ກຽດເປັນປະທານ ຂອງ ທ່ານ ກິແກ້ວ ສິງນາວົງ  ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າສູນ, ຮອງຫົວໜ້າສູນພັດທະນາກະສິກໍາ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ອຸລາພອນ ພົງສະຫວັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂື້ນອ່ານມະຕິຕົກລົງ ຂອງຄະນະປະຈໍາພັກກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການບົງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຈາກນັ້ນ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຜູ້ເກົ່າ ກໍ່ໄດ້ຂື້ນຜ່ານບົດບັນທຶກມອບ-ຮັບໜ້າທີ່ ແລະ ການຈັດຕັ້ງປະຕິບັດໜ້າທີ່ຊ່ວງທີ່ດຳລົງຕໍາແໜ່ງໃນໄລຍະຜ່ານມາ,  ຕໍ່ຈາກກນັ້ນ  ທ່ານ ກິແກ້ວ ສິງນາວົງ  ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກໍ່ໄດ້ໃຫ້ກຽດໂອ້ລົມ ໃຫ້ກັບຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ເວົ້າລວມກໍ່ວຽກງານສົ່ງເສີມກະສິກໍາ ແລະ ສະຫະກອນໃຫ້ຈັດຕັ້ງຜັນຂະຫຍາຍຕາມແຜນງານຍຸິທະສາດຂອງກະຊວງກະສິກໍາ ແລະ ປ່າໄມ້ ວາງໄວ້.

ຫຼັງຈາກນັ້ນ ທ່ານ ສົມພອນ ແກ້ວຫາວົງ ເລຂາຄະນະພັກຮາກຖານ, ຫົວໜ້າກົມຜູ້ໃໝ່ ກໍ່ໄດ້ຂື້ນກ່າວຮັບໜ້າທີ່ແລະ  ຄໍາໂອວາດຈາກຂັ້ນເທີງ, ໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ການນຳຂັ້ນກະຊວງ ທີ່ໄດ້ໃຫ້ໂອ້ລົມ, ໂອວາດຕໍ່ກອງປະຊຸມ, ຈະປະຕິບັດໜ້າທີ່ໃຫ້ມີຜົນສຳເລັດທຸກໜ້າທີ່ໆໄດ້ຖືກມອບໝາຍ, ສຶບຕໍ່ຊີ້ນຳ-ນໍາພາວຽກງານສົ່ງເສີມກະສິກໍຳໃຫ້ປະສົບຜົນສຳເລັດເປັນກ້າວໆ .

                                                                           ຂຽນ ແລະ ຖ່າຍພາບ : ອາມຸດ ແສນທອນ

ກວດແກ້ : ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

 

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ