Department of Agriculture Extension and Cooperatives

ສ້າງຂີດຄວາມສາມາດການຝຶກອົບຮົມພື້ນຖານການຂຽນຂ່າວໃຫ້ພະນັກງານວິຊການ

ພະແນກຂໍ້ມູນຂ່າວສາານການສົ່ງເສີມ ເປັນພະແນກການຫນື່ງທີ່ຂື້ນກັບກົມສົ່ງເສີມເຕັກນິກ ແລະ ປູງແຕ່ງກະສິກຳ ມີບົດບາດເປັນໃຈກາງການໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ມູນຂ່າວສານການສົ່ງເສີມ, ການປຸງແຕ່ງດ້ານກະສິກໍາໃຫ້ແກ່ພື້ນຖານການຜະລິດໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານການສົ່ງເສີມ. ກອງປະຊູມຝຶກອົບຮົມໄດ້ຈັດຂື້ນໃນລະຫວ່າງວັນທີ 2-4/5/2019 ທີ່ ຫ້ອງປະຊຸມໄຟຟ້າ ທ່າລາດ, ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ
ໂພຄະລາສີ ອາຣູນສະຫວັດຫົວຫນ້າພະແນກຂໍ້ມູນຂ່າວສານການສົ່ງ ເສີມ, ໃນນັ້ນປະກອບມີ, ຄະນະພະແນກ, ມີພະນັກງານວິຊາການເຂົ້າຮ່ວມທັງຫມົດ 16 ທ່ານ ຍິງ 5 ທ່ານ ເຊິ່ງ ກອງປະຊຸມດັ່ງກ່າວມີ. ຈຸດປະສົງ ເພື່ອແນໃສ່ການພັດທະນາສ້າງຂີດຄວາມສາມາດໃຫ້ແກ່ພະນັກງານວິຊາການພາຍໃນພະແນກມີຄວາມຮູ້ຄວາມສາມາດ ດ້ານຂໍ້ມູນຂ່າວສານການສົ່ງເສີມ ເຊິ່ງປະກອບດ້ວຍພື້ນຖານການຂຽນຂ່າວ ໂດຍສະເພາະແມ່ນ ວຽກດີຄົນເດັ່ນ ທາງດ້ານການຜະລິດກະສິກໍາ ເຊິ່ງມີຫົວຂໍ້ຫຼັກປະກອບດ້ວຍ: ພາກທິດສະດີກ່ຽວກັບພື້ນຖານການຂຽນຂ່າວ, ຊ່ອງທາງການອອກຂ່າວ, ປະເພດຂ່າວ, ໂຄງສ້າງຫຼັກຂອງການຂຽນບົດຂ່າວ, ວິທີນໍາໃຊ້ກ້ອງຖ່າຍພາບ ແລະ ພາກຝຶກຫັດຂຽນຂ່າວຕົວຈິງ. ກອງປະຊຸມ ໄດ້ມີການນໍາສະເໜີບົດຮຽນເງື່ອນໄຂການສ້າງວິຊາການບ້ານຈາກນັກວິຊາການຈໍານວນໜຶ່ງ ຕໍ່ກອງປະຊຸມອັນມີຄວາມໝາຍສໍາຄັນດັ່ງກ່າວ ປະທານ ກອງປະຊຸມໄດ້ປະກອບຄໍາຄິດເຫັນ ແລະ ເຜີຍແຜ່ກ່ຽວກັບດໍາລັດ ເລກທີ 0837/ກປ ຕໍ່ກອງປະຊຸມ ວ່າດ້ວຍມາດຖານຄອບຄົວພົ້ນທຸກດ້ານກະສິກໍາ ປະກອມີ 9 ມາດຖານ ທີ່ເປັນຄອບຄົວຕົວແບບກະສິກໍາ, 10 ມາດຖານເປັນບ້ານແບບຢ່າງ ແລະ ເມືອງກະສິກໍໍາ ແລະ ປ່າໄມ້ ພັດທະນາ ມີ 7 ມາດຖານ ໃນການຈັດຕັ້ງ ຜັນຂະຫຍາຍເນື້ອໃນດັ່ງກ່າວອອກສູ່ວົງກວ້າງ. ສອງ ຫົວຂໍ້ທີ່ສໍາຄັນ ຄື: ການເຜີຍແຜ່ດໍາລັດ ເລກທີ 0837/ກປ ວ່າດ້າວຍມາດຖານຄອບຄົວພົ້ນທຸກດ້ານກະສິກໍາການພັດທະນາວິຊາການຂັ້ນບ້ານ, ການປະເມີນຄອບຄົວຕົວແບບກະສິກຳ, ບ້ານແບບຢ່າງກະສິກໍາ ແລະ ເມືອງພັດທະນາກະສິກຳ. ເນື່ອງໃນໂອກາດດັ່ງກ່າວ ທ່ານປະທານກອງປະຊຸມ  ໄດ້ໃຫ້ທິດຊີ້ນຳເຍື່ອງທາງ, ເນັ້ນໃສ່ບາງບັນຫາທີ່ສໍາຄັນກ່ຽວກັບວຽກງານຄວາມຮັບຜິດຊອບຂອງແຕ່ລະບຸກຄົນ ແລະ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ກັບພະນັກງານຫຼັກແຫຼ່ງຜູ້ທີ່ຈະກ້າວຂື້ນເປັນພະນັກງານສືບທອດໃນອະນາຄົດ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ