Department of Agriculture Extension and Cooperatives

ຝຶກອົບຮົມ ກ່ຽວກັບວຽກງານບໍລິຫານຈັດການ ຄຸ້ມຄອງຖານຂໍ້ມູນຂ່າວສານໃນ 3 ສູນພັດທະນາກະສິກໍາ ແຂວງ ໄຊສົມບູນ, ແຂວງ ວຽງຈັນ ແລະ ແຂວງ ໄຊຍະບູລີ

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ  ແມ່ນເປັນກົມໜຶ່ງທີ່ມີໜ້າທີ່ຮັບຜິດຊອບໃນການພັດທະນາບຸກຄະລະກອນ ແຕ່ຂັ້ນສູນກາງຮອດຮາກຖານ,  ເສີມສ້າງທາງດ້ານເຕັກນິກວິຊາການເປັນຕົ້ນ:  ວຽກງານດ້ານການສ້າງຂີດຄວາມສາມາດສະເພາະດ້ານ, ວຽກງານຂໍ້ມູນຂ່າວສານການສົ່ງເສີມຕ່າງໆ ໂດຍສະເພາະວຽກງານການສ້າງຖານຂໍ້ມູນຂ່າວສານ ແລະ ວຽກງານເຜີຍແຜ່ທາງດ້ານກະສິກໍາ. ໃນໄລຍະຜ່ານມາທາງສູນພັດທະນາກະສິກໍາ ບໍ່ໄດ້ຮັບການຝຶກ

ອົບຮົມທາງດ້ານການເຊື່ອມໂຍງທາງດ້ານຂໍ້ມູນຂ່າວສານການສົ່ງເສີມ ແລະ ວຽກງານການນໍາໃຊ້ຫຼັກສູດຝຶກອົບຮົມ ຫຼື ການສ້າງແຜນການຝຶກ, ແຕ່ເພື່ອເຮັດໃຫ້ວຽກງານດັ່ງກ່າວຂອງສູນພັດທະນາກະສິກໍາໄດ້ອອກສູ່ວົງກວ້າງມັນຕ້ອງໄດ້ມີການເຊື່ອມໂຍງທາງດ້ານຂ່າວສານ  ແລະ  ຖານຂໍ້ມູນ ຂອງສູນພັດທະນາກະສິກໍາ ຕິດພັນກັບການປຸງແຕ່ງກະສິກໍາ ເພື່ອເພີ້ມມູນຄ່າຜົນຜະລິດ ໃຫ້ແກ່ຊາວກະສິກອນ.  ຊຶ່ງເປັນບ່ອນເຊື່ອມໂຍງໃນການພົວພັນລະຫວ່າງຂັ້ນທ້ອງຖິ່ນ ຂຶ້ນຫາຂັ້ນສູນກາງ ແລະ ສູນກາງຫາທ້ອງຖິ່ນ ໂດຍສະເພາະໃນການລາຍງານ,  ລະບົບການສົ່ງ-ຮັບຂໍ້ມູນຂ່າວສານຕ່າງໆ ໃຫ້ສະດວກ,  ວ່ອງໄວໃນປະຈຸບັນ  ແລະ  ອານາຄົດຕໍ່ໜ້າ ເພື່ອເພີ້ມຄວາມອາດສາມາດ ຂອງພະນັກງານ ຂອງສູນໃຫ້ມີຄວາມເຂັ້ມແຂງໃນການຖ່າຍທອດບົດຮຽນໃຫ້ແກ່ຊາວກະສິກອນ. ເພື່ອເຮັດໃຫ້ບັນລຸເປົ້າໝາຍ  ທີ່ທາງພະແນກຂໍ້ມູນຂ່າວສານການສົ່ງເສີມ  ໄດ້ກໍານົດໄວ້ໃຫ້ດໍາເນີນໄປດ້ວຍດີ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ. ດັ່ງນັ້ນ, ທາງພະແນກກໍ່ຄືກົມສົ່ງເສີມ, ຈຶ່ງໄດ້ຈັດຝຶກອົບຮົມຂຶ້ນຢ່າງເປັນທາງການໃຫ້ແກ່ສູນພັດທະນາກະສິກໍານໍ້າປາຈາດ (ແຂວງໄຊສົມບູນ), ສູນພັດທະນາກະສິກໍາ ປາກແຈ້ງ (ແຂວງ ວຽງຈັນ) ແລະ ສູນພັດທະນາກະສິກໍາ 30 ເຮັກຕາ (ແຂວງໄຊຍະບູລີ). ການຝຶກອົບຮົມຄັ້ງນີ້ໄດ້ຮັບກຽດ ເປັນປະທານຮ່ວມກັບຫົວໜ້າພະແນກຂໍ້ມູນຂ່າວສານການສົ່ງເສີມ ໃນການກ່າວເປີດ ແລະ ຊີ້ນຳບັ້ນຝຶກອົບຮົມ ຫາຂັ້ນສູນກາງ  ໂດຍສະ ເພາະໃນການລາຍງານ,  ລະບົບການສົ່ງ-ຮັບຂໍ້ມູນຂ່າວສານຕ່າງໆ ໃຫ້ສະດວກ,  ວ່ອງໄວໃນປະຈຸບັນ  ແລະ  ອາ ນາຄົດຕໍ່ໜ້າ ເພື່ອເພີ້ມຄວາມອາດສາມາດ ຂອງພະນັກງານ ຂອງສູນໃຫ້ມີຄວາມເຂັ້ມແຂງໃນການຖ່າຍທອດບົດຮຽນໃຫ້ແກ່ຊາວກະສິກອນ ເພື່ອເຮັດໃຫ້ບັນລຸເປົ້າໝາຍຂອງການທີ່ທາງພະແນກຂໍ້ມູນຂ່າວສານທີ່ໄດ້ກໍານົດໄວ້ດັ່ງກ່າວ ດໍາເນີນໄປດ້ວຍດີ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ ດັ່ງນັ້ນ, ທາງພະແນກກໍ່ຄືກົມສົ່ງເສີມຈຶ່ງໄດ້ຈັດຝຶກອົບຮົມຂຶ້ນຢ່າງເປັນທາງການໃຫ້ແກ່ສູນພັດທະນາກະສິກໍານໍ້າປາຈາດ (ແຂວງໄຊສົມບູນ) ສູນພັດທະນາກະສິກໍາ ປາກແຈ້ງ (ແຂວງ ວຽງຈັນ) ແລະ ສູນພັດທະນາກະສິກໍາ 30 ເຮັກຕາ (ແຂວງໄຊຍະບູລີ). ການຝຶກອົບຮົມຄັ້ງນີ້ໄດ້ຮັບກຽດ ເປັນປະທານຮ່ວມກັບຫົວໜ້າພະແນກຂໍ້ມູນຂ່າວສານການສົ່ງເສີມ ໃນການກ່າວເປີດ ແລະ ຊີ້ນຳບັ້ນຝຶກອົບຮົມ ເພື່ອເຜີຍແຜ່ຜັນຂະຫຍາຍຈັດຕັ້ງ ປະຕິບັດແຜນການໃນວຽກງານ ຖານຂໍ້ມູນຂ່າວສານການສົ່ງເສີມ ເພື່ອວາງແຜນໃນການເຊື່ອມຍົງລະບົບ ຖານຂໍ້ມູນຂ່າວສານ ເພື່ອສ້າງຕາໜ່າງຂໍ້ມູນການຮຽນຮູ້ດ້ານເຕັກນິກກະສິກໍາ ໂດຍຜ່ານຮູບແບບອີເຫຼັກໂຕຣນິກຂໍ້ມູນຂ່າວສານ ຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມຮ່ວມທັງ 3 ສູນພັດທະນາກະສິກໍາ ມີ 21 ທ່ານ, ຍີງ 3 ທ່ານ, ໃນນີ້ພະນັກງານຂອງສູນພັດທະນາກະສິກໍາ ນໍ້າປາຈາດ (ແຂວງ ໄຊສົມບູນ ) ມີ 9 ທ່ານ( ໃນນັ້ນມີພະນັກງານສູນລ້ຽງແກະ ພະແນກ ກປ ແຂວງ ໄຊສົມບູນ ເຂົ້າຮ່ວມ ຈຳນວນ 1 ທ່ານ ), ສູນພັດທະນາກະສິກໍາ ປາກແຈ້ງ (ແຂວງວຽງຈັນ) ມີ 6 ທ່ານ, ຍິງ 2 ທ່ານ( ໃນນັ້ນມີພະນັກງານຫ້ອງການ ກປ ເມືອງວຽງຄຳ ເຂົ້າຮ່ວມ ຈຳນວນ 1 ທ່ານ ) ແລະ ພະນັກງານຂອງສູນພັດທະນາກະສິກໍາ 30 ເຮັກຕາ (ແຂວງໄຊຍະບູລີ) ມີ 6 ທ່ານ, ຍິງ 01 ທ່ານ.

                                                                                                                           ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ