Department of Agriculture Extension and Cooperatives

ການຈັດຝຶກອົບຮົມ ຫົວຂໍ້ ການເປັນຄູຝຶກອົບຮົມດ້ານສະຫະກອນ

ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໃຫ້ຄວາມສຳຄັນຕໍ່ກັບການພັດທະນາ ແລະ ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ສະເພາະດ້ານສະຫະກອນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານສະຫະກອນ ໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ຍື່ນຍົງ ແລະ ສາມາດເຊື່ອມໂຍງກັບສາກົນໄດ້. ໂດຍປະຕິບັດຕາມແຜນການເຄື່ອນໄຫວກິດຈະກຳຂອງໂຄງການພັດທະນາເສດຖະກິດທີ່ຢືນຍົງໂດຍຜ່ານລະບົບສະຫະກອນ ປະຈຳປີ 2024 ໃຫ້ສຳເລັດຜົນ. ດ້ວຍເຫດຜົນຄວາມຄວາມສຳຄັນດັ່ງກ່າວ ກົມສົ່ງເສີມກະສິກຳ ແລະ ສະຫະ ກອນ ກັບ ອົງການສະຫະພັນສະຫະກອນເຢຍລະມັນ ແລະ ໄຮໄປເຊັນ ປະຈຳລາວ (DGRV) ໄດ້ຮ່ວມກັນຈັດຝຶກອົບຮົມໃນຫົວຂໍ້: ການເປັນຄູຝຶກດ້ານສະຫະກອນ ໃຫ້ພະນັກງານກົມສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ຂະແໜງການທີ່ກ່ຽວຂ້ອງ ຢູ່ຫ້ອງປະຊຸມຂອງກົມສົ່ງເສີມກະສິກຳ ແລະ ສະຫະກອນ ໃນລະຫວ່າງວັນທີ 22-24 ເມສາ 2024. ຊຶ່ງການຈັດຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ເປີດ-ປີດ ບັ້ນຝຶກອົບຮົມ ຂອງທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ.

ໃນນັ້ນມີນັກສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມ ທີ່ມາຈາກຫຼາຍຂະແໜງທີ່ກ່ຽວຂ້ອງໄດ້ແກ່: ຕາງໜ້າຈາກກົມສົ່ງເສີມກະສິກຳ ແລະ ສະຫະກອນ ຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງສະຫັວນະເຂດ, ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ຕາງໜ້າຈາກ ມະຫາວິທຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມາຫະວິທະຍາໄລຈຳປາສັກ, ວິທະຍາໄລກະສິກຳດົງຄຳຊ້າງ ແລະ ຕາງໜ້າຈາກຕົວແທນສະຫະກອນກະສິກຳ ລວມຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 17 ທ່ານ, ໃນນັ້ນ ໄດ້ຮັບກຽດເປັນຄູຝຶກ ຈາກອົງການ DGRV ຈຳນວນ 02 ທ່ານ.

ຈຸດປະສົງຂອງການຈັດຝືກອົບຮົມຄັ້ງນີ້ແມ່ນ ມີ 2 ຈຸດປະສົງຄື: 1)ເພື່ອໃຫ້ບັນດານັກສະມາກອນມີຄວາມເຂົ້າໃຈກ່ຽວກັບຄວາມຮູ້ພື້ນຖານດ້ານສະຫະກອນ ແລະ ນະໂຍບາຍຂອງພາກລັດທີ່ມີຕໍ່ສະຫະກອນ, ລວມໄປເຖິງບັນດານິຕິກຳຕ່າງໆ ທີ່ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານສະຫະກອນ   2)ເພື່ອເສີມສ້າງໃຫ້ນັກສຳມະນກອນ ໃຫ້ເປັນຄູຝຶກດ້ານສະຫະກອນ ເພື່ອນຳໄປຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດໃນການພັດທະນາວຽກງານສະຫະກອນ ໂດຍສະເພາະແມ່ນຂະ ບວນການຈັດຕັ້ງ ແລະ ຮູບແບບການດຳເນີນງານຂອງສະຫະກອນ ໃຫ້ປະຕິບັດຕາມລວງດຽວກັນໃນຂອບເຂດທົ່ວປະເທດ.

ຕິລາຄາຜົນໄດ້ຮັບຂອງການດຳເນີນການຝຶກອົບຮົມ: ໂດຍພື້ນຖານ ໃນການດຳເນີນບັ້ນຝຶກອົບຮົມຄັ້ງນີ້ ຄະນະທິມງານຄູຝຶກ  ແລະ ນັກສຳມະນກອນ ທຸກທ່ານ ໄດ້ມີຄວາມເຫັນດີເປັນເອກະພາບ ແລະ ພ້ອມພາກັນດຳເນີນໄປຕາມເນື້ອໃນສຳຄັນຂອງວາລະທີ່ກຳນົດໄວ້ຢ່າງຄົບຖ້ວນ ແລະ ສົມບູນ. ຊຶ່ງໃນເບື້ອງຕົ້ນ ນັກສຳມະກອນ ມີຄວາມເຂົ້າໃຈຢ່າງເລິກຊຶ່ງ ກ່ຽວກັບ ຄວາມໝາຍຄວາມສຳຄັນຂອງຄຳວ່າ: ສະຫະກອນ, ລວມໄປເຖິງ ຜົນປະໂຫຍດທີ່ໄດ້ຮັບຈາກການຈັດຕັ້ງສະຫະກອນ, ປັດໃຈສຳຄັນທີ່ເຮັດໃຫ້ສະຫະກອນມີຜົນສຳເລັດ ແລະ ນະໂຍບາຍຂອງພາກລັດທີ່ມີຕໍ່ສະຫະກອນ. ນອກຈາກນັ້ນ ຮັບຮູ້ໄດ້ເຖິງ ອຸດົມການ, ຫຼັກການ ແລະ ວິທີການການດຳເນີນທຸລະກິດ ໃນຮູບບແບບຂອງສະຫະກອນ ຕິລາຄາການຮັບຮູ້ ແລະ ຄວາມເຂົ້າໃຈ ຂອງນັກສຳມະນາກອນໄດ້ເຖິງ 95% ທັງໝົດນີ້ຕິລາຄາສະແດງໃຫ້ເຫັນວ່າ ການຈັດຝຶກອົບຮົມໃນຫົວຂໍ້ການເປັນຄູຝຶກດ້ານສະຫະກອນຄັ້ງນີ້ໄດ້ສຳເລັດຜົນ ຕາມຈຸດປະສົງເປົ້າທີ່ກຳນົດໄວ້ຢ່າງຄົບຖ້ວນ ແລະ ສົມບູນ. ແລະ ນອກຈາກນັ້ນຕອນທ້າຍຂອງການຝຶກອົບຮົມ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳແກ່ບັນດານັກສະມາກອນ ກໍຄື ບັນດາຄູຝຶກຄົນໃໝ່ ໃຫ້ນຳໄປຈັດຕັ້ງປະຕິບັດຢ່າງມີຄວາມເອົາໃຈໃສ່ ໃນການປະກອບສ່ວນເຂົ້າໃນການວຽກງານການພັດທະນາສະຫະກອນ ໃນ ສປປ ລາວ ຢ່າງມີຄວາມຮັບຜິດຊອບສູງ ແລະ ໃຫ້ເກີດປະໂຫຍດສູງສູຸດ ແລະ ສະເໜີໃຫ້ ອົງການສະຫະພັນສະຫະກອນເຢຍລະມັນ ແລະ ໄຮໄຟເຊັນ ສືບຕໍ່ໃຫ້ການສະໜັບສະໜູນໃນການສ້າງຄວາມເຂັ້ມແຂງບຸກຄະລາກອນສະເພາະດ້ານສະຫະກອນ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ. ຈາກນັ້ນໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ເພື່ອຢັ້ງຢືນ ແລະ ເປັນບ່ອນອີງໃຫ້ແກ່ນັກສຳມະນາກອນໃນການເປັນຄູຝຶກດ້ານສະຫະກອນ ໃນ ສປປ ລາວ. ສຸດທ້າຍ ເວລາ 16:00 ຂອງວັນທີ 24 ເມສາ 2024 ກໍໄດ້ປິດລົງ ບັ້ນຝຶກອົບຮົມໃນຫົວຂໍ້ການເປັນຄູຝຶກດ້ານສະຫະກອນ ຢ່າງເປັນທາງການ.

ຂຽນໂດຍ: ນາງ ບົວທອງ ແກ້ວຫລ້າ ພະແນກສົ່ງເສີມກຸ່ມ, ສະຫະກອນ ແລະ ກອງທຶນ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

 

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ