ເປີດກອງປະຊຸມແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກໍາເປັນສິນຄ້າ
ກອງປະຊຸມແລກປ່ຽນບົດຮຽນເພື່ອທົບທວນຄືນໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມ ຫຼື (ຄສກສ) ໃນ 3 ແຂວງທີ່ພະແນກກະສິກຳແລະປ່າໄມ້ແຂວງຄືື: ແຂວງເຊກອງ, ແຂວງຈຳປາສັກ ແລະ ນະຄອນຫຼວງເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-10 ມັງກອນ 2025 ທີ່ແຂວງສະຫວັນນະເຂດ ແລະ ແຂວງເຊກອງ (ເປັນເຈົ້າພາບ) ໂດຍການເປັນປະທານຮ່ວມ ຂອງ ທ່ານ ບຸນສົ່ງ ລໍາມະຍົດ ຮອງຫົວໜ້າພະແນກະສິກໍາ ແລະ ປ່າໄມ້ ຜູ້ຊີ້ນຳວຽກງານໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມຂັ້ນແຂວງ ແລະ
ທ່ານ ປອ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ມີທີມງານ ທີ່ມາຈາກ ສູນກາງໂດຍສະເພາະ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ຜູ້ປະສານງານໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມຂັ້ນແຂວງເຂົ້າຮ່ວມ.
ໃນນັ້ນທ່ານ ບຸນສົ່ງ ລໍາມະຍົດ ຮອງຫົວໜ້າພະແນກະສິກໍາ ແລະ ປ່າໄມ້ ຜູ້ຊີ້ນຳວຽກງານໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມຂັ້ນແຂວງໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມດັ່ງກ່າວວ່າ: ກອງປະຊຸມຖອດຖອນບົດຮຽນວຽກງານພັດທະນາກຸ່ມຜະລິດພືດຜັກ ຂອງເຈັດຕົວເມືອງ, ສາມ ແຂວງກໍ່ເປັນວຽກງານໜື່ງທີ່ມີຄວາມຈໍາເປັນ ແລະ ສຳຄັນຕໍ່ກັບການພັດທະນາ, ເປັນກອງປະຊຸມດ້ານວິຊາການ ເພື່ອຊອກຫາໃຫ້ເຫັນໄດ້ບັນຫາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຜ່ານມາຂອງກຸ່ມ ແລະ ສະຫະກອນ, ພ້ອມທັງຊອກຫາວິທີທາງແກ້ໄຂບັນດັ່ງກ່າວ, ເພື່ອເຮັດໃຫ້ກຸ່ມໄດ້ຮັບການພັດທະນາໄປໃນທິດທາງດຽວທີ່ດີ ມີຄວາມໝັ້ນຄົງ ແລະ ຍືນຍົງເຂັ້ມແຂງ, ບັນລຸໄດ້ຕົວເລກຄາດໝາຍແຜນການຂອງໂຄງການທີ່ໄດ້ກໍານົດໄວ້, ມາເຖິງປະຈຸບັນນີ້ ເຫັນໄດ້ວ່າ ຫຼາຍກິດຈະກຳທີ່ກຳນົດໄວ້ ກໍໄດ້ຮັບການຈັດຕັ້ງປະຕິບັດ ເປັນຢ່າງດີ ແລະ ມີບາງອັນກໍພົບບັນຫາ ຊັກຊ້າ ແກ່ຍາວ ບໍ່ສາມາດປະຕິບັດໄດ້ຕາມແຜນການ, ແຕ່ຍ້ອນຄວາມເອົາໃຈໃສ່ຂອງຄະນະນຳກໍ່ຄືຄະນະຮັບຜິດຊອບວຽກງານໂຄງການແຕ່ລະຂັ້ນ ໄດ້ມີການປະສານສົມທົບກັນຢ່າງກົມກຽວ ຈິ່ງເຮັດໃຫ້ບັນຫາຕ່າງໆ ຄ່ອຍໆໄດ້ຮັບການແກ້ໄຂ ແລະ ມີຄວາມຄືບໜ້າເປັນກ້າວໆມາ ເຊິ່ງມັັນສະແດງເຖິງຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນຕັດສິນໃຈ ເພື່ອກະຕຸ້ນໃຫ້ວຽກງານ ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມຖອດຖອນບົດຮຽນໃນຄັ້ງນີ້ ຜູ້ເຂົ້ຮ່ວມຈະໄດ້ຮັບຟັງການນໍາສະເໜີ ວຽກງານການຈັດຕັ້ງ ແລະ ພັດທະນາກຸ່ມ, ສະຫະກອນໃນໄລຍະຜ່ານມາ, ນຳສະເໜີບົດຮຽນການບໍລິຫານຈັດການກຸ່ມຜະລິດ,ຈາກຜູ້ຕາງກຸ່ມຂອງ 3 ແຂວງ,ແລະໄດ້ຮັບຟັງ
ນໍາສະເໜີ ບົດຮຽນ ໃນການຄຸ້ມຄອງບໍລິຫານ ສະຫະກອນ, ການບໍລິຫານທຸລະກິດ ສະຫະກອນ,ການບໍລິຫານງານເງິນສະຫະກອນ,ນໍາສະເໜີ ວຽກງານການຈັດຕັ້ງ ແລະ ພັດທະນາກອງທຶນກຸ່ມ,ນໍາສະເໜີ ວຽກງານສົ່ງເສີມການນໍາໃຊ້ແນວພັນ,ນໍາສະເໜີ ວຽກງານສົ່ງເສີມເຕັກນິກ (ຄວາມໝາຍຄວາມສຳຄັນການວາງແຜນການ ຜະລິດ ແລະ ການຈັດຕັ້ງຕົວຈິງ,ນໍາສະເໜີ ວຽກງານສົ່ງເສີມການປຸງແຕ່ງ ແລະ ໂພຊະນາການ,ນໍາສະເໜີ ວຽກງານສົ່ງເສີມຂໍ້ມູນຂ່າວສານ ການຕະຫຼາດ ໃນໄລຍະທີ່ຜ່ານມາ, ບັນຫາ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ, ວິທີແກ້ໄຂ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ,ຈາກສູນກາງນະຄອນຫລວງວຽງຈັນ.
ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ
ຂຽນໂດຍ: ແສງສຸລີ ມາຍມະນີວົງ
Leave a Reply