Department of Agriculture Extension and Cooperatives

ຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານສົ່ງເສີມກະສິກຳໃຫ້ກັບພະນັກງານ ກົມສົ່ງເສີມກະສິກຳ ແລະ ສະຫະກອນ

ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ ໄດ້ເປີດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານການສົ່ງເສີມກະສິກຳ  ໃຫ້ກັບພະນັກງານກົມສົ່ງເສີມກະສິກຳ ແລະ ສະຫະກອນ ໃນຕອນເຊົ້າ ເວລາ 8:30 ຂອງວັນມີ 13 ມີນາ 2024 ຢູ່ທີ່ຫ້ອງປະຊຸມກົມສົ່ງເສີມກະສິກໍາ ແລະ ສະຫະກອນ. ພາຍໃຕ້ການເປັນປະທານ ເປີດກຊຸດຝຶກອົບຮົມ ໂດຍ ທ່ານ ປອ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ. ຊຸດຝຶກອົບຮົມ ໄດ້ດຳເນີນເປັນເວລາ 3 ວັນ ເຊິ່ງເລີ້ມແຕ່ວັນທີ 13-15 ມີນາ 2024, ມີບັນດາ ທ່ານຮອງຫົວໜ້າພະແນກ, ຮອງສູນພັດທະນາກະສິກໍາ, ພ້ອມດ້ວຍພະນັກງານວິຊາການ ​ເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 16 ທ່ານ ເພື່ອສ້າງຂີດຄວາມສາມາດ ກ່ຽວກັບຂະບວນການຮຽນຮູ້ ແລະ ການກຳນົດກິດຈະກຳ, ໂຄງການສົ່ງເສີມຮຽກຮ້ອງຕ້ອງການຂອງກຸ່ມເປົ້າໝາຍ ໃນວຽກງານສົ່ງເສີມກະສິກຳ ແລະ ສະຫະກອນ, ກອງປະຊຸມຝຶກອົບຮົມການພັດທະນາຂີດຄວາມສາມາດຂອງພະນັກງານຄູຝືກດ້ານການສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ຮັບຟັງຫົວຂໍ້: ດັ່ງລະອຽດລຸ່ມນີ້:

ພາກທິດສະດີ:

  1. ທົບທວນຄືນ ສາມເສົາຄໍ້າ ແລະ ສີ່ແຜນງານຂອງກະຊວງກະສິກໍາ ແລະ ປ່າໄມ້;
  2. ທົບທວນຄືນ ທິດທາງ / ນະໂຍບາຍ ໃນການພັດທະນາກະສິກໍາ ແລະ ສະຫະກອນ;
  3. ສະເໜີກ່ຽວກັບຫຼັກການ, ຮູບແບບ, ລະບົບໃນການຄຸ້ມຄອງວຽກງານສົ່ງເສີມກະສິກໍາ,
  4. ການ​ສົ່ງ​ເສີມ​ກະ​ສິ​ກຳ ສີ​ຂຽວ ໃນນັ໊ນປະກອບມີ ການ​ສົ່ງ​ເສີມ​ຜູ້​ປະ​ກອບ​ການ​ທຸ​ລະ​ກິດ​ກະ​ສິ​ກຳ, ການຮ່ວມມື ແລະ ການກຳນົດນະໂຍຍາຍສີສຂຽວ;
  5. ຄວາມຮູ້-​ຄວາມ​ສາ​ມາດຂອງ​ພະ​ນັກ​ງານໃນການເຮັດໜ້າທີ່ຂອງພະນັກງານ/ຄູ​ຝຶກ​ການ​ສົ່ງ​ເສີມ​ກໍາ​;
  6. ການກຳນົດໜ້າວຽກສໍາຄັນ ໃນການສົ່ງເສີມ ແລະ ບໍລິການເຕັກນິກກະສິກໍາ;
  7. ການພັດທະນາຄວາມສາມາດຂອງບຸກຄະລາກອນ;
  8. ການຂຽນຫຼັກສູດ ແລະ ກໍານົດແບບຝຶກ ໃນຫົວຂໍ້ທີ່ຕິດພັນ ບົດບາດຂອງແຕ່ລະພະແນກ;
  9. ການສ້າງຕາໜ່າງ ວຽກສົ່ງເສີມ-ບໍລິການເຕັກນິກກະສິກໍາ: – ວິຊາການບ້ານ ແລະ ຟາມຕົວແບບ;
  10. ບົດບາດໜ້າທີ່ຂອງວິຊາການບ້ານ;
  11. ວິທີການປະຕິບັດໜ້າທີ່ ແລະ ເງື່ອນໄຂ ອໍານວຍຄວາມສະດວກ;
  12. ການເອືື້ອອຳນວຍໃນການພັດທະນາຊຸມຊົນ (ຫຼັກການ, ວິທີການຄວບຄຸມສະພາບການຮຽນຮູ້ -ປຶກສາຫາລືວາງແຜນຮ່ວມກັນ);

   ພາກປະຕິບັດຕົວຈິງ

  1. ແບ່ງກຸ່ມຄົ້ນຄວ້າ ກໍລະນິສຶກສາບັນຫາ ແລະ TNA;
  2. ຄົ້ນຄ້ວາແບບກຸ່ມ: ກຳນົດ ຈຸດປະສົງ, ຄາດໝາຍ ແລະ ກິດຈະກໍາສົ່ງເສີມທີ່ສຳຄັນ ຊື່ງກ່ຽວຂ້ອງກັບບັນຫາ ແລະ TNA;
  3. ແຕ່ລະກູ່ມຂຶ້ນນໍາສະເໜີຜົນຂອງການຄົ້ນຄ້ວາ ເພື່ອປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນໂດຍສະເພາະແມ່ນສຸມໃສ່ວຽກງານກະສິກຳ ແລະ ປ່າໄມ້ກໍ່ຄືວຽກງານສົ່ງເສີມກະສິກຳເປັນວຽກງານຍູ້ດຸນ, ສະໜັບສະໜູນໃຫ້ແກ່ວຽກງານ 3 ເສົາຄໍ້າ, 4 ແຜນງານຂອງກະຊວງກະສິກຳ ແລະ ປ່າໄມ້ ຕາມທິດທາງນະໂຍບາຍ, ແຜນງານຂອງຂະແໜງກະສິກຳ ແລະ ປ່າໄມ້ຈື່ງເກີດມີພັດທະນາການວຽກງານສົ່ງເສີມ, ລະບົບການສົ່ງເສີມຂັ້ນພື້ນຖານຈົນສູ່ຮູບແບບການສົ່ງເສີມທີມີຄວາມຍືນຍົງ ແລະ ທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດອັນປະກອບມີລະບົົບການສົ່ງເສີມຂອງລາວ, ລະບົົບການຄຸ້ມຄອງວຽກງານສົ່ງເສີມ, ການສົ່ງເສີມກະສິກຳສີຂຽວທີ່ເປັນມິດທີ່ກັບສີ່ງແວດລ້ອມ ແລະ ການສ້າງຜູ້ປະກອບການທຸລະກິດໄວໝຸ່ມ, ສ້າງຮູບແບບຕານ່າງສໍາພັນສະຫະກອນລະຫວ່າງກູ່ມຜະລິດ ແລະ ຜູ້ປະກອບການທຸລະກິດຕາມນະໂຍບາຍສົ່ງເສີມສີຂຽວ ສະນັ້ນ, ນັກສົ່ງເສີມຕ້ອງມີຄວາມຮູ້, ຄວາມສາມາດ, ຮູ້ຈັກຈໍາແນກວິເຄາະວິໄຈ້ບັນຫາຕ່າງໆ ແລະ ຮູ້ກໍານົດຫົວຂໍ້ກິດຈະກຳສົ່ງເສີມ, ໃນເມື່ອມີກໍລະນີໃດໜື່ງທີ່ເກີດຂຶ້ນຢູ່ໃນຮາກຖານການຜະລິດຈື່ງຕ້ອງເອົາວຽກງານສົ່ງເສີມເຂົ້າໄປໃຫ້ເກີດມີການວິເຄາະບັນຫາແລ້ວແກ້ໄຂດ້ວຍການສະໜອງຝືກອົບຮົມ, ແກ້ດ້ວຍການສະໜອງສົມທົບເອື້ອອໍານວຍໃຫ້ ດັ່ງນັ້ນ, ຕ້ອງໄດ້ສ້າງຫຼັກສູດການຝືກໃນຫົວຂໍ້ທີ່ຊາວກະສິກອນຍັງຂາດ, ອອກແບບການຝືກອົບຮົມ, ສີ່ງສໍາຄັນນັກສົ່ງເສີມຕ້ອງສາມາດຕອບໂຈດໄດ້ ຂອງຊາວກະສິກອນ.

ຂຽນໂດຍ :  ນາງ ບົວລັດ ແສງຍອດ

                                                 ກວດແກ້ໂດຍ :  ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ