Department of Agriculture Extension and Cooperatives

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ຊ່ວຍເຫຼືອເມັດພັນເຂົ້າ 300 ໂຕນໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ

ບົນພື້ນຖານ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ຮ່ວມມືຮອບດ້ານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ກັບ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ມີມາແຕ່ດົນນານ ໃນວັນທີ 22  ເມສາ 2019 ຢູ່ທີ່  (ດ່ານສາກົນລາວບາວ) ແຂວງ ກວາງຈິ  ສສ ຫວຽດນາມ, ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ກັບ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ສອງຝ່າຍພ້ອມກັນສົບທົບປະຕິບັດໜ້າທີ່ ການມອບ – ຮັບແນວພັນເຂົ້າ ຈໍຳນວນ 300 ໂຕນ ຢູ່ທີ່ດ່ານດັ່ງກ່າວ

ຕາງໜ້າມອບຝ່າຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ແມ່ນ ທ່ານ ເຈິນ ຊວນດີ້ງ ຮອງຫົວໜ້າກົມປູກຝັງ ພ້ອມພະນັກງານການວິຊາການ, ຕາງໜ້າຮັບຝ່າຍກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແມ່ນ ທ່ານ ທອງສະຫັວນ ພັນທະລາວົງ ຮອງຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ມີພະນັກງານວິຊາການຈາກກົມປູກຝັງ, ກົມແຜນການ ແລະ ການເງີນ ເຂົ້າຮ່ວມເປັນສັກຂີພິຍານ

ແນວພັນເຂົ້າທີ່ນຳມາມອບໃນຄັ້ງນີ້ມີ 4 ແນວພັນຄື:  ແນວພັນເຂົ້າໜຽວ N87 ຈໍານວນ 46 ໂຕນ, ເຂົ້າ HN6 ຈໍຳນວນ 60 ໂຕນ, ເຂົ້າ OM4900 ຈຳນວນ 80 ໂຕນ, ເຂົ້າຫອມດ່າຍເທີມ 8 ຈໍານວນ 114 ໂຕນ ມູນຄ່າແນວພັນເຂົ້າທີ່ມາມອມບໃນຄັ້ງນີ້  7,292,000,000 ດົ່ງ ຫຼື ປະມານ 322,768 ໂດລາສະຫະລັດ (ສາມແສນຊາວສອງພັນ ເຈັດຮ້ອຍຫົກສິບແປດ ໂດລາສະຫະລັດ) ໂດຍແມ່ນຂອງຂວັນຈາກລັດຖະະບານ ສສ ຫວຽດນາມ ມອບໃຫ້ກະະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືລັດຖະບານລາວ ເພື່ອຊ່ວຍເຫຼືອໃນການຟື້ນຟູຜົນກະທົບຈາກໄພທຳມະຊາດໃນປີ 2018  ແລະ ຮັບໃຊ້ວຽກງານຜະລິດເຂົ້າ ໃນ 10 ແຂວງຂອງ ສປປ ລາວ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມໃນປີທີ່ຜ່ານມາໃຫ້ຄືນສູ່ສະພາບປົກກະຕິ ແລະ ເປັນແນວພັນໝູນວຽນໃນລະດູຕໍ່ໄປ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ