Department of Agriculture Extension and Cooperatives

ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ ເເລະ ເເຂວງຊຽງຂວາງ ເປີດນຳໃຊ້ຕະຫຼາດ

ໃນວັນທີ 12 ທັນວາ, ອຳນາດການປົກຄອງເມືອງ ພູກູດ ເເລະ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໄດ້ເປີດຕະຫຼາດໃນຮົ່ມແຫ່ງໃໝ່ທີ່ ບ້ານປຸ່ງໝັ້ນ, ເມືອງພູກູດ, ແຂວງຊຽງຂວາງ. ໂດຍການນໍາໃຊ້ກອງທຶນບ້ານ ໂດຍສົມທົກັບທຶນຊ່ວຍເຫຼືອຈາກ USAID ຜ່ານໂຄງການສົ່ງເສີມຈຸນລະວິສາຫະກິດກະສິກຳ ຢູ່ ສປປ ລາວ,  ການກໍ່ສ້າງໂຄງສ້າງຕະຫຼາດໃນຮົ່ມແບບຖາວອນ, ພາຍໃຕ້ການເປັນປະທານ ຂອງທ່ານ ຄຳພາ ພິລາວົງເຈົ້າເມືອງ ເມືອງ ພູກູດ, ທ່ານ Cullen Hughes ຜູ້ຕາງໜ້າອົງການ USAID ປະຈໍາລາວ ທ່ານ ວຽງສະໄຫວ ແສງສຸລິວົງ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ທ່ານ ທອງສີ ບຸນທະວົງ ນາຍບ້ານ ບ້ານປຸ່ງໝັ້ນ ແລະ ຕ່າງໜ້າຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ ຊຽງຂວາງ.

ເຊິ່ງຕະຫຼາດແຫ່ງນີ້ຈະຊ່ວຍໃຫ້ຊາວກະສິກອນໃນທ້ອງຖິ່ນຫຼາຍ 25 ເປີເຊັນສາມາດຂາຍສິນຄ້າຂອງຕົນໄດ້ຫຼາຍຂື້ນ ແລະ ຢ່າງຕໍ່ເນື່ອງ ໂດຍປາສະຈາກຄວາມກັງວົນຕໍ່ກັບສະພາບດິນຟ້າອາກາດ ກ່ອນທີ່ຕະຫຼາດໃນຮົ່ມຈະໄດ້ຮັບການຖືກສ້າງຂຶ້ນນັ້ນ, ຕະຫຼາດປຸ່ງໝັ້ນດັ່ງກ່າວ ໄດ້ມີການເປີດຂາຍສິນຄ້າໃນວັນເສົາເທົ່ານັ້ນ ແລະ ໄດ້ໃຫ້ບໍລິການແກ່ຊາວກະສິກອນ ປະມານ 160 ຄົນ ເຊີ່ງດຳເນີນການຊື້ຂາຍລະຫວ່າງຊາວກະສິກອນດ້ວຍກັນ ເເລະ ກັບພໍ່ຄ້າຈາກພາຍນອກ. ຕະຫຼາດແມ່ນຕັ້ງຢູ່ໃນພື້ນທີ່ເປີດໂລ່ງກາງແຈ້ງ, ເຊີ່ງເຮັດໃຫ້ຕະຫຼາດດັ່ງກ່າວຕ້ອງໄດ້ປິດລົງໃນເວລາ 10 ໂມງເຊົ້າ ເມື່ອອາກາດຮ້ອນເກີນໄປ, ແລະ ໃນລະດູຝົນ ຕະຫຼາດກໍຈະເຕັມໄປດ້ວຍດິນຕົມຫຼາຍເກີນໄປ ເຊີ່ງເຮັດໃຫ້ບໍ່ສາມາດດຶງດູດຜູ້ຊື້ໄດ້. ເພື່ອແກ້ໄຂຂໍ້ຫຍຸ້ງຍາກດັ່ງກ່າວ

ອົງການ USAID ໄດ້ລົງເຮັດວຽກຮ່ວມກັບອຳນາດການປົກຄອງບ້ານ ຕະຫຼອດໄລຍະ 10 ເດືອນຜ່ານມາ ເພື່ອອອກແບບ, ວາງແຜນ ແລະ ກໍ່ສ້າງໂຄງສ້າງຫຼັງຄາແບບຖາວອນ ເຊີ່ງມີຂະໜາດ 24 x 12 ແມັດ ໂດຍມີການປູພື້ນດ້ວຍຊີເມັນທີ່ມີການຍົກພື້ນໃຫ້ສູງຂຶ້ນ. ມູນຄ່າໂຄງການທັງໝົດແມ່ນ 20.385 ໂດລາສະຫະລັດ, ໃນນີ້ ບ້ານໄດ້ມີການປະກອບສ່ວນ 35 ເປີເຊັນ, ອາຄານໃໝ່ໃນຕະຫຼາດເປັນຕົວຢ່າງໜື່ງທີ່ສະແດງໃຫ້ເຫັນວ່າ ການເຮັດວຽກຮ່ວມກັນຢູ່ໃນຂັ້ນທ້ອງຖິ່ນ ສາມາດນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ຊາວກະສິກອນ. ການທີ່ຊາວບ້ານສາມາດນຳຜົນຜະລິດຂອງຕົນອອກສູ່ຕະຫຼາດໄດ້ຫຼາຍຂຶ້ນ ແລະ ສາມາດຮັກສາຜະລິດຕະພັນຂອງຕົນຈາກການສຳພັດໂດຍກົງກັບສະພາບອາກາດກາງແຈ້ງ,ຈະຊ່ວຍເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ, ກ່າວໂດຍ ທ່ານ Sophie Walker, ຫົວໜ້າໂຄງການສົ່ງເສີມຈຸນລະວິສາຫະກິດກະສິກຳ. ໂຄງການສົ່ງເສິມຈຸນລະວິສາຫະກິດກະສິກຳ ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ USAID ເປັນໄລຍະເວລາ 6 ປີ ເຊີ່ງໄດ້ຈັດຕັ້ງປະຕິບັດຮ່ວມກັບອົງກອນ ACDI/VOCA, ໄດ້ຊ່ວຍເສີມສ້າງຄວາມສາມາດໃນການແຂ່ງຂັນຂອງຈຸນລະວິສາຫະກິດກະສິກຳ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການຂະຫຍາຍການເຂົ້າເຖິງ ແລະ ນຳໃຊ້ທັກສະດ້ານທຸລະກິດ, ເຕັກໂນໂລຊີ ແລະ ການປະຕິບັດທີ່ທັນສະໄໝ, ການເງິນ, ການເຊື່ອມໂຍງຕະຫຼາດ, ແລະ ການສົນທະນາລະຫວ່າງພາກລັດ ແລະ ພາກເອກະຊົນ. ມາຮອດປະຈຸບັນ, ໂຄງການໄດ້ຊ່ວຍຈຸນລະວິສາຫະກິດກະສິກຳຈຳນວນຫຼາຍກວ່າ 5,000 ຫົວໜ່ວຍ ເຂົ້າເຖິງດ້ານການຕະຫຼາດ ເເລະ ໄດ້ຝຶກອົບຮົມທັກສະການເຮັດທຸລະກິດທີ່ກ່ຽວຂ້ອງກັບການຕັດສິນໃຈເຮັດທຸລະກິດໃນລະດັບຟາມໃຫ້ຈຸນລະວິສາຫະກິດກະສິກຳຫຼາຍກວ່າ 10,700 ຄົນ.

                                                  ຂຽນໂດຍ : ອາມຸດ ແສນທອນ

                                                                    ກວດແກ້ໂດຍ : ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ