Department of Agriculture Extension and Cooperatives

ກອງປະຊຸມ ຄະນະຊີ້ນໍາໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ

ໃນວັນທີ 15 ທັນວາ 2023 ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການຂຶ້ນ ທີ່ ໂຮງແຮມແລນມາກແມ່ຂອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 9 ທ່ານ, ຈຸດປະສົງຂອງກອງປະຊຸມ ເພື່ອທົບທວນຄືນຄວາມຄືບໜ້າ ຂອງໂຄງການ ໃນໄລຍະ 1 ແລະ 2 ໂດຍສະເພາະ ເນື້ອໃນໂຄງການທົດລອງ ແລະ ຮ່າງຂອງແຜນແມ່ບົດ.

ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕ່ອງໂສ້ມູນຄ່າອາຫານ ໃນ ສປປ ລາວ ຊຶ່ງຈັດຕັ້ງປະຕິບັດ ໂດຍກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ໄດ້ຮັບທຶນສະໜັບສະໜູນໂດຍອົງການ ຮ່ວມມືສາກົນປະເທດຢີ່ປຸ່ນ JICA. ຈຸດປະສົງຂອງໂຄງການ ເພື່ອສະໜັບສະໜູນການກະກຽມແຜນແມ່ບົດ (MP) ເພື່ອສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານ ( ຂັ້ນຕອນການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດ ) ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ, ປະກອບສວ່ນ ເຂົ້າໃນການຊຸກຍູ້ກະສິກໍາການຄ້າ ແລະ ກະສິກໍາແບບຫັນໃສ່ຕະຫຼາດ ແລະ ພື້ນທີ່ເປົ້າໝາຍຂອງ MP ກວມເອົາຂອບເຂດທົ່ວປະເທດ, ພື້ນທີ່ເປົ້າໝາຍສໍາລັບການສໍາຫຼວດຕ່ອງໂສ້ ຢູ່ 03 ແຂວງ ຄື: ນະຄອນຫຼວງວຽງຈັນ (ຕ່ອງໂສ້ທີ່ມີພື້ນທີ່ບໍລິໂພກ); ແຂວງ ຈໍາປາສັກ ແລະ ແຂວງ ເຊກອງ ( ຕ່ອງໂສ້ພື້ນທີ່ການຜະລິດ ). ໃນທີ່ປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບ: ກິດຈະກໍາຂອງໂຄງການ ໃນໄລຍະທີ 1 ແລະ ໄລຍະທີ 2, ຄວາມຄືບໜ້າຂອງໂຄງການທົດລອງ ( ໂຄງຮ່າງ, ຄວາມຄືບໜ້າ, ບົດຮຽນທີ່ຖອດຖອນໄດ້, ສິ່ງທີ່ຄົ້ນພົບ, ກິດຈະກໍາຈຸດສຸມ ສໍາລັບປີ 2024 ແລະ ແຜນງານສໍາລັບປີ 2024 ) ຂໍ້ສະເໜີແນະນໍາ ສໍາລັບການກະກຽມແຜນແມ່ບົດ FVC ຜ່ານການຈັດຕັ້ງປະຕິບັດໂຄງການທົດລອງ, ນໍາສະເໜີຮ່າງແຜນແມ່ບົດ ( ແນວຄວາມຄິດ, ສິ່ງທີ່ຄົ້ນພົບ ຕັ້ງແຕ່ການເລີ່ມຈັດຕັ້ງປະຕິບັດໂຄງການທົດລອງ ຈົນເຖິງປະຈຸບັນ ທີ່ເປັນປະໂຫຍດຕໍ່ການກະກຽມແຜນແມ່ບົດໃຫ້ສົມບູນ, ແຜນວຽກໃນຕໍ່ໜ້າ ເພື່ອກະກຽມແຜນແມ່ບົດໃຫ້ສົມບູນ). ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ເນັ້ນໜັກບາງບັນຫາ ເຊັ່ນ: ເວລາໃນການກະກຽມແຜນແມ່ບົດ ສໍາລັບ  ຮ່າງທີ 1 ແມ່ນໃຫ້ສໍາເລັດໃນເດືອນ ມັງກອນ 2024, ຮ່າງທີ 2 ແມ່ນໃຫ້ສໍາເລັດໃນເດືອນ ກຸມພາ 2024 ແລະ ໃຫ້ສໍາເລັດທັງໝົດ ໃນເດືອນ ມີນາ 2024; ສໍາລັບຮ່າງແຜນແມ່ບົດ ໃຫ້ເອົາໃຈໃສ່: 1. ຕໍ່ກັບການຂະຫຍາຍຄອບຄົວທົດລອງ ໃຫ້ເບິ່ງຕື່ມສໍາລັບພືດອາຍຸສັ້ນ (ໃຫ້ຂະຫຍາຍຕື່ມ), ໃຫ້ເລືອກເອົາຄອບຄົວ ເຮັດທົດລອງ ທີ່ມີຄວາມພ້ອມ ແລະ ຫ້າວຫັນໃນການຜະລິດ ທີ່ສາມາດເປັນຕົວແບບໄດ້; 2. ກິດຈະກໍາ ທີ່ຈະທົດລອງຕື່ມ ໃຫ້ເອົາໃຈໃສ່ເລື່ອງ ການເຮັດສັນຍາຜູກພັນ ລະຫວ່າງ ຜູ້ຜະລິດ ແລະ ຜູ້ເກັບຊື້; ການເຂົ້າເຖິງແຫຼ່ງທຶນ ລະຫວ່າງຜູ້ກູ້ຢືມ ແລະ ຜູ້ສະໜອງທຶນ; ຄວາມປອດໄພດ້ານອາຫານ ( ຂະບວນການຜະລິດ ແລະ ປຸງແຕ່ງ ).

 

 

                             ຂຽນໂດຍ: ອາມຸດ ແສນທອນ

           ກວດແກ້: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ