Department of Agriculture Extension and Cooperatives

ຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານລະບົບບັນຊີຮູບແບບແຊມາອຶນກຶມໂກ

ໃນລະຫວ່າງ ວັນທີ 17-28 ມິຖຸນາ 2024 ໂຄງການແຊມາອຶລກຶມໂກ ສະຫະພັນສະຫະກອນສິນເຊື່ອຊຸມຊົນ, ໄດ້ຈັດຝືກອົບຮົມກ່ຽວກັບລະບົບບັນຊີຮູບແບບແຊມາອຶນກຶມໂກເຊິ່ງ ເຊີ່ງພິທີເປິດຊຸດຝຶກອົບຮົມດັ່ງກ່າວ ໂດຍການເປັນປະທານ ຂອງ ທ່ານ ສົມພອນ ແກ້ວຫາ ວົງ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ການຈັດຝຶກອົບຮົມກ່ຽວກັບລະບົບບັນຊີຮູບແບບແຊມາອຶນກຶມໂກ ໃນການຈັດຕັ້ງປະຕິບັດ ໂຄງການ ສ້າງແຜນກິດຈະກໍາພັດທະນາຊົນນະບົດ ເພື່ອສ້າງລາຍຮັບໃຫ້ຊົນນະບົດຢູ່ແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ ໂດຍມີປະຊາຊົນຜູ້ຈັດຕັ້ງປະຕິບັດໂຄງການຈາກ 8 ເມືອງ ເປົົ້າໝາຍ, ແຂວງ ວຽງຈັນ ເມືອງ ໂພນໂຮງ, ເມືອງ ກາສີ ແລະ ເມືອງ ແມດ, ແຂວງ ບໍລິຄໍາໄຊຄື: ເມືອງ ບໍລິຄັນ, ເມືອງຄໍາເກີດ ແລະ ເມືອງ ວຽງທອງ, ແຂວງ ຊຽງຂວາງ ເມືອງ ແປກ ແລະ ເມືອງ ຄໍາ. ລວມທັ້ງໝົດ 18 ບ້ານ ເປົ້າໝາຍ, ມີເຂົ້າຮ່ວມ ທັງໝົດ 75 ທ່ານ ຍິງ 44 ທ່ານ, ການຝຶກອົບຮົມຄັ້ງນີ້ນັກສໍາມະນາກອນ  ໄດ້ຮຽນຮູ້ຫຼາຍເນື້ອໃນທີ່ສໍາຄັນເຊັ່ນ: ພື້ນຖານການນໍາໃຊ້ຄອມພິວເຕີ້, ການເປັນຜູ້ນໍາຊຸມຊົນ, ຫຼັກສູດກ່ຽວກັບບັນຊີ, ແຜນການປະຕິບັດງານ, ກົດລະບຽບການອອມ, ກົດລະບຽບການກູ້ຢືມ, ສະຫະກອນການເງິນ, ລະບົບບັນຊີແຊມາອຶນກຶມໂກ ພ້ອມທັງເຮັດກິດຈະກໍາການແບ່ງກຸ່ມສ້າງແຜນກິດຈະກໍາ ຂອງບັນດາຕ່າງໜ້າບ້ານທີ່ເຂົ້າຮ່ວມຝຶກອົບຮົມ.  ລວມທັ້ງໝົດ 2 ສອງຊຸດ, 10 ມື້

ໃນມື້ພິທີປິດຝຶກອົບຮົມ ແລະ ມອບໃບຢັ້ງຢືນ ແມ່ນການເປັນປະທານໂດຍທ່ານ ປອ ພັນໄຊ ອິນໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ພ້ອມດ້ວຍມອບ ຂອງຂັວນໃຫ້ແກ່ນັກສໍາມະນາກອນດີເດັ່ນ ໂດຍມີບັນດານັກສໍາມະນາ, ທີມງານຄູຝຶກ ແລະ ຄະນະຈັດຕັ້ງຊຸດຝຶກອົບຮົມ ເຂົ້າຮ່ວມ, ທ່ານ ປະທານ ໄດ້ສະແດງຄວາມຍ້ອງຍໍຕໍ່ນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມ ແລະ ໄດ້ກ່າວຕື່ມວ່າ ປັດໄຈ ເລື່ອງທຶນຮອນ ແມ່ນເປັນບັນຫາສໍາຄັນທີ່ທາງໂຄງການສ້າງຄວາມເຂັ້ມແຂງລະບົບບັນຊີ ຂອງກຸ່ມອອມຊັບແຊມມາອຶນກຶມໂກ ໄດ້ໃຫ້ຄວາມສໍາຄັນໂດຍໄດ້ເອົາໃຈໃສ່ ແລະ ຮ່ວມມືກັບກົມສົ່ງເສີມກະສິກໍາ ແລະ ສະຫະກອນ ແລະ ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ ຈັດກິດຈະກໍາສ້າງຄວາມເຂັ້ມແຂງ ໃຫ້ແກ່ບ້ານເປົ້າໝາຍຂອງໂຄງການດ້ວຍການຝຶກອົບຮົມນີ້ຂື້ນ ເພື່ອໃຫ້ບ້ານເປົ້າໝາຍສາມາດຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນພື່ອເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກໍາກອງທຶນໃຫ້ມີຄວາມຍືນຍົງສືບຕໍ່ເຕີບ ໃຫຍ່ໄປເລືຶ້ອຍໆ.

ຂຽນໂດຍ: ນ. ຄໍາຫຼ້າ ໄຊຍະແພງ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ