Department of Agriculture Extension and Cooperatives

ພະແນກສົ່ງເສີມການປຸງແຕ່ງ ແລະ ໂພຊະນາການ

ໜ້າທີ່ 

  1. ຜັນຂະຫຍາຍແຜນຍຸດທະສາດການພັດທະນາ ວຽກສົ່ງເສີມກະສິກໍາ ແລະ ສະຫະກອນຂອງກົມເປັນແຜນ ການ ແລະ ໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
  2. ກໍານົດບັນຊີປະເພດ ພືດ, ສັດ ແລະ ວິທີການປຸງແຕ່ງ ສ້າງມູນຄ່າເພີ່ມໃຫ້ແກ່ຜົນຜະລິດ ເພື່ອສະໜອງເປັນວັດຖຸດິບໃຫ້ແກ່ໂຮງງານ ແລະ ແປຮູບເປັນຜະລິດຕະພັນອາຫານ-ມີໂພຊະນາການ ເປັນບ່ອນອີງໃນການເຜີຍແຜ່ໃຫ້ແກ່ກຸ່ມຊາວກະສິກອນ ແລະ ຜູ້ປຸງແຕ່ງ ຢ່າງກວ້າງຂວາງ;
  3. ສ້າງຄູ່ມື, ລະບຽບການ ກ່ຽວຂ້ອງກັບການປຸງແຕ່ງ ພ້ອມທັງເຜີຍແຜ່ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດຂອງ ຫົວໜ່ວຍປຸງແຕ່ງ, ຜູ້ປະກອບການ, ກຸ່ມ, ສະຫະກອນ;
  4. ຝຶກອົບຮົມເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກໍາ ກ່ຽວກັບການ​ປຸງ​ແຕ່ງຜົນຜະລິດກະສິກຳຂັ້ນຕົ້ນ ແລະ ການຜະລິດກະສິກຳ ທີ່ມີໂພຊະນາການ ຕາມ​ຫຼັກການກະສິກໍາ​ສະອາດ ໃຫ້ແກ່ພະນັກງານສົ່ງເສີມ ບັນດາສູນ, ສະຖານີບໍລິການເຕັກນິກກະສິກໍາ ເພື່ອນໍາໄປເຜີຍແຜ່ຖ່າຍທອດອອກສູ່ວົງກວ້າງ ໃນແຕ່ລະເຂດການຜະລິດ;
  5. ເກັບກໍາ, ສັງລວມບັນຊີ, ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບົດບາດ, ໜ້າທີ່ຂອງຫົວ ໜ່ວຍ ຜູ້ປະກອບການປຸງແຕ່ງຂັ້ນຕົ້ນ, ຜະລິດຕະພັນທີ່ເປັນເອກະລັກຂອງທ້ອງຖິ່ນ ແລະ ຜົນສໍາເລັດໃນການດໍາເນີນທຸລະກິດ ເພື່ອສັງລວມເປັນຖານຂໍ້ມູນ ແລະ ເປັນບ່ອນອີງສະເໜີປະຕິບັດນະໂຍບາຍ-ຍ້ອງຍໍ, ໃຫ້ກຽດຕິຄຸນ ຕໍ່ຫົວໜ່ວຍປຸງແຕ່ງ ທີີ່ດີເດັ່ນ;
  6. ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານປຸງແຕ່ງຜົນຜະລິດກະສິກໍາຂະໜາດນ້ອຍ ລະດັບຄອບຄົວ, ກຸ່ມ, ສະຫະກອນ ພ້ອມທັງສົ່ງເສີມເຕັກນິກການ ອົບ, ຕາກ, ຄັດແຍກ, ຈັດເກຣດ, ຫຸ້ມຫໍ່ ແລະ ແປຮູບ-ປຸງລົດ ຜົນຜະລິດກະສິກຳ ເພື່ອສ້າງມູນຄ່າເພີ່ມ ໄດ້ມາດຕະຖານ ແລະ ຄວາມຕ້ອງການຂອງຕະຫຼາດ, ມີໂພຊະນາການ, ສະອາດ ແລະ ປອດໄພ ພ້ອມທັງສ້າງເງື່ອນໄຂເອື້ອອຳນວຍການສ້າງຍີ່ຫໍ້ກາໝາຍສິນຄ້າກະສິກຳ;
  7. ຊຸກຍູ້​-ສົ່ງເສີມ ການລົງທຶນ​ ໃນການຜະລິດກະສິກໍາສະອາດ ແລະ ການປຸງແຕ່ງສ້າງມູນຄ່າເພີ່ມ, ມີໂພຊະນາການ ຈາກບັນດາໂຄງການ, ຜູ້ປະກອບການທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ​ໃຫ້​ກວ້າງ​ຂວາງ;
  8. ສະໜອງ ແລະ ກະຈາຍຂໍ້ມູນຂ່າວສານ ກ່ຽວກັບ ວຽກສົ່ງເສີມການປຸງແຕ່ງ, ວຽກກະສິກຳເພື່ອໂພຊະນາການ, ການເຂົ້າເຖິງສິນເຊື່ອ ແລະ ປັດໄຈການຜະລິດ ໃຫ້ແກ່ຜູ້ຜະລິດ ແລະ ຜູ້ປຸງແຕ່ງດ້ວຍຫຼາຍຊ່ອງທາງ;
  9. ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ ບົນພື້ນຖານການຕົກລົງເຫັນດີຂອງກົມ;
  10. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງກົມ.
ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ