Department of Agriculture Extension and Cooperatives

ສູນ​ພັດ​ທະ​ນາ​ກະ​ສິ​ກຳ ໜອງ​ແດງ (ແຂວງສາ​ລະ​ວັນ​)

ໜ້າທີ່ 

  1. ຜັນຂະຫຍາຍແຜນຍຸດທະສາດການພັດທະນາ ວຽກສົ່ງເສີມກະສິກໍາ ແລະ ສະຫະກອນຂອງກົມເປັນແຜນ ການ ແລະ ໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ;
  2. ສົ່ງເສີມ​ການນຳ​ໃຊ້​ຜົນສຳ​ເລັດ​​ທາງ​ດ້ານ​ວິທະຍາສາດ, ອຸປະກອນກົນຈັກກະສິກຳ, ວິທີການກະ​ເສດ​ສຸມ​ ແລະ ແບບປະສົມປະສານ ​ເພື່ອຍົກ​ສະມັດຖະ​ພາບ​, ຄຸນ​ນະພາ​ບຂອງຜົນຜະລິດ ແລະ ມີໂພຊະນາການຕາມ​ຫຼັກການກະສິກໍາ​ສະອາດ, ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ;
  3. ຝຶກອົບຮົມ ແລະ ສາທິດ ເຕັກນິກ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ທັກສະກະສິກຳສະໄໝໃໝ່ ເຂົ້າໃນການປູກ, ການລ້ຽງ ແບບປະສົມປະສານ ຕາມຫຼັກການກະສິກໍາສະອາດ; ການອົບ, ຕາກ, ຄັດແຍກ, ຈັດເກຣດ, ຫຸ້ມຫໍ່ ເພື່ອສ້າງມູນຄ່າເພີ່ມ ແລະ ການຕະຫຼາດ ໃຫ້ແກ່ຊາວກະສິກອນ, ກຸ່ມຜູ້ຜະລິດ, ກຸ່ມປຸງແຕ່ງ ແລະ ຜູ້ປະກອບການທຸລະກິດກະສິກໍາ ລວມທັງຮ່ວມຈັດງານວາງສະແດງສິນຄ້າກະສິກໍາ​;
  4. ສົ່ງເສີມການຈັດຕັ້ງເປັນ ກຸ່ມ, ຟາມ ແລະ ຫົວໜ່ວຍທຸລະກິດກະສິກໍາ ແບບຜູກພັນຕາມສັນຍາ ໃຫ້ເປັນຂະບວນກວ້າງຂວາງ ກ້າວໄປສູ່ການສ້າງເປັນສະຫະກອນ ຫຼື ເປັນຫົວໜ່ວຍເສດຖະກິດຮ່ວມມື ໃນຮູບແບບຕ່າງໆ ໃຫ້ມີຄວາມເຂັ້ມແຂງເພື່ອປັບປຸງການຜະລິດເປັນສິນຄ້າພາຍໃນ ແລະ ທົດແທນການນຳເຂົ້າ, ເປັນສະບຽງອາຫານ-ໂພຊະນາການ ໃຫ້ມີຄຸນນະພາບ;
  5. ສ້າງຄວາມຂີດຄວາມສາມາດຂອງນັກສົ່ງເສີມ ຂັ້ນເມືອງ,​ ສະຖານີບໍລິການເຕັກນິກກະສິກຳ ແລະ ວິຊາການບ້ານ ໃຫ້ມີຄວາມເຂັ້ມເເຂງ ໃນການປະຕິບັດວຽກສາທິດ, ຝຶກອົບຮົມ, ການຖ່າຍທອດບໍລິການເຕັກນິກ ການປູກ, ການລ້ຽງ, ການປຸງແຕ່ງ ແລະ ການຕະຫຼາດ; ວິທີການສ້າງຕັ້ງ ແລະ ຄຸ້ມຄອງ ກອງທຶນ; ການຈັດທັດ ສະນະສຶກສາແລກປ່ຽນບົດຮຽນ;
  6. ຜະລິດແນວພັນເຂົ້າລຸ້ນສາມ, ແນວພັນ ພືດ, ສັດ ແລະ ສັດນໍ້າ ພ້ອມທັງຊຸກຍູ້ສົ່ງເສີມການຜະລິດ ແລະ ນໍາໃຊ້ແນວພັນດັ່ງກ່າວໃຫ້ກວ້າງຂວາງ ເພື່ອຕອບສະໜອງການແນວພັນໃຫ້ແກ່ຜະລິດສິນຄ້າຮັບໃຊ້ພາຍໃນທົດແທນການນໍາເຂົ້າ ແລະ ຜະລິດສິນຄ້າທີ່ມີຕະຫຼາດ ມີສັນຍາແລ້ວເພື່ອສົ່ງອອກ ດ້ວຍການປະສານສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ບັນດາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ນະຄອນ ແລະ ພາກສ່ວນ​ກ່ຽວຂ້ອງ ເພື່ອຂະຫຍາຍຕາໜ່າງການ​ຜະລິດ​ແນວ​ພັນ​ ຂອງຄອບຄົວ, ຟາມ, ຫົວໜ່ວຍທຸລະກິດ, ກຸ່ມ, ສະຫະກອນ ​ໃຫ້ຖືກຕ້ອງ​ຕາມຂະ​ບວນການ, ຂັ້ນ​ຕອນ​ດ້ານ​ວິຊາ​ການ ແລະ ​ມີ​ຕາ​ໜ່າງການກວດສອບ, ຢັ້ງຢືນຄຸນນະພາບແນວພັນ;
  7. ເກັບກໍາຂໍ້ມູນ ບັນດາພື້ນຖານໂຄງລ່າງ, ເຄື່ອງມືອຸປະກອນດ້ານເຕັກນິກ ແລະ ສັງລວມບັນດາ​ບົດຮຽນ​​ດີ​ເດັ່ນ ໃນ​ການຜະລິດ, ການ​ປຸງ​ແຕ່ງ ແລະ ການຕະຫຼາດ ຂອງ​ບັນດາຟາ​ມ, ຄອບຄົວ, ກຸ່ມ​, ສະຫະກອນ, ຫົວໜ່ວຍທຸລະກິດກະສິກໍາ, ຕະຫຼາດຂາຍຜົນຜະລິດກະສິກໍາ ແລະ ຫົວໜ່ວຍເສດຖະກິດຮ່ວມມືອື່ນ ຂອງປະຊາຊົນ ໂດຍປະສານສົມທົບກັບທ້ອງຖິ່ນ ເພື່ອເປັນຖານຂໍ້ມູນ ແລະ ບ່ອນອີງໃນການວາງແຜນ ການສົ່ງເສີມ ​ແລະ​ ກະຈາຍ​ບົດຮຽນອອກ​ສູ່​ວົງ​ກວ້າງ;
  8. ປະສານສົມທົບກັບຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ມີກົນໄກການບໍລິການແຫຼ່ງທຶນ, ສິນເຊື່ອ, ປັດໄຈການຜະລິດ, ເເນະນໍາເຕັກນິກວິຊາການ ແລະ ການເຂົ້າເຖິງຕະຫຼາດ ໃຫ້ແກ່ກຸ່ມ, ສະຫະ ກອນ ແລະ ຊາວກະສິກອນ ເພື່ອຍົກປະລິມານ ແລະ ຄຸນນະພາບ ຂອງຜົນຜະລິດກະສິກໍາ ຕາມທິດຫັນເປັນກົນຈັກທັນສະໄໝ ສີຂຽວ ແລະ ຍືນຍົງ;
  9. ສ້າງແຜນງົບປະມານ, ກິດຈະກໍາ ແລະ ສະຫຼຸບລາຍງານຢ່າງເປັນປົກກະຕິ; ນໍາສະເໜີຂໍອະນຸມັດໂຄງການ, ງົບປະມານຂອງລັດ ແລະ ແຫຼ່ງທຶນອື່ນໆ ພ້ອມທັງຄຸ້ມຄອງນໍາໃຊ້ຊັບສິນ, ງົບປະມານ, ຊັບພະຍາກອນ ຂອງສູນ ໃຫ້ມີປະສິດທິພາບ​, ໂປ່ງໃສ ແລະ ສາມາດກວດສອບໄດ້;
  10. ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ ບົນພື້ນຖານການຕົກລົງເຫັນດີຂອງກົມ;
  11. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງກົມ.
ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ