Department of Agriculture Extension and Cooperatives

ພິທິປະກາດສ້າງຕັ້ງ ກຸ່ມອອມຊັບ ແຊມາອຶລກຶມໂກລ ບ້ານໂພນໄຊ ເມືອງ ໂພນໂຮງ ແຂວງ ວຽງຈັນ

ພິທີປະກາດການສ້າງຕັ້ງ ກຸ່ມອອມຊັບແຊມາອຶນກຶມໂກ ບ້ານໂພນໄຊ, ເມືອງໂພນໂຮງ, ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2024 ໂດຍການເຂົ້າຮ່ວມຂອງທ່ານ ນ. ຈີ່ ຢອນ ຢຸນ ຜູ້ປະສານງານຕ່າງປະເທດ ຄະນະກຸ່ມອອມຊັບແຊມາອຶນກຶມໂກ ຈາກ ສ.ເກົາຫຼີ ພ້ອມດ້ວຍຄະນະ. ໂດຍການຕ້ອນຮັບແລະ ເປັນປະທານຮ່ວມໂດຍທ່ານ ບຸນມີ ອິນທະວົງ ຮອງເຈົ້າເມືອງໆໂພນໂຮງ ພ້ອມດ້ວຍຄະນະ. ມີທ່ານ ທອງເພັງ ພະກອນຄໍາ ປະທານກຸ່ມອອມຊັບແຊມາອຶນກຶມໂກ ບ້ານໂພນໄຊ, ມີຄະນະຮັບຜິດຊອບຂັ້ນເມືອງ, ອົງການປົກຄອງຂັ້ນບ້ານ ແລະ ສະມາຊິກກຸ່ມອອມຊັບເຂົ້າຮ່ວມ.

ທ່ານ ນ. ຈີ່ ຢອນ ຢຸນ ຜູ້ປະສານງານຕ່າງປະເທດ ຄະນະກຸ່ມອອມຊັບແຊມາອຶນກຶມໂກ ຈາກ ສ.ເກົາຫຼີ ໄດ້ລາຍງານກ່ຽວກັບຄວາມໝາຍຄວາມສໍາຄັນຂອງກຸ່ມອອມຊັບແຊມາອຶນກຶມໂກວ່າ: ເປັນກຸ່ມອອມຊັບໜຶ່ງໃນການທອນເງິນເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ເປັນກຸ່ມອອມຊັບຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມສຸກເສີນ ເວລາຕ້ອງການທຶນໃນການຄ້າຂາຍ ທຶນການສຶກສາ ແລະ ອື່ນໆ ເຊີ່ງສະມາຊິກທຸກຄົນສາມາດທອນ ແລະ ກູ້ຢືມເງິນຈາກກຸ່ມອອມຊັບໄດ້. ສໍາລັບກຸ່ມອອມຊັບແຊມາອຶນກຶມໂກ ບ້ານໂພນໄຊ ໄດ້ຮັບການສາ້ງຕັ້ງຂຶ້ນໃນວັນທີ 03 ມັງກອນ 2023 ແຕ່ຍັງບໍ່ເປັນທາງການ ໃນເບື່ອງຕົ້ນມີສະມາຊິກ 5 ຄົນ ມາຮອດປັດຈຸບັນມີສະມາຊິກທັງໝົດ 35 ຄົນ, ຍິງ 19 ຄົນ ມີກອງທຶນ 8.800.000 ກີບ. ມາຮອດວັນທີ 08 ເມສາ 2024 ທ່ານເຈົ້າເມືອງໆໂພນໂຮງ ໄດ້ອອກຂໍ້ຕົກລົງສະບັບເລກທີ 233/ຈມພຮ, ວ່າດ້ວຍການອະນຸມັດ ສ້າງຕັ້ງກຸ່ມອອມຊັບແຊມາອຶນກຶມໂກ ບ້ານໂພນໄຊ ຂຶ້ນຢ່າງເປັນທາງການ ແລະ ຂໍ້ຕົກລົງສະບັບເລກທີ 232/ຈມພຮ ວ່າດ້ວຍການແຕ່ງຕັ້ງຄະນະລິເລີ່ມກຸ່ມອອມຊັບແຊມາອຶນກຶມໂກ ບ້ານໂພນໄຊ ໂດຍໄດ້ແຕ່ງຕັ້ງ ທ່ານ ທອງເພັງ ພະກອນຄໍາ ເປັນປະທານກຸ່ມ, ທ່ານ ຄໍາພັນ ພິລາວົງ ເປັນຮອງ ແລະ ແຕ່ງຕັ້ງຄະນະອີກ 3 ທ່ານ ເພື່ອພ້ອມກັນບໍລິຫານຈັດການກຸ່ມອອມຊັບດັ່ງກ່າວໃຫ້ມີຄວາມເຂັ້ມແຂງ ແລະ ເປັນທ່າແຮງທີ່ສໍາຄັນໃນການປະກອບສ່ວນໃຫ້ສະມາຊິກໄດ້ມີທຶນຮອນເພື່ອນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນໃຫ້ມີຄວາມສະດວກ ເວລາຕ້ອງການທຶນຮອນ ໃນການຜະລິດກະສິກໍາ-ຄ້າຂາຍ, ການສຶກສາ, ເຈັບເປັນ ແລະ ອື່ນໆ ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກຄ່ອຍໆດີຂຶ້ນ. ໃນໂອກາດນີ້ ທ່ານ ຮອງເຈົ້າເມືອງ ໄດ້ຮຽກຮ້ອງໃຫ້ຄະນະກຸ່ມອອມຊັບທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ສືບຕໍ່ເອົາໃຈໃສ່ໃນການບໍລິຫານຈັດການ ໃຫ້ກຸ່ມອອມຊັບມີຄວາມເຂັ້ມແຂງ ເຕົ້າໂຮມຄວາມສາມັກຄີຂອງພໍ່-ແມ່ ປະຊາຊົນພາຍໃນບ້ານ ເພື່ອເພີ່ມສະມາຊິກຂອງກຸ່ມນັບມື້ນັບຫຼາຍຂຶ້ນ ແລະ ເຮັດໃຫ້ກຸ່ມອອມຊັບແຊມາອຶນກຶມໂກ ກາຍເປັນທ່າແຮງທີ່ສໍາຄັນໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ

 

ຂຽນໂດຍ: ສອນເພັດ ສຸລິພອນ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ