Department of Agriculture Extension and Cooperatives

ພະແນກສົ່ງເສີມການຜະລິດ ແລະ ນໍາໃຊ້ແນວພັນ

ໜ້າທີ່ 

  1. ຜັນຂະຫຍາຍແຜນຍຸດທະສາດການພັດທະນາ ວຽກສົ່ງເສີມກະສິກໍາ ແລະ ສະຫະກອນຂອງກົມເປັນແຜນ ການ ແລະ ໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
  2. ກຳນົດຫຼັກການ, ລະບຽບການ,​ ວິທີການ, ມາດຕະຖານດ້ານເຕັກນິກການນຳໃຊ້ກົນຈັກກະສິກຳ ເຂົ້າໃນການຜະລິດ ແລະ ວິທະຍາການຫຼັງເກັບກ່ຽວ ເພື່ອຫຼຸດຜ່ອນຕົ້ນທຶນ, ຍົກ​ສະມັດ​ຖະພາບ, ຄຸນ​ນະພາ​ບ​ຂອງ​ຜົນຜະລິດ ຕາມທິດກະສິກຳສະອາດ, ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ;
  3. ເກັບກໍາ, ຂຶ້ນບັນຊີ ການນໍາໃຊ້ກົນຈັກກະສິກໍາ ເຂົ້າໃນການຜະລິດ, ການປຸງແຕ່ງ ໃນແຕ່ລະເຂດການຜະລິດ ເພື່ອມີຖານຂໍ້ມູນ ແລະ ເປັນບ່ອນອີງໃຫ້ແກ່ການຕີລາຄາສະພາບການຫັນເປັນກົນຈັກທີ່ທັນສະໄໝ ໃຫ້ສອດຄ່ອງກັບຄວາມເປັນຈິງ;
  1. ສ້າງ​ປຶ້ມຄູ່ມື, ຂໍ້ແນະນໍາ ກ່ຽວກັບການຄຸ້ມຄອງ-ນຳໃຊ້​ກົນຈັກກະສິກຳ, ເຕັກນິກການ​ປູກ​ພືດ, ການລ້ຽງ ສັດ ແລະ ການປະມົງ ໃຫ້ເປັນລະບົບ ແລະ ເຜີຍແຜ່ອອກສູ່ວົງກວ້າງ;
  2. ຝຶກ​ອົບຮົມ, ເຮັດການສາທິດ, ທັດສະນະສຶກສາ ແລະ ໃຫ້​ຄຳ​ແນະນຳກ່ຽວກັບ ທັກສະກະສິກຳສະໄໝໃໝ່ເຕັກນິກກະເສດສຸມ, ກະສິກຳທີ່ດີ, ກະສິກຳອິນຊີ ແລະ ການຄຸ້ມຄອງນຳໃຊ້ກົນຈັກກະສິກຳ ໃຫ້​ແກ່​ພະ ນັກງານ​ສົ່ງ​ເສີມແຂວງ, ເມືອງ, ສູນພັດທະນາກະສິກຳ, ສະຖານີບໍລິການເຕັກນິກກະສິກຳ, ຊາວກະສິກອນ ແລະ ຜູ້ປະກອບການ ໃນ​ຂອບເຂດທົ່ວ​ປະ​ເທດ;
  3. ສ້າງ​ກົນ​ໄກ​ປະສານ​ສົມທົບລະຫວ່າງລັດ, ຜູ້ຜະລິດ ແລະ ຜູ້ປະກອບການ ​ເພື່ອ​ເອື້ອອຳນວຍດ້ານວິຊາການ ແລະ ການສະໜອງ-ບໍລິການ ເຄື່ອງມື, ອຸປະກອນ​ກົນ​ຈັກກະ​ສິກຳ​​ ຢູ່​ແຕ່ລະ​ເຂດການ​ຜະລິດຂອງແຕ່ລະທ້ອງຖິ່ນ;
  4. ແນະນໍາ ແລະ ສາທິດ ເຕັກນິກການປູກ, ການລ້ຽງ ໂດຍນໍາໃຊ້ ເຕັກໂນໂລຊີ, ນະວັດຕະກໍາ ທີ່ສອດຄ່ອງກັບສະພາບດິນຟ້າອາກາດ, ພະລັງງານທາງເລືອກ, ເຮືອນຮົ່ມ, ການນໍາໃຊ້ນໍ້າປະຢັດ ແລະ ພື້ນທີ່ຜະລິດນ້ອຍໃຫ້ມີຜົນຕອບແທນດ້ານເສດຖະກິດສູງ;
  5. ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ ບົນພື້ນຖານການຕົກລົງເຫັນດີຂອງກົມ;
  6. ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງກົມ.
ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ