Department of Agriculture Extension and Cooperatives

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການ 2021 – 2023 ແລະ ປຶກສາທິດທາງແຜນການໃນໄລຍະ 2024 – 2026.

ໃນຕອນເຊົ້າ ​ວັນ​ທີ 19 ທັນວາ 2023, ​​ທີ່ຫ້ອງປະຊຸມກົມສົ່ງເສີມກະສິກຳ ແລະ ສະຫະກອນ, ໄດ້ມີການຈັດກອງປະຊຸມຄະນະກຳມະການຄຸ້ມຄອງການຈັດຕັ້ງປະຕິບັດ ຂອງໂຄງການພັດ​ທະ​ນາ​ເສດ​ຖະ​ກິດ​ທີ່ຍືນ​ຍົງ​ໂດຍ​ຜ່ານ​ລະ​ບົບ​ສະ​ຫະ​ກອນ ເພື່ອປີດໂຄງການໄລຍະໜຶ່ງ ແຕ່ປີ 2021-2023 ແລະ ສະເໜີແຜນການສືບຕໍ່ໂຄງການໄລຍະສອງແຕ່ປີ 2024-2026 ໂດຍການເປັນປະທານ​ຂອງທ່ານ ປອ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ຊຶ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກຫຼາຍພາກສ່ວນ ໄດ້ແກ່: ກົມມຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າໄມ້, ບັນດາພະແນກການອ້ອມຂ້າງກົມ​ສົ່ງ​ເສີມ​ກະສິກຳ ແລະ ສະຫະກອນ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ແຂວງວຽງຈັນ, ແຂວງຈຳປາສັກ, ຕາງໜ້າອົງການສະຫະພັນສະຫະກອນ ເຢຍລະມັນ ແລະ ໄຮໄຟເຊັນ ( DGRV ) ປະຈໍາ ສ ປ ປ ລາວ, ຄະນະກະເສດສາດ ມຊ , ຕາງໜ້າເຄື່ອຄ່າຍຊາວກະສິກອນລາວ ແລະ ຕາງໜ້າສະຫະພັນສະຫະກອນກະສິກຳ ລວມຜູ້ເຂົ້າຮ່ວມທັງ​ໝົດ 50 ທ່ານ ເປັນ​ຍິງ 13 ທ່ານ.

ຈຸດປະ​ສົງເພື່ອ​ສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການໄລຍະທີ່ໜຶ່ງ ແຕ່ປີ 2021 – 2023 ແລະ ສະເໜີແຜນການຮ່ວມມືໂຄງການໄລຍະສອງ ແຕ່ປີ 2024-2026, ເພື່ອຮັບຟັງຜົນການປະເມີນກິດຈະກຳໄລຍະສຸດທ້າຍຂອງໂຄງການ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ ແລະ ຂັ້ນຕອນ ຂອງກອງປະຊຸມ ໂດຍມີພິທີເປີດ, ຊຶ່ງພາຍຫຼັງທ່ານປະ ທານໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ຕາງໜ້າໂຄງການ ກໍໄດ້ນໍາສະເໜີເນື້ອໃນ ບົດສະຫຼຸບການຈັດ ຕັ້ງປະຕິບັດວຽກງານກິດຈະກໍາໄລຍະສຸດທ້າຍຂອງໂຄງການ ແຕ່ປີ 2021-2023 ແລະ ແຜນການຮ່ວມມືໂຄງການໄລຍະສອງ ຊຶ່ງເລິ່ມແຕ່ປີ 2024-2026 ຈາກນັ້ນ, ກໍໄດ້ເປີດກ້ວາງການປະກອບຄໍາຄິດຄໍາເຫັນ ຕໍ່ເນື້ອໃນຂອງກອງປະຊຸມຢ່າງມີຄວາມຮັບ ຜິດຊອບສູງ ແລະ ມີປະສິດທິຜົນ

ຜົນຂອງກອງປະຊຸມໂດຍພື້ນຖານກອງປະຊຸມ ໄດ້ເຫັນດີ ແລະ ເປັນເອກະພາບຕໍ່ເນື້ອໃນການລາຍງານບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານກິດຈະກໍາໄລຍະສຸດທ້າຍຂອງໂຄງການ ແລະ ຮ່າງແຜນການຮ່ວມມືໂຄງການໄລຍະສອງ ແຕ່ຍັງມີບາງປະເດັ່ນທີ່ສໍຳຄັນ ທີ່ຕ້ອງໄດ້ພິຈາລະນາ ແລະ ປັບປຸງຄືນ ເພື່ອໃຫ້ສົມບູນ ແລະ ຄົບຖ້ວນ ຕາມຄຳເຫັນຂອງຜູ້ແທນໃນກອງປະຊຸມ  ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕໍ່ໜ້າ. ແລະ ຕອນທ້າຍຂອງກອງປະຊຸມ ທ່ານປະທານໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳ ດັ່ງນີ້:

  1. ໂດຍລວມ ອີງຕາມຜົນການປະເມີນໂຄງການໄລຍະສຸດທ້າຍ ແລະ ຜົນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ຕັ້ງແຕ່ເລິ່ມໂຄງການຈົນຮອດໄລຍະສຸດທ້າຍ ແລະ ທຽບໃສ່ຕົວຊີ້ວັດຂອງແຕ່ລະອົງປະກອບ ແມ່ນປະຕິບັດໄດ້ 99.99 % ຖືວ່າປະຕິບັດສຳເລັດຜົນ;
  2. ມອບໃຫ້ຄະນະຮັບຜິດຊອບ ແລະ ຜູ້ປະສານງານໂຄງການ ເອົາໃຈໃສ່ ສືບຕໍ່ປັບປຸງ ບົດສະຫຼຸບການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການປະຈຳສົກປີ 2021-2023 ຕາມຄຳເຫັນໃນກອງປະຊຸມ ໃຫ້ສຳເລັດໂດຍໄວ ແລະ ຮິບຮ້ອນສົ່ງບົດລາຍງານໃຫ້ທຸກຂະແໜງການທີ່ກ່ຽວຂ້ອງ ເພື່ອດຳເນີນສະເໜີແຜນການຮ່ວມມືໂຄງການໄລຍະສອງຕໍ່ໄປ;
  3. ມອບໃຫ້ໂຄງການ ປັບປຸງ ຮ່າງບົດບັນທຶກຄວາມເຂົ້າໃຈ ( MOU ) ຕາມຄຳເຫັນໃນກອງປະຊຸມ ໃຫ້ສຳເລັດ, ຈາກນັ້ນ ຈັດກອງປະຊຸມຮ່ວມກັບ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ເພື່ອເອກະພາບ ແລະ ຮັບຮອງແຜນການຮ່ວມມືດັ່ງກ່າວ ກ່ອນສືບຕໍ່ສະເໜີຫາພາກສ່ວນກ່ຽວຂ້ອງ ເພື່ອຂໍການພິຈາລະນາ ແລະ ອະນຸມັດ ແຜນການຮ່ວມມືໂຄງການໄລຍະສອງດັ່ງກ່າວ;
  4. ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງ ໃຫ້ອຳນວຍຄວາມສະດວກໃຫ້ແກ່ ຄະນະຮັບຜິດຊອບໂຄງການ ໃນການປະກອບເອກະສານສືບຕໍ່ໂຄງການໄລຍະສອງ;
  5. ມອບໃຫ້ຄະນະຮັບຜິດຊອບໂຄງການ ສືບຕໍ່ສ້າງກົນໄກການປະສານງານ ແລະ ການຈັດຕັ້ງປະຕິບັດໂຄງການໄລຍະສອງ ກັບຂະແໜງການທີ່ກ່ຽວຂ້ອງ ຕັ້ງແຕ່ສູນກາງຮອດທ້ອງຖິ່ນ ຫລັງຈາກໄດ້ຮັບການອະນຸມັດຢ່າງເປັນທາງການ. ກອງປະຊຸມໄດ້ດຳເນີນ ຮອດເວລາ 12:00 ໂມງ, ໄດ້ສໍາເລັດຜົນຕາມຈຸດປະສົງ ແລະ ເປົ້າໝາຍທີ່ກໍານົດຢ່າງມີໝາກຜົນ ແລະ ໄດ້ປິດກອງປະຊຸມລົງໃນວັນດຽວກັນ.

 

                                             ຂຽນໂດຍ:  ນາງ ບົວທອງ ແກ້ວຫຼ້າ

                                                ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ.

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ