Department of Agriculture Extension and Cooperatives

ຮາກຖານສະຫະພັນແມ່ຍິງ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ເປີດກອງປະຊຸມໃຫ່ຍ ຄັ້ງທີ II

ໃນວັນທີ 19 ກັນຍາ 2019 ຢູ່ທີ່ ຫ້ອງປະຊຸມກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຮາກຖານສະຫະພັນແມ່ຍິງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໄດ້ເປີດກອງປະຊຸມໃຫ່ຍຂອງຕົນຂື້ນ, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ນາງ ບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້, ສະຫາຍ ສົມຈັນ ວົງປັນຍາ ຮອງເລຂາຄະນະພັກກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ  ແລະ ທ່ານ ນາງ ເພັດສະໝອນ

ສຸລິວົງ ຮາກຖານສະຫະພັນແມ່ຍິງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ມີບັນດາສະມາຊິກຈາກໜ່ວຍແມ່ຍິງອ້ອມຂ້າງກົມ ແລະ ຕ່າງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ 48  ທ່ານ, ຊາຍ 3  ທ່ານ.

         ກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງຂອງຮາກຖານສະຫະພັນແມ່ຍິງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຢ່າງເປັນເອກະສັນ, ເຊີ່ງໃນບົດລາຍງານດັ່ງກ່າວ ໄດ້ສະແດງໃຫ້ເຫັນດ້ານຕັ້ງໜ້າຈຸດດີ, ຈຸດອ່ອນ  ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນໍຳ – ນໍາພາ ແຕ່ສົກປີ 2015 – 2019 ພ້ອມຮັບຮອງແຜນ 2020 – 2024  ເຫັນດີຮັບຮອງເອົາບົດສໍຳຫຼວດການນໍຳພາ ແລະ ການອໍຳລາໜ້າທີ່ຂອງຮາກຖານສະຫະພັນແມ່ຍິງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳຊຸດເກົ່າ

         ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະຮາກຖານສະຫະພັນແມ່ຍິງກົມກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຊຸດໃໝ່ ປະກອບມີຜູ້ລົງສະໝັກ 7 ທ່ານ, ຄັດເລືອກເອົາ 5 ທ່ານ ເພື່ອເຂົ້າຕຳແໜງຊຸດໃໝ່, ແລະ ໃນກອງປະຊຸມປະຖົມມະລຶກຂອງຄະນະຮາກຖານສະຫະພັນແມ່ຍິງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຊຸດໃໝ່ ໄດ້ຕົກລົງຮັບຮອງເອົາປະທານ, ຮອງປະທານ, ປະທານກວດກາ ຄະນະຮັບຜິດຊອບຂະບວນການ ແລະ ເສດຖະກິດດັ່ງມີລາຍຊື່: 

  1. ທ່ານ ນາງ ສວຍຄຳ ຄຳດາລາວົງ     ເປັນປະທານຮາກຖານສະຫະພັນແມ່ຍິງ ຊີ້ນໍຳການເມືອງແນວຄິດ ແລະ ຈັດຕັ້ງ
  2. ທ່ານ ນາງ ລັດສຸດາ ບຸນນຸລັກ        ເປັນຮອງປະທານຮາກຖານສະຫະພັນແມ່ຍິງ
  3. ທ່ານ ນາງ ແກ້ວອຸດອນ ພິລາງາມ  ເປັນປະທານກວດກາ
  4. ທ່ານ ນາງ ລີນາ ໄຊຍະຄຳ                ເປັນຄະນະ
  5. ທ່ານ ນິດທະລັກ ຄຳຮຸ່ງ                   ເປັນຄະນະ

       ກອງປະຊຸມໄດ້ຮັບຟັງການໂອ້ລົມ ອັນມີຄວາມສຳຄັນ  ແລະ ເລິກເຊີ່ງ ຂອງສະຫາຍ ຮອງເລຂາຄະນະພັກຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໄດ້ໃຫ້ທິດຊິ້ນໍຳ ເພື່ອເປັນເຂັ້ມທິດເຍື່ອງທາງ ແລະ ຂີດໝາຍໃຫ້ແກ່ຄະນະຊຸດໃໝ່ ແລະ ບັນດາສະມາຊິກທຸກຄົນພາຍໃນກົມ ນຳໄປຈັດຕັ້ງປະຕິບັດໃຫ້ສຳເລັດໃນໜ້າທີ່ການເມືອງຂອງຕົນ ຈົ່ງໄດ້ເຊີດຊູນ້ຳໃຈເປັນເຈົ້າຕົນເອງ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ເພື່ອນຳໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍໃຫ້ມີຜົນສຳເລັດເປັນຢ່າງດີ

                                                                                                                     ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ