Department of Agriculture Extension and Cooperatives

ກອງປະຊຸມສຳມະນາໃຫ້ຄວາມຮູ້ພື້ນຖານດ້ານສະຫະກອນ ໃຫ້ແກ່ນັກສຶກສາ 04 ສະຖາບັນວິທະຍາໄລດົງຄຳຊ້າງ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລຈຳປາສັກ ແລະ ມາຫະວິທະຍາໄລສຸພານຸວົງ

ເພື່ອປະຕິບັດຕາມບົດບັນທຶກຄວາມເຂົ້າໃຈລະຫວ່າງກົມສົ່ງເສີມກະສິກຳ ແລະ ສະຫະກອນ ກັບ ອົງການສະຫະພັນສະຫະກອນປະເທດເຢຍລະມັນ ແລະ ໄຮເຟັນເຊັນ (DGRV) ຂອງໂຄງການພັດທະນາເສດຖະກິດທີ່ຍີນຍົງໂດຍຜ່ານລະບົບສະຫະກອນ ຢູ່ ສປປ ລາວ ກ່ຽວກັບກິດຈະກຳເຜີຍແຜ່  ແລະ ສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບສະຫະກອນ ໃນຂອງເຂດທົ່ວປະເທດ ໃນລະຫວ່າງເດືອນ ມິນາ ແລະ ເມສາ 2024 ຄະນະທິມງານວິຊາການຂອງກົມສົ່ງເສີມກະສິກຳ ແລະ ສະຫະ ກອນ ຮ່ວມກັບຄະນະທິມງານຂອງອົງການສະຫະພັນສະຫະກອນເຢຍລະມັນ ແລະ ໄຮໄປເຊັນ ປະຈຳລາວ (DGRV) ໄດ້ລົງໄປໃຫ້ຄວາມຮູ້ພື້ນຖານດ້ານສະຫະກອນໃຫ້ແກ່ນັກສຶກສາຈຳນວນ 04 ສະຖາບັນ ໄດ້ແກ່: ວິທະຍາໄລກະສິກຳດົງຄຳຊ້າງ, ຄະນະວິທະນາສາດສັງຄົມສາດ ມະຫາວິທະຍາໄລແຫ່ງຊາດ, ຄະນະກະເສດສາດ ແລະ ປ່າໄມ້ ມະຫາວິທະ ຍາໄລຈຳປາສັກ ແລະ ຄະນະກະສເດສາດມະຫາວິທະຍາໄລສຸພານຸວົງ ຊຶ່ງມີນັກສຶກສາເຂົ້າຮ່ວມທັງໝົດ 253 ທ່ານ, ຍິງ 130 ທ່ານ.

ຈຸດປະສົງຂອງການໃຫ້ຄວາມຮູ້ພື້ນຖານດ້ານສະຫະກອນ:

  1. ເພື່ອໃຫ້ບັນດານັກສຶກສາມີຄວາມເຂົ້າໃຈກ່ຽວກັບຄວາມຮູ້ພື້ນຖານດ້ານສະຫະກອນ ແລະ ນະໂຍບາຍຂອງພາກລັດທີ່ມີຕໍ່ສະຫະກອນ, ລວມໄປເຖິງບັນດານິຕິກຳຕ່າງໆ ທີ່ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານສະຫະກອນ;
  2. ເພື່ອເສີມສ້າງໃຫ້ບັນດານັກສຶກສາ ໃຫ້ມີແນວຄວາມຄິດໃນການລິ່ເລິ່ມສ້າງສະຫະກອນນັກສຶກສາພາຍໃນຄະນະຂອງເຂົາເຈົ້າເອງ ໂດຍລິ່ເລິ່ມເຮັດທຸລະກິດນ້ອຍໆ ທີ່ຄິດວ່າຈະເກີດປະໂຫຍດໃຫ້ກັບນັກສຶກສາເອງ;
  3. ເພື່ອໃຫ້ 4 ສະຖາບັນ ມີຄວາມເຂົ້າໃຈກ່ຽວກັບຂະບວນການຈັດຕັ້ງວຽກງານສະຫະກອນ ເພື່ອປັບປຸງເອົາບົດຮຽນດ້ານສະຫະກອນ ເຂົ້າໄປໃນພາກວິຊາການຮຽນ-ການສອນ ຕາມສາຂາຮຽນທີ່ຕິດພັນກັບພາກວິຊາການທຸລະກິດ ແລະ ສາຂາອື່ນໆ ທີ່ເຫັນວ່າເໝາະສົມ.

 

ຜົນໄດ້ຮັບຈາກການໃຫ້ຄວາມຮູ້ພື້ນຖານດ້ານສະຫະກອນ:

ຜ່ານການຈັດກອງປະຊຸມສາມະນາ ເພື່ອໃຫ້ຄວາມຮູ້ພື້ນຖານດ້ານສະຫະກອນໃຫ້ແກ່ນັກສຶກສາໃນຈຳນວນ 4 ສະຖາບັນ ສາມາດສັງເກດເຫັນໄດ້ດັ່ງນີ້:

  1. ນັັກສຶກສາ ມີຄວາມເຂົ້າໃຈໃນເບື້ອງຕົ້ນ ກ່ຽວກັບຄວາມໝາຍຄວາມສຳຄັນຂອງການຈັດຕັ້ງກຸ່ມ ແລະ ການ ຈັດຕັ້ງສະຫະກອນ ໃນ ສປປ. ລາວ ;
  2. ຮັບຮູ້ໄດ້ເງື່ອນໄຂ ແລະ ຂັ້ນຕອນໃນການສ້າງຕັ້ງ ກຸ່ມ ແລະ ສະຫະກອນ;
  3. ຜົນປະໂຫຍດທີ່ໄດ້ຮັບຈາກການຈັດຕັ້ງກຸ່ມ ແລະ ສະຫະກອນ;
  4. ປັດໃຈສຳຄັນທີ່ເຮັດໃຫ້ການຈັດຕັ້ງ ກຸ່ມ ແລະ ສະຫະກອນ ມີຜົນສຳເລັດ;
  5. ນັກສຶກສາ ຮັບຮູ້ ແລະ ເຂົ້າໃຈ ໃນເບື້ອງຕົ້ນກ່ຽວກັບ ອຸດົມການ, ຫຼັກການ ແລະ ວິທີການການບໍລິຫານ,ການດຳເນີນທຸລະກິດໃນຮູບບແບບຂອງສະຫະກອນ;
  6. ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບນະໂຍບາຍຂອງພາກລັດທີ່ມີຕໍ່ ວຽກງານການຈັດຕັ້ງ ກຸ່ມ ແລະ ສະຫະກອນ;
  7. ບັນດາອາຈານ ແຕ່ລະຄະນະ ມີຄວາມເຂົ້າໃຈດີເທົ່າທີ່ຄວນ ກ່ຽວກັບຄວາມສຳຄັນຂອງການຈັດຕັ້ງສະຫະ ກອນ ແລະ ຂະບວນການຕ່າງໆ ທີ່ຕິດພັນກັບການພັດທະນາວຽກງານສະຫະກອນ ວ່າມີຄວາມຈຳເປັນຕ້ອງມາຮ່ວມກັນພັດທະນາ, ຕ້ອງມີການລິ່ເລິມຈັດຕັ້ງໂດຍການຮຽນຮູ້ ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ຈື່ງຈະມີໜໍ່ແໜ່ງເກີດຂຶ້ນ ກ່ຽວກັບການພັດທະນາສະຫະກອນ ໃນ ສປປ ລາວ.

 ໃນຄະນະດຳເນີນຂະບວນການດັ່ງກ່າວ ຄະນະທິມງານທີ່ລົງໃຫ້ຄວາມຮູ້ພື້ນຖານດ້ານສະຫະກອນ ຕິລາຄາໄດ້ ຄາດຄະເນຜົນໄດ້ການຮັບຮູ້ ແລະ ຄວາມເຂົ້າໃຈ ຂອງນັກສຶກສາ ໄດ້ເຖິງ 50% ຊຶ່ງທັງໝົດນີ້ ສະແດງໃຫ້ເຫັນວ່າການຈັດສຳມະນາຄັ້ງນີ້ ຕ້ອງສືບຕໍ່ລົງເຜີຍແຜ່ ແລະ ສືບຕໍ່ໃຫ້ຄວາມຮູ້ ໃນອົງປະກອບຕ່າງໆ ທີ່ຕິດພັນກັບວຽກງານສະຫະກອນ ເຊັ່ນ: ການສ້າງແຜນທຸລະກິດຂອງສະຫະກອນ, ການກຳນົດລະບຽບພາຍໃນສະຫະກອນ ແລະ ການຄູ້ມຄອງບໍລິຫານຈັດການສະຫະກອນ, ການດຳເນີນທຸລະກິດຂອງສະຫະກອນ ໃຫ້ນັກສຶກສາ ເປັນແຕ່ລະໄລຍະ. ໂດຍການສືບຕໍ່ປະສານສົມທົບກັບຄູ່ຮ່ວມພັນທະນາ ກຳນົດແຜນການເປັນແຕ່ລະໄລຍະ ເພື່ອສືບຕໍ່ໃນການລົງເຜີຍແຜ່ບັນດານິຕິກຳ, ວິທີການ ຕ່າງໆ ຂອງການຈັດຕັ້ງກຸ່ມ ແລະ ສະຫະກອນ ໃຫ້ບັນດາວິທະຍາໄລ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ວຽກງານກຸ່ມ ແລະ ສະຫະກອນ ໃນ ສປປ ລາວ.

 

ຂຽນໂດຍ: ນາງ ບົວທອງ ແກ້ວຫລ້າ  ພະແນກສົ່ງເສີມກຸ່ມ, ສະຫະກອນ ແລະ ກອງທຶນ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ