Department of Agriculture Extension and Cooperatives

ພະແນກສົ່ງເສີມ ກຸ່ມ, ສະຫະກອນ ແລະ ກອງທຶນ

ໜ້າທີ່ 

  1. ຜັນຂະຫຍາຍແຜນຍຸດທະສາດການພັດທະນາວຽກສົ່ງເສີມກະສິກໍາ ແລະ ສະຫະກອນຂອງກົມ ເປັນແຜນ ການ ແລະ ໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດ ຕາມບົດບາດ ໜ້າ​ທີ່​ຂອງ​ຕົນໃຫ້ປະກົດຜົນເປັນຈິງ;
  2. ຄົ້ນຄວ້າ, ນຳສະເໜີ ສ້າງ ແລະ ປັບປຸງນິຕິກຳ, ລະບຽບການ, ຫຼັກການ ແລະ ວິທີການ ກ່ຽວກັບການສ້າງຕັ້ງ ແລະ ຄຸ້ມຄອງ ກຸ່ມ, ສະຫະກອນ, ກອງທຶນ, ຟາມ ແລະ ຮູບແບບການຈັດຕັ້ງຮ່ວມມືອື່ນ ໃຫ້ມີຄວາມສອດຄ່ອງ ແລະ ສາມາດເຊື່ອມໂຍງກັບສາກົນ ພ້ອມທັງເຜີຍແຜ່ອອກສູ່ວົງກວ້າງ;
  3. ເກັບກຳ, ຂຶ້ນບັນຊີ ຟາມ, ກຸ່ມ, ສະຫະກອນ, ກອງທຶນ ແລະ ຮູບແບບການຈັດຕັ້ງຮ່ວມມືອື່ນ ໃນທົ່ວປະເທດ ເພື່ອຄຸ້ມຄອງຢ່າງລວມສູນ ພ້ອມທັງສ້າງຖານຂໍ້ມູນ, ສັງລວມລາຍງານ ແລະ ສະໜອງຂໍ້ມູນ ໃຫ້ຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ;
  1. ຈັດຕັ້ງ ແລະ ປັບປຸງສະຫະກອນ, ກຸ່ມການຜະລິດ, ຟາມ, ຫົວໜ່ວຍທຸລະກິດກະສິກໍາ ຕິດພັນກັບການສົ່ງເສີມ ແລະ ປັບປຸງຮູບແບບການຜະລິດເປັນສິນຄ້າ, ສະບຽງອາຫານ-ໂພຊະນາການ ດ້ວຍການຜະລິດແບບຜູກພັນຕາມສັນຍາ ໃຫ້ເປັນຂະບວນກວ້າງຂວາງ, ເຂັ້ມແຂງ ກ້າວໄປສູ່ການສ້າງເປັນສະຫະກອນທີ່ເຂັ້ມແຂງ ຢູ່ບັນດາເຂດຈຸດສຸມຜະລິດສະບຽງອາຫານ, ເຂດຈຸດສຸມຜະລິດເປັນສິນຄ້າ ເພື່ອຮັບໃຊ້ພາຍໃນທົດແທນການນໍາເຂົ້າ ແລະ ສົ່ງອອກ;
  2. ເອື້ອອໍານວຍການຜັນຂະຫຍາຍ ແລະ ປະຕິບັດ ນິຕິກໍາ, ລະບຽບການ ໃນການຄຸ້ມຄອງ ແລະ ນຳໃຊ້ກອງທຶນຂອງກຸ່ມ, ສະຫະກອນ ແລະ ຫົວໜ່ວຍເສດຖະກິດຮ່ວມມືອື່ນ ຂອງປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ດ້ວຍການຝຶກອົບຮົມ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດຢ່າງເປັນລະບົບ;
  3. ກຳນົດຮູບແບບ, ວິທີການ, ເຄື່ອງມື ແລະ ບົດແນະນຳ ໃນການຄຸ້ມຄອງ, ການລົງບັນຊີ, ການກວດສອບ ແລະ ການສະຫຼຸບລາຍງານຂອງກຸ່ມ, ສະຫະກອນ, ກອງທຶນ ແລະ ຟາມ;
  4. ກຳນົດຫຼັກສູດ ແລະ ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ການຄຸ້ມຄອງ ຟາມ, ກຸ່ມ, ສະຫະກອນ ແລະ ກອງທຶນ ໃຫ້ເປັນລະບົບໃນທົ່ວປະເທດ;
  5. ເອື້ອອໍານວຍ, ສ້າງເງື່ອນໄຂ ໃຫ້ຟາມ, ກຸ່ມ, ສະຫະກອນ, ກອງທຶນ ແລະ ຮູບແບບການຈັດຕັ້ງຮ່ວມມືອື່ນ ສາມາດເຂົ້າເຖິງແຫຼ່ງທຶນ, ເຕັກນິກ, ປັດໄຈການຜະລິດ ແລະ ຕະຫຼາດ ດ້ວຍການສ້າງຂໍ້ແນະນໍາ, ຝຶກອົບຮົມ ແລະ ທັດສະນະສຶກສາແລກປ່ຽນບົດຮຽນ ຢູ່ພາຍໃນ ແລະ ຕ່າງປະເທດ ແນໃສ່ໃຫ້ການເຄື່ອນ ໄຫວ ມີປະສິດທິພາບ;
  6. ສົມທົບ ແລະ ຊຸກຍູ້ ບັນດາຂະແໜງການທີ່ກ່ຽວຂ້ອງໃນ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃນການຜະລິດເປັນສິນຄ້າຂອງກຸ່ມການຜະລິດຢູ່ ຈຸດສຸມພັດທະນາ ແລະ ບ່ອນທີ່ມີເງື່ອນໄຂ ກ້າວເປັນສະຫະກອນທີ່ເຂັ້ມແຂງ;
  7. ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ບົດບາດໜ້າທີ່, ໝາກຜົນການຜະລິດ ແລະ ການດໍາເນີນທຸລະກິດ ເພື່ອສັງລວມ ສະເໜີປະຕິບັດນະໂຍບາຍ-ຍ້ອງຍໍ ໃຫ້ກຽດຕິຄຸນ ຕໍ່ບຸກຄົນ, ຫົວໜ່ວຍກຸ່ມ, ສະຫະກອນ, ກອງທຶນ ແລະ ຟາມ ທີ່ດີເດັ່ນ;
  8. ປະສານງານ, ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ທາງດ້ານງົບປະມານ ແລະ ເຕັກນິກວິຊາການ ບົນພື້ນຖານການຕົກລົງເຫັນດີຂອງກົມ;
  9. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງກົມ.
ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ