ກົມສົ່ງເສີມກະສິກໍາ ແລະ ສະຫະກອນ

Department of Agriculture Extension and Cooperatives

ຮາກຖານສະຫະພັນແມ່ຍິງ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ເປີດກອງປະຊຸມໃຫ່ຍ ຄັ້ງທີ II

ໃນວັນທີ 19 ກັນຍາ 2019 ຢູ່ທີ່ ຫ້ອງປະຊຸມກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຮາກຖານສະຫະພັນແມ່ຍິງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໄດ້ເປີດກອງປະຊຸມໃຫ່ຍຂອງຕົນຂື້ນ, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ນາງ ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້, ສະຫາຍ ສົມຈັນ ວົງປັນຍາ ຮອງເລຂາຄະນະພັກກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ  ແລະ ທ່ານ ນາງ ເພັດສະໝອນ Continue reading

ພິທີມອບ-ຮັບ ລົດກ່ຽວເຂົ້າ ໃຫ້ສູນພັດທະນາກະສິກຳ 30 ເຮັກຕາ ເມືອງ ພຽງ ແຂວງ ໄຊຍະບູລີ.

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໃນນາມເປັນຜູ້ຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ ແລະ  ຜະລິດເປັນສິນຄ້າແຫ່ງຊາດ ແລະ ແນໃສ່ປີ 2020 ຜະລິດເຂົ້າໃຫ້ໄດ້ 4,7 – 5 ລ້ານໂຕນ, ໃນນັ້ນຕາມແຜນສືບຕໍ່ ແຂວງໄຊຍະບູລີ ແມ່ນເປັນແຂວງເປົ້າໝາຍຂອງໂຄງການທີ່ຈະສະໜອງເຄື່ອງກົນຈັກກະສິກຳ ແລະ ອຸປະກອນຮັບໃຊ້ອີກຈຳນວນໜື່ງ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນດຳເນີນງານຂອງໂຄງການຄ້ຳປະກັນສະບຽງອາຫານແຫ່ງຊາດ ໃຫ້ມີປະສິດທີ່ຜົນສູງ ແລະ ໄດ້ຮັບຄວາມສຳເລັດຕາມແຜນການທີ່ວາງໄວ້ນັ້ນ. Continue reading

ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ຜູ້ເກົ່າ-ຜູ້ໃໜ່

ໃນວັນທີ 22 ສິງຫາ 2019 ທີ່ຫ້ອງປະຊຸມສູນຝຶກອົບຮົມເຕັກນິກກະສິກໍຳ ແລະ ພັດທະນາຊົນນະບົດລາວ – ເກົາຫລີ, ໄດ້ມີພິທີມອບ – ຮັບໜ້າທີ່ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຂື້ນ ລະຫວ່າງ ທ່ານ ພູມີ ພູມະນີວົງ ຫົວໜ້າກົມ ( ຜູ້ເກົ່າ ) ແລະ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມ ( ຜູ້ໃໝ່ ) ໂດຍການເປັນສັກຂີພິຍານຂອງ ທ່ານ ປອ ລຽນ ທິແກ້ວ  ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີ ທ່ານ ຄຳ Continue reading

ຝຶກອົບຮົມ ກ່ຽວກັບວຽກງານບໍລິຫານຈັດການ ຄຸ້ມຄອງຖານຂໍ້ມູນຂ່າວສານໃນ 3 ສູນພັດທະນາກະສິກໍາ ແຂວງ ໄຊສົມບູນ, ແຂວງ ວຽງຈັນ ແລະ ແຂວງ ໄຊຍະບູລີ

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ  ແມ່ນເປັນກົມໜຶ່ງທີ່ມີໜ້າທີ່ຮັບຜິດຊອບໃນການພັດທະນາບຸກຄະລະກອນ ແຕ່ຂັ້ນສູນກາງຮອດຮາກຖານ,  ເສີມສ້າງທາງດ້ານເຕັກນິກວິຊາການເປັນຕົ້ນ:  ວຽກງານດ້ານການສ້າງຂີດຄວາມສາມາດສະເພາະດ້ານ, ວຽກງານຂໍ້ມູນຂ່າວສານການສົ່ງເສີມຕ່າງໆ ໂດຍສະເພາະວຽກງານການສ້າງຖານຂໍ້ມູນຂ່າວສານ ແລະ ວຽກງານເຜີຍແຜ່ທາງດ້ານກະສິກໍາ. ໃນໄລຍະຜ່ານມາທາງສູນພັດທະນາກະສິກໍາ ບໍ່ໄດ້ຮັບການຝຶກ Continue reading

ກຳມະບານຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ເປີດກອງປະຊຸມໃຫ່ຍ

ໃນວັນທີ 1 ສິງຫາ 2019 ຢູ່ທີ່ ຫ້ອງປະຊຸມ ສູນຝຶກອົບຮົມເຕັກນິກກະສິກໍຳ ແລະ ພັດທະນາຊົນນະບົດລາວ – ເກົາຫຼີ, ໃຫ້ກຽດເປັນປະທານ ກອງປະຊຸມຮ່ວມໃນຄັ້ງນີ້ ມີສະຫາຍ ລິນທອງ ດວງພະຈັນ ຄະນະບໍລິຫານງານສະຫະພັນກຳມະບານກະຊວງກະສິກຳ ແລະ ປ່າໄມ້, ສະຫາຍ ສົມຈັນ ວົງປັນຍາ ຮອງເລຂາຄະນະພັກກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ  ແລະ ທ່ານ ໂພຄະລາສີ ອາຣຸນສະຫວັດ ປະທານກຳມະບານຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ມີບັນດາຕາງໜ້າຈາກກຳມະບານຮາກຖານກົມ, ສະຖາບັນ ອ້ອມຂ້າງກະຊວງ, ພະແນກ, ສູນ, ອ້ອມຂ້າງກົມ ແລະ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກກໍາມະບານພາຍໃນຮາກຖານ ເຂົ້າຮ່ວມທັງໝົດ 102   ສະຫາຍ, ຍິງ 47  ສະຫາຍ. Continue reading

ງານວາງສະແດງໃນພິທີສະເຫຼີມສະຫຼອງ ວັນສະຫະກອນ 11 ພຶດສະພາ 2025

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ລາຍການກະສິກໍາ ແລະ ປ່າໄມ້

ວີດີໂອສົ່ງເສີມການຜະລິດກະສິກໍາ

ເລື່ອງຫຼ້າສຸດ