Department of Agriculture Extension and Cooperatives

ກອງປະຊຸມຄະນະກຳມະການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການພັດທະນາເສດຖະກິດທີ່ຍືນຍົງໂດນຜ່ານລະບົບສະຫະກອນ ປະຈຳ 06 ເດືອນຕົ້ນປີ 2024

ໃນຕອນເຊົ້າ ​ວັນ​ທີ 09 ກໍລະກົດ 2024, ​​ທີ່ຫ້ອງປະຊຸມກົມສົ່ງເສີມກະສິກຳ ແລະ ສະຫະກອນ, ໄດ້ມີການຈັດກອງປະຊຸມຄະນະກຳມະການຄຸ້ມຄອງການຈັດຕັ້ງປະຕິບັດ ຂອງໂຄງການພັດ​ທະ​ນາ​ເສດ​ຖະ​ກິດ​ທີ່ຍືນ​ຍົງ​ໂດຍ​ຜ່ານ​ລະ​ບົບ​ສະ​ຫະ​ກອນ ເພື່ອລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນຕົ້ນປີ 2024 ແລະ ແຜນການຕໍ່ໜ້າ 6ເດືອນທ້າຍປີ ໃຫ້ບັນດາຄະນະຊີ້ນໍາໂຄງການຮັບຊາບ ແລະ ຂໍທິດຊີ້ນໍາ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສຳເລັດຜົນຕາມຈຸດປະສົງເປົ້າໝາຍຂອງໂຄງການ. ໂດຍການເປັນປະທານຮ່ວມ​ຂອງທ່ານ ປອ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ພ້ອມທັງເປັນຜູ້ຊີ້ນຳໂຄງການດັ່ງກ່າວ ແລະ ທ່ານ ອັນຍາ ມຸກມັນ ຫົວໜ້າອົງການ DGRV ປະຈຳລາວ. ຊຶ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກຫຼາຍພາກສ່ວນ ໄດ້ແກ່: ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າ ໄມ້, ບັນດາພະແນກການອ້ອມຂ້າງກົມ​ສົ່ງ​ເສີມ​ກະສິກຳ ແລະ ສະຫະ ກອນ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນ ຫຼວງວຽງຈັນ. ແຂວງວຽງຈັນ, ແຂວງຊຽງຂວາງ, ອົງການສະຫະພັນສະຫະກອນ ເຢຍລະມັນ ແລະ ໄຮໄຟເຊັນ (DGRV) ປະຈຳ ລາວ, ຄະນະກະເສດສາດ ນາບົງ, ສະມາຄົມຊາວກະສິກອນລາວ ແລະ ຕາງໜ້າຈາກສະຫະພັນສະ ຫະກອນກະສິກຳ ລວມຜູ້ເຂົ້າຮ່ວມທັງ​ໝົດ 35 ທ່ານ ເປັນ​ຍິງ 22 ທ່ານ.

 ຈຸດປະສົງ:

ເພື່ອລາຍງານຜົນການຈັດຕັ້ງປະຕິບັດກິດຈະກໍາ 06 ເດືອນຕົ້ນປິ ແລະ ແຜນການທິດທາງຕໍ່ໜ້າ 06 ເດືອນທ້າຍປີ 2024 ຂອງໂຄງການ ພັດທະນາເສດຖະກິດທີ່ຍື່ນຍົງໂດຍຜ່ານລະບົບສະຫະກອນ.

ການດໍາເນີນກອງປະຊຸມ:

ກອງປະຊຸມໄດ້ດໍາເນີນໄປຕາມວາລະ ແລະ ຂັ້ນຕອນ ຂອງກອງປະຊຸມ ໂດຍມີພິທີເປີດ, ຊຶ່ງພາຍຫຼັງທ່ານປະ ທານໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ຄະນະຊີ້ນຳໂຄງການ ກໍຄື ພະແນກສົ່ງເສີມກຸ່ມ, ສະຫະກອນ ແລະ ກອງທຶນ ໄດ້ນໍາສະເໜີ ເນື້ອໃນ ບົດສະຫຼຸບ ຜົນການຈັດຕັ້ງປະຕິບັດກິດຈະກໍາ 06 ເດືອນຕົ້ນປິ ແລະ ແຜນການທິດທາງຕໍ່ໜ້າ 06 ເດືອນທ້າຍປີ 2024 ຂອງໂຄງການ ພັດທະນາເສດຖະກິດທີ່ຍື່ນຍົງໂດຍຜ່ານລະບົບສະຫະກອນ. ຈາກນັ້ນ, ກໍໄດ້ເປີດກ້ວາງການປະກອບຄໍາຄິດຄໍາເຫັນ ຕໍ່ເນື້ອໃນຂອງກອງປະຊຸມ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ພ້ອມທັງມີປະສິດທິຜົນ.

ຜົນຂອງກອງປະຊຸມ

ໂດຍພື້ນຖານກອງປະຊຸມ ໄດ້ເຫັນດີ ແລະ ເປັນເອກະພາບຕໍ່ເນື້ອໃນການລາຍງານບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານກິດຈະກໍາ 06 ເດືອນຕົ້ນປິ ແລະ ແຜນການທິດທາງຕໍ່ໜ້າ 06 ເດືອນທ້າຍປີ 2024 ຂອງໂຄງການ ພັດທະນາເສດຖະກິດທີ່ຍື່ນຍົງໂດຍຜ່ານລະບົບສະຫະກອນ. ແຕ່ຍັງມີບາງປະເດັ່ນທີ່ສໍຳຄັນ ທີ່ຕ້ອງໄດ້ພິຈາລະນາ ແລະ ປັບປຸງຄືນ ເພື່ອໃຫ້ເນື່ອໃນບົດສະຫລຸບ ແລະ ແຜນທິດທາງຕໍ່ໜ້າ ມີຄວາມສົມບູນ ແລະ ຄົບຖ້ວນ ຕາມຄຳເຫັນຂອງຜູ້ແທນໃນກອງປະຊຸມ  ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕໍ່ໜ້າ ແລະ ຕອນທ້າຍຂອງກອງປະຊຸມ ທ່ານປະ ທານໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ໃຫ້ທິດຊີ້ນຳ ດັ່ງນີ້:

  1. ໂດຍພື້ນຖານກອງປະຊຸມໄດ້ເຫັນດີເອກະພາບ ແລະ ຮັບຮອງ ຕໍ່ບົດລາຍງານ ຜົນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ໃນໄລຍະ 06 ເດືອນຕົ້ນປີ ແລະ ແຜນທິດທາງ 06 ເດືອນ ທ້າຍປີ 2024 ຊື່ງຈັດຕັ້ງປະຕິບັດໄດ້ 43,47 % ຖືວ່າປະຕິບັດສຳເລັດຜົນ;
  2. ມອບໃຫ້ຄະນະຮັບຜິດຊອບ ແລະ ຜູ້ປະສານງານໂຄງການ ເອົາໃຈໃສ່ ສືບຕໍ່ປັບປຸງ ບົດສະຫຼຸບ ຕາມຄຳເຫັນໃນກອງປະຊຸມໃຫ້ສຳເລັດໂດຍໄວ ພ້ອມທັງຮິບຮ້ອນຈັດສົ່ງບົດລາຍງານໃຫ້ທຸກຂະແໜງການທີ່ກ່ຽວຂ້ອງຮັບຊາບ ເພື່ອດຳເນີນແຜນການຕໍ່ໄປ;
  3. ສະເໜີໃຫ້ໂຄງການ ໃຫ້ຈັດສັນ ຫຼື ດັດສົມການນຳໃຊ້ ງົບປະມານຂອງແຕ່ລະກິດຈະກຳ ໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ ແລະ ຖືກຕ້ອງຕາມລະບຽບການ, ພ້ອມທັງລາຍງານ ແລະ ຂໍທິດຊີ້ນຳຈາກຄະນະຮັບຜິດຊອບຄຸ້ມຄອງໂຄງການ ທຸກຄັ້ງ ຖ້າມີການປ່ຽນແປງ ກ່ອນຈະດຳເນີນຈັດຕັ້ງປະຕິບັດຕົວຈິງ;
  4. ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງ ຕັ້ງແຕ່ສູນກາງຮອດທ້ອງຖິ່ນ ສົມທົບກັບຄະນະຮັບຜິດຊອບໂຄງການ ສືບຕໍ່ສ້າງກົນໄກການປະສານວຽກງານໃຫ້ໄປໃນລວງດຽວກັນ ແລະ ພ້ອມພາກັນຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ໃຫ້ສຳເລັດຜົົນຕາມຈຸດປະສົງເປົ້າໝາຍໂຄງການ;
  5. ມອບໃຫ້ຄະນະຮັບຜິດຊອບລິ່ເລີ່ມສ້າງຕັ້ງສະຫະພັນສະຫະກອນກະສິກຳ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ດຳເນີນເອກະສານໃນການອະນຸມັດສ້າງຕັ້ງສະຫະກອນ ໃຫ້ສຳເລັດພາຍໃນ ປີ 2024 ຕາມແຜນການຂອງໂຄງການທີ່ກຳນົດໄວ້;
  6. ສະເໜີໃຫ້ໂຄງການສົມທົບກັບຄະນະຮັບຜິດຊອບໂຄງການຂອງກົມສົ່ງເສີມ ສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດແຜນການ 06 ເດືອນທ້າຍປີ 2024 ໃຫ້ສຳເລັດຜົນຕາມຈຸດປະສົງເປົ້າໝາຍ ໂດຍສະເພາະກິດຈະກຳການເຜີຍແຜ່ ແລະ ການຜັນຂະຫຍາຍກົດໝາຍວ່າດ້ວຍສະຫະກອນ, ການສ້າງຕັ້ງສະຫະພັນສະຫະກອນກະສິກຳ ໃນ ສປປ ລາວ ແລະ ກິດຈະກຳອື່ນໆ ທີ່ກຳນົດໃນແຜນການ 06 ເດືອນທ້າຍປີ 2024. ກອງປະຊຸມໄດ້ດຳເນີນ ຮອດເວລາ 12:00 ໂມງ, ໄດ້ສໍາເລັດຜົນຕາມຈຸດປະສົງ ແລະ ເປົ້າໝາຍທີ່ກໍານົດຢ່າງມີໝາກຜົນ ແລະ ໄດ້ປິດກອງປະຊຸມລົງໃນວັນດຽວກັນ.

ຂຽນໂດຍ: ນາງ ບົວທອງ ແກ້ວຫລ້າ  ພະແນກສົ່ງເສີມກຸ່ມ, ສະຫະກອນ ແລະ ກອງທຶນ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ