Department of Agriculture Extension and Cooperatives

ພິທີມອບ-ຮັບ ລົດກ່ຽວເຂົ້າ ໃຫ້ສູນພັດທະນາກະສິກຳ 30 ເຮັກຕາ ເມືອງ ພຽງ ແຂວງ ໄຊຍະບູລີ.

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໃນນາມເປັນຜູ້ຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ ແລະ  ຜະລິດເປັນສິນຄ້າແຫ່ງຊາດ ແລະ ແນໃສ່ປີ 2020 ຜະລິດເຂົ້າໃຫ້ໄດ້ 4,7 – 5 ລ້ານໂຕນ, ໃນນັ້ນຕາມແຜນສືບຕໍ່ ແຂວງໄຊຍະບູລີ ແມ່ນເປັນແຂວງເປົ້າໝາຍຂອງໂຄງການທີ່ຈະສະໜອງເຄື່ອງກົນຈັກກະສິກຳ ແລະ ອຸປະກອນຮັບໃຊ້ອີກຈຳນວນໜື່ງ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນດຳເນີນງານຂອງໂຄງການຄ້ຳປະກັນສະບຽງອາຫານແຫ່ງຊາດ ໃຫ້ມີປະສິດທີ່ຜົນສູງ ແລະ ໄດ້ຮັບຄວາມສຳເລັດຕາມແຜນການທີ່ວາງໄວ້ນັ້ນ.

      ໃນວັນທີ 12 ກັນຍາ 2019 ຢູ່ສູນພັດທະນາກະສິກຳ 30 ເຮັກຕາ ໄດ້ມີພິທີມອບ – ຮັບ ລົດກ່ຽວເຂົ້າຈຳນວນ 1 ຄັນ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຈັນ ວົງປັນຍາ ຮອງຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແລະ ທ່ານ ຄຳມ່ວນ ບຸນຍາວົງ

ຫົວໜ້າຫ້ອງການພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ; ນອກນັ້ນຍັງມີຕ່າງໜ້າຈາກ ຫ້ອງການກະຊວງ, ກົມແຜນການ ແລະ ການເງີນ, ກົມກວດກາ, ພະນັກງານວິຊາການອ້ອມຂ້າງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ຂະແໜງຊັບສິນຂອງແຂວງໄຊຍະບູລີ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ພຽງ ແລະ ກຸ່ມການຜູ້ຜະລິດເມັດພັນເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ  4 ທ່ານ,   ລົດກ່ຽວເຂົ້າທີ່ໄດ້ມາມອບຄັ້ງນີ້ແມ່ນລົດກ່ຽວຍີ່ຫຍໍ້ ຄູໂບຕ້າ ລຸ້ນ  DC-35 ເຄື່ອງຈັກ 33 ແຮງມ້າ, 1,123 cc, ເຄື່ອງຈັກ 3 ສູບ, 4 ຈັງຫວະ  ລວມມູນຄ່າທັງໝົດ 215,050,000 ກີບ, ເພື່ອຊາວກະສິກອນໄດ້ຮຽນຮູ້ການນຳໃຊ້ກົນຈັກທີ່ທັນສະໄໝເຂົ້າສູ່ການຜະລິດຊ່ວຍຫຼຸດຜ່ອນແຮງງານ, ຫຼຸດຜ່ອນຕົ້ນທຶນການຜະລິດເມັດພັນ ແລະ ຜະລິດເຂົ້າເປັນສິນຄ້າຕາມແຜນງານຂອງໂຄງການຄ້ຳປະກັນສະບຽງອາຫານແຫ່ງຊາດ.

                                                                                                                         ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ