Department of Agriculture Extension and Cooperatives

ກອງປະຊຸມເຜີຍແຜ່ການເຂົ້າຫາການຊ່ວຍເຫຼືອສໍາລັບທຸລະກິດກະສິກຳແບບມີສ່ວນຮ່ວມ (MGS) ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ)

ໃນວັນທີ 26 ທັນວາ 2023 ຢູ່ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ, ນະຄອນຫລວງວຽງຈັນ, ໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສີ່ງແວດລ້ອມ ໄດ້ຈັດກອງປະຊຸມເຜີຍແຜ່ການເຂົ້າຫາການຊ່ວຍເຫຼືອ ສໍາລັບທຸລະກິດກະສິກຳແບບມີສ່ວນຮ່ວມ (MGS) ຂື້ນ ພາຍໄຕ້ການເປັນປະທານ ຂອງ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານ ສະມາຄົມຜະລິດ ແລະ ປຸງແຕ່ງກະສິກໍາລາວ, ມີພາກສ່ວນຫ້ອງການກະຊວງ ກະສິກໍາ ແລະ ປ່າໄມ້, ຕ່າງໜ້າຈາກພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຕ່າງໜ້າຫ້ອງກະສິກໍາ ແລະ ປ່າໄມ້ເມືອງໆ ໄຊເສດຖາ, ເມືອງສີໂຄຕະບອງ ແລະ ເມືອງນາຊາຍທອງ ແລະ ຜູ້ປະກອບການຜະລິດກະສິກໍາ, ສະຫະກອນການຜະລິດກະສິກໍາ ພາຍໃນນະຄອນຫຼວງວຽງຈັນ ເຂົ້້າຮ່ວມທັງໝົດ 39 ທ່ານ, ຍິງ 10 ທ່ານ.

ໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສີ່ງແວດລ້ອມໄດ້​ຮັບ​ທຶນ​ຊ່ວຍ​ເຫຼື​ອຈາກ​ທະນາຄານ​ພັດທະນາ​ອາຊີ​​ເພື່ອມາ​ຊ່ວຍ​ສະໜັບສະ​ໜູນ​ການຈັດ​ຕັ້ງ​ປະຕິບັດ ​​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ກະສິກຳ​ ແລະ ປ່າ​ໄມ້ ຂອງ​ລັດຖະບານ​ແຫ່ງ ສປປ ລາວ ​ແຕ່​ນີ້​ ຫາປີ 2025 ​ແລະ ວິ​ໄສ​ທັດ 2030 ແລະ ເປັນໂຄງການນື່ງທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການຜະລິດເປັນສິນຄ້າ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນ ສປປ ລາວ ຕາມທິດສີຂຽວ ສະອາດ ປອດໄພ ເປັນມິດກັບສີ່ງແວດລ້ອມ. ພັດທະນາລະບົບຕ່ອງໂສ້ການຜະລິດ ແລະ ທຸລະກິດກະສິກຳ, ການສ້າງມູນຄ່າເພີ້ມ ແລະ ປັບປຸງເຕັກນິກການຜະລິດ, ປັບປຸງແນວພັນພືດ ທີ່ສາມາດທົນທານຕໍ່ການປ່ຽນແປງຂອງສະພາບດີນຟ້າອາກາດ, ປັບປຸງບັນດາກໍາລັງການຜະລິດ ເພື່ອໃຫ້ຕອບສະໝອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫລາດ ດ້ວຍມາດຕະຖານກະສິກຳອິນຊີ (OA), ກະສິກໍາທີ່ດີ (GAP), ການຄຸ້ມຄອງການຜະລິດທີ່ດີ (GMP) ແລະ ບັນລຸໄດ້ຈຸດວິເຄາະຄ່າຄວາມອັນຕະລາຍຂອງສານເຄມີໃນອາຫານປອດໄພ (HACCP). ທາງໂຄງການ ຄສກສ ໄດ້ມີການຊ່ວຍເຫລືອຢ່າງເປັນທາງການໃຫ້ຜູ້ປະກອບການ, ກຸ່ມຜູ້ຜະລິດຂະໜາດນ້ອຍ (SFS) ແລະ ຜູ້ປະກອບການທຸລະກິດກະສິກຳແບບມີສ່ວນຮ່ວມ (MGS),​ ສະນັ້ນາທງໂຄງການຈື່ງໄດ້ຈັດກອງປະຊຸມເຜີຍແຜ່ການເຂົ້າຫາການຊ່ວຍເຫຼືອ ສໍາລັບທຸລະກິດກະສິກຳແບບມີສ່ວນຮ່ວມ (MGS)  ເພື່ອຮັບຟັງການແນະນໍາ ບັນດາຂັ້ນຕອນ,​ ເງື່ອນໄຂ ແລະ ການນໍາໃຊ້ທຶນ ຂອງໂຄງການ ເພື່ອການຈັດຕັ້ງປະຕິບັດກິດຈະກໍສຂອງບັນດາຜູ້ປະກອບການກະສິກຳ ເຊິ່ງລາຍລະອຽດ ທາງທີ່ປຶກສາຄຸ້ມຄອງການເງິນຈະເປັນຜູ້ແນະນຳ  ຈາກນັ້ນ ກໍ່ໄດ້ພ້ອມກັນປືກສາຫາລື ແລະ ສົນທະນາແລກປ່ຽນ ປະກອບຄຳຄິດຄຳເຫັນ ໃສ່ແຜນການສະໜັບສະໜູນ ແນ່ໃສ່ເພື່ອເຮັດໃຫ້ມີຄວາມກະຈ່າງແຈ້ງ, ເຂົ້າໃຈເປັນລວງດຽວກັນ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ບັນດາໜ້າວຽກ ແລະ ກິດຈະກຳໂຄງການໃນຕໍ່ໜ້າ ໂດຍລົງເລີກລາຍລະອຽດເພື່ອບັນລຸຈຸດປະສົງ ແລະ ຄາດໝາຍທີ່ພວກເຮົາໄດ້ກຳນົດໄວ້.

                                                  ຂຽນໂດຍ :  ອາມຸດ ແສນທອນ

                                                  ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ.

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ