Department of Agriculture Extension and Cooperatives

ກຳມະບານຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ເປີດກອງປະຊຸມໃຫ່ຍ

ໃນວັນທີ 1 ສິງຫາ 2019 ຢູ່ທີ່ ຫ້ອງປະຊຸມ ສູນຝຶກອົບຮົມເຕັກນິກກະສິກໍຳ ແລະ ພັດທະນາຊົນນະບົດລາວ – ເກົາຫຼີ, ໃຫ້ກຽດເປັນປະທານ ກອງປະຊຸມຮ່ວມໃນຄັ້ງນີ້ ມີສະຫາຍ ລິນທອງ ດວງພະຈັນ ຄະນະບໍລິຫານງານສະຫະພັນກຳມະບານກະຊວງກະສິກຳ ແລະ ປ່າໄມ້, ສະຫາຍ ສົມຈັນ ວົງປັນຍາ ຮອງເລຂາຄະນະພັກກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ  ແລະ ທ່ານ ໂພຄະລາສີ ອາຣຸນສະຫວັດ ປະທານກຳມະບານຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ມີບັນດາຕາງໜ້າຈາກກຳມະບານຮາກຖານກົມ, ສະຖາບັນ ອ້ອມຂ້າງກະຊວງ, ພະແນກ, ສູນ, ອ້ອມຂ້າງກົມ ແລະ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກກໍາມະບານພາຍໃນຮາກຖານ ເຂົ້າຮ່ວມທັງໝົດ 102   ສະຫາຍ, ຍິງ 47  ສະຫາຍ.

         ກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງຂອງກຳມະບານຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຢ່າງເປັນເອກະສັນ, ເຊີ່ງໃນບົດລາຍງານດັ່ງກ່າວ ໄດ້ສະແດງໃຫ້ເຫັນດ້ານຕັ້ງໜ້າຈຸດດີ, ຈຸດອ່ອນ  ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ – ນໍາພາ ແຕ່ສົກປີ 2014 – 2019 ພ້ອມຮັບຮອງແຜນ 2019 – 2024  ຍັງເຫັນດີຮັບຮອງເອົາບົດສຳຫຼວດການນໍຳພາ ແລະ ການອຳລາຕຳແໜງຂອງກຳມະບານຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳຊຸດເກົ່າ

         ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະກຳມະບານຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຊຸດໃໝ່ ປະກອບມີຜູ້ລົງສະໝັກ 13 ທ່ານ, ຄັດເລືອກເອົາ 9 ທ່ານ ເພື່ອເຂົ້າຕຳແໜງຊຸດໃໝ່, ແລະ ໃນກອງປະຊຸມປະຖົມມະລຶກຂອງຄະນະກຳມະບານຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຊຸດໃໝ່ ໄດ້ຕົກລົງຮັບຮອງເອົາປະທານ, ຮອງປະທານ, ປະທານກວດກາ,ຮອງປະທານກວດກາ,  ແລະ ຕຳແໜງທີ່ສຳຄັນດັ່ງມີລາຍຊື່: 

  1. ທ່ານ ທອງສະຫວັນ ພັນທະລາວົງ   ປະທານຮາກຖານກໍຳມະບານ ຊີ້ນໍຳການເມືອງແນວຄິດ ແລະ ຈັດຕັ້ງ
  2. ທ່ານ ນາງບົວພອນ ໂພສະຫວ່າງ   ເປັນຮອງປະທານຮາກຖານກໍຳມະບານ
  3. ທ່ານ ສີມອນ ໄຊຍະວົງ  ເປັນປະທານກວດກາ
  4. ທ່ານນາງ ປອ ສາຍໃຈ ພູມະນີວົງ   ເປັນຮອງປະທານກວດກາ
  5. ທ່ານ ເກດສະໜາ ໄຊຍະແສນ  ເປັນຮອງປະທານກວດກາ
  6. ທ່ານພັດນະຄອນ ຄັນທະມີໄຊ   ຮັບຜິດຊອບວຽກງານສ້າງຂະບວນການ
  7. ທ່ານ ສົມຊາຍ ສີຫາລາດ  ຮັບຜິດຊອບວຽກງານແຜນການ ແລະ ການຮ່ວມມື
  8. ທ່ານ ຂັນໄຊ ໄຊຍະວົງ  ຮັບຜິດຊອບວຽກງານວິຊາສະເພາະ
  9. ທ່ານ ນາງ ລັດດາວັນ ດອນພູຫຼວງ ຮັບຜິດຊອບວຽກງານເສດຖະກິດ ແລະ ການເງີນ

ກອງປະຊຸມໄດ້ຮັບຟັງການໂອ້ລົມ ອັນມີຄວາມສຳຄັນ  ແລະ ເລິກເຊີ່ງ ຂອງສະຫາຍ ຮອງເລຂາຄະນະພັກຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໄດ້ໃຫ້ທິດຊິ້ນໍຳ ເພື່ອເປັນເຂັ້ມທິດເຍື່ອງທາງ ແລະ ຂີດໝາຍໃຫ້ແກ່ຄະນະກຳມະບານຊຸດໃໝ່ ແລະ ບັນດາສະມາຊິກກຳມະບານທຸກສະຫາຍພາຍໃນກົມ ນຳໄປຈັດຕົ້ງປະຕິບັດໃຫ້ສຳເລັດໃນໜ້າທີ່ການເມືອງຂອງຕົນ ຈົ່ງໄດ້ເຊີດຊູນ້ຳໃຈເປັນເຈົ້າຕົນເອງ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ເພື່ອນຳໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍໃຫ້ມີຜົນສຳເລັດເປັນຢ່າງດີ.

                                                                                                                           ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ