Department of Agriculture Extension and Cooperatives

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ໄດ້ຈັດພິທີວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນ

ເພື່ອເປັນການຂໍ່ານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໄດ້ໜູນວຽນມາເຖິງ ໃນວັນທີ 4 ມິຖຸນາ ທີ່ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ໄດ້ຈັດພິທີວັນປູກຕົ້ນໄມ້ຂື້ນຢ່າງເປັນທາງການ ເຊິ່ງມີການນໍາຂັ້ນກົມ, ພະແນກການສາມອົງການຈັດຕັ້ງ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ​ເປັນ​ຂະ​ບວນ​ຟົດຟື້ນ, ເປັນປະທານເປີດໂດຍ ທ່ານ ສົມຈັນ ວົງປັນຍາ ຮອງຫົວໜ້າກົມ

ສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ເຊິ່ງທ່ານໄດ້ເລົ່າເຖິງຄວາມໜາຍຄວາມສໍາຄັນຂອງວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນ ອີກດ້ານໜຶ່ງກໍ່ເພື່ອເປັນການປະກອບສ່ວນຈັດຕັ້ງປະຕິບັດແຜນງານຍຸດທະສາດ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ໂດຍສະເພາະແມ່ນແຜນງານຄຸ້ມຄອງປ່າໄມ້ແບບຍືນນານໃຫ້ປະກົດຜົນເປັນຈິງເປັນການປົກປັກຮັກສາສະພາບແວດລ້ອມ ຕາມທິດພັດທະນາແບບຍືນຍົງສີຂຽວເປັນມິດກັບສິ່ງແວດລ້ອມ, ຕົ້ນໄມ້ທີ່ນໍາມາປູກສ່ວນໃຫ່ຍແມ່ນປະເພດໄມ້ກິນໜາກ ແລະ ໄມ້ປະດັບ ຈໍານວນ 150 ຕົ້ນ ປູກໃນພື້ນທີ່ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ແນໃສ່​ໃຫ້​ເນື້ອທີ່​ປົກ​ຫຸ້ມ​ປ່າໄມ້​ໃຫ້​ໄດ້ 70% ໃນທົ່ວ​ປະເທດ​ໃນ​ປີ 2020 ເຮັດ​ໃຫ້ເປັນ​ຂະ​ບວນ​ການ​ປູກ​ໄມ້​ມີ​ລັກ​ສະນະ​ກວ້າງຂວາງ ແລະ ຂະຫຍາຍຕົວ​ ນັບ​ທັງ​ພາກ​ລັດ ແລະ ເອກະ​ຊົນ ສະແດງ​ອອກການ​ປູກ​ໄມ້​ທົ່ວ ປະເທດ ນັບ​ແຕ່​ປີ 1975 ມາ​ເຖິງ​ປັດຈຸບັນ ເພື່ອ​ສືບຕໍ່​ຜັນ​ຂະຫຍາຍ​ນະໂຍ​ບາຍ ສ ສີຂຽວ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ເຊິ່ງ​ຕິດ​ພັນ​ກັບ​ວັນເດັກນ້ອຍ​ສາກົນ ແລະ ວັນ​ປູກຕົ້ນໄມ້​ແຫ່ງ​ຊາດ 1 ມິຖຸນາ 2019 ​ຖື​ເອົາ​ວັນ​ທີ 1 ມິຖຸນາ ເປັນຮີດຄອງ​ປະເພນີ​ອັນ​ດີງາມ ຖື​ເປັນພັນທະໜ້າທີ່ ແລະ ພ້ອມ​ກັນເຂົ້າ​ຮ່ວມ​ການ​ປູກ​ຕົ້ນໄມ້ ໃຫ້​ໄດ້​ຕາມແຜນການ ດັ່ງ​ຄຳ​ຂວັນ​ທີ່​ວ່າ “ຊ່ວຍ​ກັນ​ປູກຊ່ວຍ​ກັນ​ປົກ​ປັກ​ຮັກສາ ແລະ ຟື້ນ​ຟູ​ປ່າ​ໃຫ້​ອຸດົມ​ສົມບູນ​ໃນ​ວັນ​ນີ້ ຊີວິດ​ຈະ​ສົດໃສ​ດີໃນ​ວັນ​ໜ້າ” ແລະ ວັນສິ່ງແວດລ້ອມໂລກ. ວັນທີ 5 ມິຖຸນາ, ນັບແຕ່ ປີ 1972 ເປັນຕົ້ນມາ ບັນດາປະເທດຕ່າງໆຢູ່ໃນໂລກ ກໍ່ໄດ້ຮ່ວມກັນ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ເຊິ່ງປີ 2019 ນີ້ ໄດ້ຄົບຮອບ 47 ປີເຊິ່ງ  ສປປ ລາວ ໄດ້ສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແຕ່ປີ 1999 ເປັນຕົ້ນມາ ເຊິ່ງປີ 2019 ນີ້ ແມ່ນຄົບຮອບ 20 ປີ. 

ພາບ ແລະ ຂ່າວໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ