Department of Agriculture Extension and Cooperatives

ກອງປະຊູມເຜີຍແຜ່ວຽກງານກຸ່ມອອມຊັບເຊມາອຶລກືມໂກ ຂອງສະຫະກອນສີນເຊື່ອຊຸມຊົນ ແຊມາອຶລກຶມໂກ ສປປ ລາວ ທີ່ ແຂວງບໍລິຄໍາໄຊ

ໃນຕອນເຊົ້າ ຂອງວັນທີ 21/11/2023,ໃນເວ​ລາ 8:30 ໂມງ ກອງ​ປະ​ຊຸມໄດ້ຈັດ​ຂຶ້ນ​ຢູ່​ທີ່​ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ບໍລິຄໍາໄຊ, ໃຫ້​ກ​ຽດ​ເປັນປະ​ທານ​ກ່າວ​ເປີດກອງ​ປະ​ຊຸມ​ ໂດຍ​ທ່ານ ສົມພອນ ແກ້ວຫາວົງ   ຫົວໜ້າກົມສົ່ງເສິມກະສິກໍາ ແລະ ສະຫະກອນ ເປັນປະທານ, ພ້ອມດ້ວຍ ທ່ານ ພັດທະຈອນ ແກ້ວພຸດວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ບໍລິຄໍາໄຊ ກໍ່ໃຫ້ກຽດເປັນປະທາຮ່ວມໃນຄັ້ງນີ້. ກອງ​ປະ​ຊຸມໄດ້​ ລາຍງານການສືກສາ​ຄວາມ​ເປັນ​ໄປ​ໄດ້ ໃນການທົດລອງຈັດຕັ້ງປະຕິບັດວຽກງານກຸ່ມອອມຊັບແຊມາອຶລກຶມໂກ ໃນ ສປປ ລາວ.  ພ້ອມດ້ວຍ ນໍາສະເໜີຜ່ານຮ່າງບົດສະເໜີໂຄງການ ແລະ ຮ່າງບົດບັນທຶກຮ່ວມມືສອງຝາຍ ຂອງໂຄງການ. ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 22 ທ່ານ, ເປັນ​ຍິງ 1 ທ່ານ, ເຊີ່ງ​ມາ​ຈາກ ກົມ​ສົ່ງ​ເສີມ​ກະ​ສິ​ກຳ ແລະ ສະ​ຫະ​ກອນ,ກົມແຜນການ ແລະ ການຮ່ວມມື, ພະ​ແນກ​ກະ​ສິ​ກຳ ແລະ ປ່າໄມ້​ແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຫ້ອງວາການປົກຄອງແຂວງ, ພະ​ແນກ​ການ​ຕ່າງ​ປະ​ເທດແຂວງ, ສາມ ເມືອງ​ເປົ້າ​ຂອງ​ໂຄງ​ການ ຄຶ: ເມືອງ ບໍລີຄັນ, ເມືອງ ຄໍາເກີດ ແລະ ເມືອງ ວຽງທອງ.

ຈຸດປະສົງຂອງກອງປະຊຸມ:

  1. ເພື່ອ ລາຍງານ ການສືກສາ, ການທົດລອງຈັດຕັ້ງປະຕີບັດກຸ່ມອອມຊັບແຊມາອຶລກຶມໂກ ໄລຍະຜ່ານມາ;
  2. ເພື່ອ ນໍາສະເໜີ ກອບໂຄງການ ແລະ ແຜນກິດຈະກໍາ ຂອງໂຄງການ ແຊມາອຶລກຶມໂກ ໃນສ ປປລາວ;
  3. ເພື່ອ ຜ່ານເນື້ອໃນ ບົດສະເໜີໂຄງການ ກອບໂຄງການ ແລະ ກິດຈະກໍາຂອງໂຄງການ ແຊມາອຶລກຶມໂກ ໃນສປປ ລາວ;
  4. ເພື່ອ ຜ່ານຮ່າງ ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃຈ MOU;
  5. ເພື່ອ ເອກະພາບກັນ ໃນການຮັບຮອງ ເອົາແຜນກິດຈະກໍາ ຂອງໂຄງການ ແລະ ຮ່າງບົດບັນທຶກ ການຮ່ວມມືສອງຝາຍ.                                        ເນື້ອໃນ 1. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຫຍໍ້ ໃນການລີເລີ້ມທົດລອງຄົ້ນຄວ້າ ການປະຕິບັດງານຂອງກຸ່ມອອມຊັບແຊມາອຶລກືມ(Village Saving System Seamaul Geumgo) )ໂກ ໃນຮູບແບບສະຫະພັນສະຫະກອນສິນເຊື່ອຊຸມຊົນ ແຊມາອຶລກຶມໂກ ເກົາຫຼີ:( KFCC).2. ນໍາສະເໜີ ກອບໂຄງການ, ແບບແຜນ ແລະ ກີດຈະກໍາຂອງໂຄງການ ສ້າງກຸ່ມອອມຊັບ ແຊມາອຶລກຶມໂກ ໃນຮູບແບບຂອງ ສະຫະພັນ ສະຫະກອນ ສີນເຊື່ອຊຸມຊົນ ແຊມາອຶລກຶມໂກ ສເກົາຫຼີ: 3. ນໍາສະເໜີ ຮ່າງບົດບັນທຶກ ການຮ່ວມມືສອງຝາຍ ຂອງໂຄງການ; 4. ຜູ້​ເຂົ້າ​ຮ່ວມ​ໄດ້​ສົນ​ທະ​ນາ ປືກ​ສາ​ຫາ​ລື ແບບ​ແຜນ​ດຳ​ເນີນ​ງານ​ຂອງ​ບັນ​ດາ​ກິດ​ຈະ​ກຳ​ຂອງ​ໂຄງ​ການ​ເພື່ອ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ຮູບ​ແບບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ຮ່ວມ​ກັນ; 5. ປືກ​ສາ​ຫາ​ລື​ຂະ​ບວນ​ການ​ຂັ້ນ​ຕອນ​ການ​ປະ​ກອບ​ເອກ​ສານ ​ເພື່ອ​ຮັບ​ຮອງ​ເອົາ​ໂຄງ​ການ​ຂອງ​ເມືອງ​ເປົ້າ​ໝາຍ​ຂອງ​ໂຄງ​ການ; 6. ​ຄົ້ນຄວ້າ ພິຈາລະນາແນວ​ທາງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ໄປ​ໃນ​ທິດ​ທາງ​ດຽວ​ກັນ​ເພື່ອ​ຕອບ​ສະ​ໜອງ​ຕາມ​ຈຸ​ດ​ປະ​ສົງ​ຂອງ​ໂຄງ​ການ​ທີ່​ວາງ​ໄວ.
  • ກອງປະຊຸມໄດ້ຕົກລົງເອກະພາບ:

             ທ່ານ​ປະ​​ທານກອງ​ປະ​ຊຸມ ໄດ້​ແນະ​ນຳ​ແຕ່​ລະ​ເມືອງ​ທັງ​ສາມ​ເມືອງ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມພ້ອມ​ກັນ​ຄົ້ນ​ຄວ້າ​ປະ​ກອບ​ຄຳ​ເຫັນ​ໃສ່​ບົດ​ສະ​ເໜີ​ຂອງ​ໂຄງ​ການ ​ໃຫ້​ສອດ​ຄ່ອງ​ກັບ​ລະ​ບຽບ​ການ​ຂອງ​ການ​ຮ່ວມ​ມື ພົວ​ພັນ​ໂດຍ​ສະ   ​ເ​ພາະ​ເນັ້ນ​ໃສ່​ທ້ອງ​ຖີ່ນກໍ່​ຄື​ພື້ນ​ທີ່​ເປົ້າ​ໝາຍ​ ຂອງ​ໂຄງ​ການ​ຂັ້ນ​ເມືອງ, ເຊີ່ງ​ເປີດ​ໂອ​ກາດ​ໃຫ້​ບັນ​ດາ​ທ່ານ​ເຈົ້າ​ເມືອງ, ຮອງເຈົ້າເມືອງ ແລະ ຜູ້​ເຂົ້າ​ຮ່ວມ​ໄດ້​ມີ​ຄຳ​ຄິດ​ເຫັນ​ຕໍ່​ການ​ລາຍ​ງານ​ນຳ​ສະ​ເໜີ​ຂອງວິ​ຊາ​ການໂຄງ​ການ​ດັ່ງ​ກ່າວ.

ເຊິ່ງການປະກອບຄໍາຄິດເຫັນປະກອບມີສອງພາກສ່ວນດັ່ງນີ້:

  1. ທ່ານ ຄະນະການນໍາເມືອງ ກໍ່ຄືເຈົ້າເມືອງ ເມືອງ ຄໍາເກີດ, ເມືອງ ບໍລິຄັນ ແລະ ເມືອງ ວຽງທອງ, ໄດ້ປະກອບຄໍາຄິດເຫັນໃສ່ ບົດນໍາສະເໜີຂອງກອບໂຄງການ ໂດຍບົນພື້ນຖານ ເຫັນດີ ບໍ່ວ່າຈະເປັນດ້ານເນື້ອໃນ ແລະ ກິດຈະກໍາທີ່ສອດຄ່ອງກັບການພັດທະນາເສດຖະກິດສັງຄົມ ຂອງບ້ານ ເມືອງ ແລະ ແຂວງ, ພ້ອມດ້ວຍສະເໜີ ເພິ່ມບ້ານເປົ້າໝາຍຈາກ 2 ຫາ 5 ບ້ານ ເພື່ອເປັນຕົວເລກຊີ້ວັດ ແລະ ຄັດເລືອກເອົາຕົວແບບຕື່ມ. ກ່ອນຈະປະກອບຕໍ່ກັບຂັ້ນຕອນຍືນເອກະສານທີ່ຕ້ອງປະຕິບັດຕາມລະບຽບການ ແລະ ພ້ອມໃຫ້ການສະໜັບສະໜູນທຸກໆ ດ້ານໃນການປະກອບເອງກະສານຕ່າງໆ ທີ່ກ່ຽວຂ້ອງ ແລະ ຖືກຕ້ອງຕາມລະບຽບລັດ ລະບຽບຂອງແຕ່ລະກະຊວງທີ່ກ່ຽວຂ້ອງ;
  2. ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ຄໍາເກີດ, ເມືອງ ບໍລິຄັນ ແລະ ເມືອງ ວຽງທອງ, ແມ່ນເຫັນດີ ເປັນເອກະພາບ ກັບຄໍາຄິດເຫັນຂອງເມືອງ ພ້ອມດ້ວຍ ເນັ້ນໃຫ້ມີກິດຈະກໍາ ທີ່ສອດຄ່ອງ ແລະ ຄ່ຽງຄູ່ໄປກັບກິດຈະກໍາ ຂອງ ການສົ່ງເສີມຜະລິດກະສິກໍາເປັນສິນຄ້າ, ການພັດທະນາໂຄງລາງພື້ນຖານ ແລະ ສົ່ງເສີມການມີອາຊິບວຽກເຮັດງານທໍາໃຫ້ແກ່ທ້ອງຖິ່ນ;
  3. ພະແນກການຕ່າງປະເທດ​ຂັ້ນ​ແຂວງ ທີ່ກ່ຽວຂ້ອງກັບການສະໜັບສະໜູນ ການປະກອບ​ເອ​ກະ​ສານ ​ໃຫ້​ຖືກ​ຕາມ​ຂັ້ນ​ຕອນ ຕາມ​ເລກທີ 013/ນຍ,ລົງ​ວັນ​ທີ 08/01/2010, ພ້ອມດ້ວຍແນະນໍາໃຫ້ຈັດຕັ້ງຕາມຂະບວນ ການປະສານງານທັ້ງສາຍຕັ້ງ ແລະ ສາຍຂວາງ ເພື່ອໃຫ້ສອດຄ່ອງກັບແຜນວຽກອັນຮິບດ່ວນ ຂອງໂຄງການ;

​    ກອ່ນການປິດກອງປະຊຸມ ທ່ານ ສົມພອນແກ້ວກາວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ​,ໃນ​ນາມ​ປະ​ທານກອງ​ປະ​ຊຸມ ​​ໄດ້​ໃຫ້​ທິດ ແລະ ສະເໜີ ໃຫ້​ແຕ່​ລະພາກສ່ວນ ເຂດເປົ້າໝາຍ​ຂອງ​ໂຄງ​​ການ ຊ່ວຍເອື້ອອໍານວຍ ແລະ ນໍາພາໃນການ​ປະ​ກອບ​ເອ​ກະ​ສານ​​ເພຶ່ອຂໍ​ຮັບ​ຮອງ​ເອົາ​ໂຄງ​ການ, ໂດຍສະເພາະແມ່ນພະແນກການ​ຕ່າງ​ປະ​ເທດ​ແຂວງຊ່ວຍ​ດຳ​ເນີນ​ເອກ​ະ​ສານ​ໃຫ້​ຖືກ​ຕາມ​ຂັ້ນ​ຕອນ ແລະ ວອງໄວ, ເພື່ອການ​ສະ​ເໜີ​ໃຫ້​ກະ​ຊວງ​ທີ່​ກ່ຽວ​ຂ້ອງ​ໄດ້​ມີ​ບ່ອນ​ອິງ ແລະ ດຳ​ເນີນ​ການ​ໃນ​ຂັ້ນ​ຕອນ​ຕໍ່​ໄປ ເພື່ອ​ເຊັນ ບົດ​ບັນ​ທືກ​ຄວາມ​ເຂົ້າ​ໃຈ (MOU) ຕາມການກໍານົດໃນເວລາດ້ວຍ. ກອງປະຊູມໄດ້ດຳເນີນເປັນເວລາ 1 ວັນ ແລະ ໄດ້ປິດລົງຢ່າງເປັນມທາງການ ໃນເວລາ 5 ໂມງ 00 ນາທີ ຂອງວັນທີ 21 ພະ​ຈິກ 2023.

ຂຽນໂດຍ: ນ. ຄໍາຫຼ້າ ໄຊຍະແພງ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ