Department of Agriculture Extension and Cooperatives

ບົດບາດໜ້າທີ່ຂອງກົມສົ່ງເສີມກະສິກໍາ ແລະ ສະຫະກອນ

ທີ່ຕັ້ງ ແລະ ພາລະບົດບາດ

    ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຂຽນເປັນຕົວອັກສອນຫຍໍ້ວ່າ “ກສກສ” ແມ່ນກົງຈັກການຈັດຕັ້ງໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ໃນການຄຸ້ມຄອງມະຫາພາກ ເປັນໃຈກາງໃນການສົ່ງເສີມການຜະລິດ, ການປຸງແຕ່ງ ແລະ ຈັດຕັ້ງກໍາລັງການຜະລິດ; ຖ່າຍທອດເຕັກນິກ, ເຕັກໂນໂລຊີ, ນະວັດຕະກຳ, ທັກສະກະສິກຳສະໄໝໃໝ່; ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການປູກ, ການລ້ຽງ, ການນຳໃຊ້ກົນຈັກ, ການປຸງແຕ່ງ ແລະ ການຕະຫຼາດ; ພັດທະນາສູນ, ສະຖານີບໍລິການເຕັກນິກກະສິກຳ ໃຫ້ຮັບປະກັນການເຄື່ອນໄຫວປະຕິບັດໜ້າທີ່ ສົ່ງເສີມບໍລິການເຕັກນິກ ເພື່ອຍົກສະມັດຖະພາບການຜະລິດກະສິກຳໃຫ້ສູງຂຶ້ນ ທັງຮັບປະກັນ ດ້ານປະລິມານ ແລະ ຄຸນນະພາບຕາມທິດຫັນເປັນອຸດສາຫະກຳ, ສີຂຽວ ແລະ ຍືນຍົງ.

 

 ໜ້າທີ່

  1. ປະຕິບັດກົດໝາຍ, ດໍາລັດ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງກະສິກໍາ ແລະ ປ່າໄມ້;
  2. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດຂອງຂະແໜງ ກະສິກຳ ແລະ ປ່າໄມ້ ມາເປັນແຜນຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການຂອງຕົນ ເພື່ອນຳສະເໜີລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາອະນຸມັດ ພ້ອມທັງຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໃຫ້ໄດ້ຮັບຜົນດີ;
  3. ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບວຽກງານສົ່ງເສີມກະສິກຳ ແລະ ສະຫະກອນ, ກໍານົດຮູບແບບມາດຕະຖານ, ຫຼັກການ ແລະ ວິທີສ້າງຕັ້ງ ກຸ່ມ ແລະ ສະຫະກອນ ເພື່ອນໍາສະເໜີລັດຖະມົນຕີ ກະຊວງກະ ສິກຳ ແລະ ປ່າໄມ້ ພິຈາລະນາອະນຸມັດ ພ້ອມທັງເຜີຍແຜ່ໃຫ້ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງທົ່ວເຖິງ;
  4. ຈັດຕັ້ງ ແລະ ປັບປຸງສະຫະກອນ, ກຸ່ມການຜະລິດ, ຟາມ, ຫົວໜ່ວຍທຸລະກິດກະສິກໍາ ຕິດພັນກັບການສົ່ງ ເສີມ ແລະ ປັບປຸງຮູບແບບການຜະລິດເປັນສິນຄ້າ, ສະບຽງອາຫານ-ໂພຊະນາການ ດ້ວຍການຜະລິດແບບຜູກພັນຕາມສັນຍາ ໃຫ້ເປັນຂະບວນກວ້າງຂວາງ, ເຂັ້ມແຂງ ກ້າວໄປສູ່ການສ້າງເປັນສະຫະກອນທີ່ເຂັ້ມ ແຂງ ຢູ່ບັນດາເຂດຈຸດສຸມຜະລິດສະບຽງອາຫານ, ເຂດຈຸດສຸມຜະລິດເປັນສິນຄ້າ ເພື່ອຮັບໃຊ້ພາຍໃນທົດແທນການນໍາເຂົ້າ ແລະ ສົ່ງອອກ;
  5. ຜະລິດແນວພັນເຂົ້າລຸ້ນສາມ, ແນວພັນພືດ, ແນວພັນສັດ, ແນວພັນສັດນໍ້າທີ່ດີ ຢູ່ບັນດາສູນທີ່ຂຶ້ນກັບກົມ ພ້ອມທັງສົ່ງເສີມ ແລະ ຂະຫຍາຍເຄືອຂ່າຍຜະລິດແນວພັນດັ່ງກ່າວ ຂອງກຸ່ມ, ຄອບຄົວ, ຜູ້ປະກອບການ ເພື່ອຕອບສະໜອງແນວພັນໃຫ້ແກ່ການຜະລິດສິນຄ້າຮັບໃຊ້ພາຍໃນ ທົດແທນການນໍາເຂົ້າ ແລະ ຜະລິດສິນຄ້າທີ່ມີຕະຫຼາດ ມີສັນຍາແລ້ວເພື່ອສົ່ງອອກ ດ້ວຍການສ້າງກົນໄກຮ່ວມມືສຳພັນເສດຖະກິດ ລະຫວ່າງ ພາກລັດ, ກຸ່ມການຜະລິດ, ສະຫະກອນ ແລະ ຫົວໜ່ວຍຜູ້ປະກອບການ ໃຫ້ກວ້າງຂວາງ ແລະ ມີຄຸນນະ ພາບ;
  6. ບໍລິການ ແລະ ຖ່າຍທອດ ເຕັກນິກ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ທັກສະກະສິກຳສະໄໝໃໝ່ ເຂົ້າໃນການປູກ, ການລ້ຽງ, ການປຸງແຕ່ງ ແລະ ການຕະຫຼາດ ດ້ວຍການນຳໃຊ້ຜົນສຳເລັດທາງດ້ານວິທະຍາ ສາດ, ອຸປະກອນ, ກົນຈັກກະສິກຳ, ວິທີການກະເສດສຸມແບບປະສົມປະສານ ເພື່ອຍົກສະມັດຖະພາບ, ຄຸນນະພາບຂອງຜົນຜະລິດ ແລະ ມີໂພຊະນາການ ຕາມຫຼັກການກະສິກໍາສະອາດ, ສີຂຽວ ແລະ ຍືນຍົງ;
  7. ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານປຸງແຕ່ງຜົນຜະລິດກະສິກໍາຂະໜາດນ້ອຍ ລະດັບຄອບ ຄົວ, ກຸ່ມ, ສະຫະກອນ ພ້ອມທັງສົ່ງເສີມເຕັກນິກການອົບ, ຕາກ, ຄັດແຍກ, ຈັດເກຣດ, ຫຸ້ມຫໍ່ ແລະ ແປຮູບ-ປຸງລົດ ຜົນຜະລິດກະສິກຳ ເພື່ອສ້າງມູນຄ່າເພີ່ມ ໄດ້ມາດຕະຖານ ແລະ ຄວາມຕ້ອງການຂອງຕະ ຫຼາດ, ມີໂພຊະນາການ, ສະອາດ ແລະ ປອດໄພ ພ້ອມທັງສ້າງເງື່ອນໄຂເອື້ອອຳນວຍການສ້າງຍີ່ຫໍ້ກາ ໝາຍສິນຄ້າກະສິກຳ;
  8. ສ້າງກົນໄກຄຸ້ມຄອງ ແລະ ນຳໃຊ້ກອງທຶນຂອງກຸ່ມ, ສະຫະກອນ ແລະ ບັນດາຫົວໜ່ວຍເສດຖະກິດຮ່ວມມື ຂອງປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ແລະ ຢືນຍົງ ດ້ວຍການກໍານົດ ຮູບແບບ, ຫຼັກການ ແລະ ນິຕິ ກຳຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ; ເກັບກໍາຂຶ້ນບັນຊີ, ຂຶ້ນທະບຽນກຸ່ມການຜະລິດ ແລະ ສະຫະກອນ ພ້ອມທັງຊຸກຍູ້ຕິດຕາມ ແລະ ກວດກາການເຄື່ອນໄຫວຂອງກຸ່ມການຜະລິດ ແລະ ສະຫະກອນ ໃຫ້ມີປະສິດທິຜົນ;
  9. ສ້າງຖານຂໍ້ມູນຂ່າວສານການສົ່ງເສີມໃນຮູບແບບ ເອກະສານ ແລະ ດີຈີຕອນ ເພື່ອໂຄສະນາເຜີຍແຜ່ ແລະ ບໍລິການເຕັກນິກການຜະລິດກະສິກຳ, ການປຸງແຕ່ງ, ການເຂົ້າເຖິງ ແຫຼ່ງທຶນ, ປັດໄຈການຜະລິດ ແລະ ການຕະຫຼາດ ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດງານວາງສະແດງສິນຄ້າກະສິກໍາ ໃຫ້ກວ້າງຂວາງ;
  10. ສ້າງຂີດຄວາມສາມາດ​ຂອງນັກ​ສົ່ງ​ເສີມ ​ຂັ້ນສູນກາງ, ແຂວງ, ເມືອງ, ສູນ ແລະ ສະຖານີ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ໃນການ​ຖ່າຍ​ທອດຄວາມຮູ້, ບໍລິການເຕັກນິກດ້ານການ​ຜະລິດ, ການປຸງແຕ່ງກະສິກໍາ, ໂພຊະນາການ ແລະ ການຕະຫຼາດ ໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ ຕິດພັນກັບການສ້າງວິຊາ​ການ​ບ້ານ, ຄອບຄົວ, ຟາມ, ຫົວໜ່ວຍທຸລະກິດ, ກຸ່ມ ແລະ ສະຫະກອນຕົວແບບ ດ້ວຍ​ການ​ຝຶກອົບຮົມ, ສາທິດ​ທັດສະນະ​ສຶກສາແລກປ່ຽນບົດຮຽນ ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດ; ​
  11. ພັດທະນາສູນ ທີ່ຂຶ້ນກັບໂຄງປະກອບການຈັດຕັ້ງຂອງກົມ ໃຫ້ຮັບປະກັນການເຄື່ອນໄຫວຕາມບົດບາດ ໜ້າທີ່ ດ້ວຍການປະກອບທຶນ, ຫັນກິດຈະກໍາຂອງບັນດາໂຄງການ, ວິຊາການທີ່ມີຄວາມຮູ້ຄວາມສາມາດ, ວັດຖຸ-ເຕັກນິກ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ທັກສະກະສິກໍາສະໄໝໃໝ່ ພ້ອມທັງໃຫ້ມີເຄືອຂ່າຍ ສໍາພັນດ້ານເຕັກນິກວິຊາການກັບ ບັນດາສູນ, ສະຖານີບໍລິການເຕັກນິກ ຂອງແຂວງ, ເມືອງ ເພື່ອເປັນບ່ອນບໍລິການເຕັກນິກ, ສາທິດ ແລະ ຮຽນຮູ້ ໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ, ນັກສຶກສາ ແລະ ສັງຄົມ;
  12. ຊຸກຍູ້ ບັນດາພະແນກກະສິກໍາ ແລະ ປ່າໄມ້ ແຂວງ/ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ/ນະຄອນ ສ້າງ ແລະ ພັດທະນາສູນບໍລິການເຕັກນິກກະສິກໍາຂັ້ນແຂວງ, ສະຖານີບໍລິການ ເຕັກນິກກະສິກໍາ ຂັ້ນເມືອງ ດ້ວຍການປະກອບບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ, ງົບປະມານ ແລະ ຫັນກິດຈະກໍາຂອງບັນດາໂຄງການ, ວັດຖຸ-ອຸປະກອນດ້ານເຕັກນິກ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ທັກສະກະສິກໍາສະໄໝໃໝ່ ເພື່ອເປັນບ່ອນບໍລິການເຕັກນິກ, ສາທິດ ແລະ ຮຽນຮູ້ ໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ, ນັກສຶກສາ ແລະ ສັງຄົມ;
  13. ປະສານສົມທົບ ແລະ ຮ່ວມ​ມືກັບ ຫ້ອງການ, ບັນດາກົມ, ສະຖາບັນ, ບັນດາວິທະຍາ​ໄລ​ກະສິກຳ ແລະ ປ່າໄມ້, ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້, ສະຖາບັນການ​ສຶກສາ, ກະຊວງ​ທີ່​ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາທັງ​ພາຍ​ໃນ ແລະ ຕ່າງປະເທດ ເພື່ອສ້າງໂຄງການພັດທະນາ ແລະ ຍາດ​ແຍ່ງ​ເອົາການ​ຊ່ວຍ​ເຫຼືອທາງດ້ານເຕັກນິກວິຊາການ ແລະ ທຶນ ​ເຂົ້າ​ໃນ​ການ​ຈັດຕັ້ງປະຕິບັດບັນດາ​ແຜນ​ງານ, ​ແຜນການ ແລະ ໂຄງການໃນຂົງເຂດວຽກງານສົ່ງເສີມກະສິກຳ ແລະ ສະຫະກອນ;
  14. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ບັນດາໂຄງການງົບປະມານຂອງລັດ ແລະ ໂຄງການຮ່ວມມືກັບຕ່າງ ປະເທດ ກ່ຽວກັບວຽກງານສົ່ງເສີມ ແລະ ສະຫະກອນ ໃຫ້ໄປຕາມວຽກຈຸດສຸມຂອງກະຊວງ, ວຽກຈຸດສຸມຂອງລັດຖະບານໃນແຕ່ລະໄລຍະ ທັງຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ; ມີການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ໃຫ້ໄດ້ຜົນສຳເລັດເປັນຢ່າງດີ;
  15. ຄົ້ນຄວ້າ, ນຳສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງກຳນົດຕຳແໜ່ງງານໃຫ້ຄົບຖ້ວນ, ຄຸ້ມຄອງພະນັກງານ-ລັດຖະກອນ ແລະ ສ້າງແຜນການບໍາລຸງກໍ່ສ້າງພະນັກງານ-ລັດຖະກອນຂອງຕົນ ບົນພື້ນຖານຄວາມສະເໝີພາບບົດບາດຍິງ-ຊາຍ ໂດຍປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້; ປັບປຸງແບບແຜນວິທີເຮັດວຽກ, ກົນໄກການຄຸ້ມຄອງບໍລິຫານຂອງກົມໃຫ້ມີປະສິດທິພາບ;
  16. ສົ່ງເສີມ ແລະ ເຊື່ອມໂຍງວຽກ​ງານ​ຄວາມ​ກ້າວໜ້າ​ຂອງ​​ແມ່​ຍິງ ແລະ ແມ່-ເດັກ ເຂົ້າໃນວຽກງານສົ່ງເສີມກະສິກຳ​ ແລະ ສະຫະກອນ ​ແຕ່​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ;
  17. ຂຶ້ນແຜນງົບປະມານ ​ ພ້ອມທັງຕິດ​ຕາມກວດ​ກາ, ສະຫຼຸບ, ລາຍ​ງານ ແລະ ຖອດ​ຖອນ​ບົດຮຽນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ, ແຜນການ ແລະ ໂຄງ​ການຕ່າງໆ ທີ່​ກົມ​ຮັບ​ຜິດ​ຊອບ​ໃຫ້​​ເປັນ​ລະບົບ;
  18. ຄຸ້ມຄອງ ແລະ ນຳໃຊ້ຊັບສົມບັດ, ວັດຖຸສິ່ງຂອງ, ພາຫະນະ ແລະ ງົບປະມານ ທີ່ໄດ້ຮັບອະນຸມັດ ຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນສູງ;
  19. ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີ ຊາບ ແລະ ເພື່ອຊີ້ນໍາ;
  20. ປະຕິບັດໜ້າທີ່ອື່ນ ຕາມທີ່ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະ ມົນຕີ ຜູ້ຊີ້ນໍາ.

 

ຂອບເຂດສິດ

  1. ນໍາສະເໜີຮ່າງຍຸດທະສາດ, ແຜນງານ, ແຜນການ, ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງກົມ ແລະ ຂະແໜງການ; ຄົ້ນຄວ້າກໍານົດຮູບແບບ, ມາດຕະຖານ, ຫຼັກການ ແລະ ວິທີສ້າງຕັ້ງກຸ່ມ ແລະ ສະຫະກອນ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາອະນຸມັດ;
  2. ອອກຂໍ້ຕົກລົງ, ອອກແຈ້ງການ, ຄໍາແນະນໍາ, ຄູ່ມືວິຊາການ, ໜັງສືສະເໜີເຖິງຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງອ້ອມຂ້າງກະຊວງ ແລະ ຂະແໜງການຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ສະຫະກອນ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ໃຫ້ໄດ້ຮັບຜົນສຳ ເລັດຕາມຄາດໝາຍ ທີ່ວາງໄວ້ ພ້ອມທັງກວດກາຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
  3. ຊີ້​ນຳ, ​ຄຸ້ມ​ຄອງຕາມ​ສາຍ​ຕັ້ງ​ທາງດ້ານ ເຕັກນິກ, ວິຊາ​ການໂດຍ​ມີ​ການ​ແບ່ງ​ຂັ້ນ, ​ແບ່ງ​ຄວາມ​ຮັບຜິດຊອບ ແລະ ​ແບ່ງ​ສິດ​ໃນ​ການ​ຕົກລົງ​ບັນຫາ ​ຢ່າງ​ລະອຽດຈະ​ແຈ້ງ;
  4. ຄົ້ນຄວ້າ ແລະ ນຳສະເໜີ ການປັບປຸງກົງຈັກການຈັດຕັ້ງ, ກຳນົດຕຳແໜ່ງງານ, ບັນຈຸ-ສັບຊ້ອນ, ແຕ່ງຕັ້ງ ແລະ ປະຕິບັດນະໂຍບາຍຕໍ່ບຸກຄະລາກອນ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ທິດກະທັດຮັດ, ເຂັ້ມແຂງ ແລະ ມີປະສິດທິພາບ ທີ່ກົດໝາຍ ແລະ ລະບຽບການກໍານົດໄວ້;
  5. ຮຽກ​ໂຮມ​ພະນັກງານ​ນໍາພາ-ຄຸ້ມ​ຄອງ ແລະ ລັດຖະກອນວິຊາການ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ; ​ເຂົ້າ​ຮ່ວມກອງ​ປະຊຸມ ຫຼື ລາຍ​ງານ​ສ່ອງ​ແສງ​ວຽກ​ງານ​ເປັນ​ແຕ່ລະ​ໄລຍະ; ຈັດ ຫຼື ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນ ຄ້າ​ກະສິກໍາ ​ແລະ ຕະຫຼາດນັດ, ຝຶກ​ອົບຮົມ, ສໍາ​ມະ​ນາ​ດ້ານວິຊາ​ການ ​ແລະ ລົງ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ໜ້າ​ທີ່​ວຽກ​ງານ​ທີ່​ໄດ້​ກໍານົດ​ໃນ​ລະບຽບ​ການ​​ກ່ຽວຂ້ອງ;
  6. ຄົ້ນ​ຄວ້າ ​ແລະ ປະກອບ​ຄໍາ​ເຫັນ ​ກ່ຽວ​ກັບ​ການ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ໃນ​ດ້ານ​ກະສິກໍາ, ປ່າໄມ້ ແລະ ພັດ​ທະ​ນາ​ຊົນນະບົດ​ ບົນ​ພື້ນຖານ​ກົດໝາຍ ​ແລະ ລະບຽບ​ການ​;
  7. ຄຸ້ມ​ຄອງ ​ແລະ ນໍາ​​ໃຊ້​ງົບປະມານ, ຊັບ​ສິນ​ຂອງ​ລັດ, ການຈັດ​ຕັ້ງ​ປະຕິບັດ​ພາລະ​ບົດບາດ ​ແລະ ​ໜ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕາມ​ກົດໝາຍ ​ແລະ ລະບຽບ​ການ​ກຳນົດ​ໄວ້;
  8. ພົວພັນ, ຮ່ວມມື ແລະ ເຊັນສັນຍາກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດຕາມການຕົກ ລົງ ແລະ ມອບໝາຍຂອງລັດຖະມົນຕີ;
  9. ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດ ຖະມົນຕີ.

 

ໂຄງປະກອບກົງຈັກ

  1. ພະແນກບໍລິຫານ ແລະ ແຜນການ;
  2. ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ​;
  3. ພະແນກສົ່ງເສີມ ກຸ່ມ, ສະຫະກອນ ແລະ ກອງທຶນ;
  4. ພະແນກສົ່ງເສີມເຕັກນິກການຜະລິດ ແລະ ກົນຈັກກະສິກຳ;
  5. ພະແນກສົ່ງເສີມການຜະລິດ ​ແລະ​ ນໍາໃຊ້ແນວພັນ;
  6. ພະແນກສົ່ງເສີມການປຸງ​ແຕ່ງ ແລະ ໂພຊະນາການ;
  7. ສູນ​ພັດ​ທະ​ນາ​ກະ​ສິ​ກຳ 30 ເຮັກ​ຕາ (ແຂວງ ໄຊຍະບູລີ);
  8. ສູນ​ພັດ​ທະ​ນາ​ກະ​ສິ​ກຳ ປາກ​ແຈ້ງ (ແຂວງ ວຽງຈັນ);
  9. ສູນ​ພັດ​ທະ​ນາ​ກະ​ສິ​ກຳ ນ້ຳ​ປາ​ຈາດ (ແຂວງ ໄຊສົມບູນ);
  10. ສູນ​ພັດ​ທະ​ນາ​ກະ​ສິ​ກຳ ເຊບັ້ງ​ໄຟ (ແຂວງ ຄໍາມ່ວນ);
  11. ສູນ​ພັດ​ທະ​ນາ​ກະ​ສິ​ກຳ ຫຼັກ 35 (ແຂວງ ສະຫວັນນະເຂດ);
  12. ສູນ​ພັດ​ທະ​ນາ​ກະ​ສິ​ກຳ ໜອງ​ແດງ (ແຂວງ ສາລະວັນ);
  13. ສູນພັດທະນາກະສິກຳ ໜອງແຫ້ວ (ນະຄອນຫຼວງວຽງຈັນ).

ດາວໂຫຼດຟາຍ

 

 

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ