Department of Agriculture Extension and Cooperatives

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ເປີດກອງປະຊຸມໃຫ່ຍ ຄັ້ງທີ IV

ໃນວັນທີ 25 ກັນຍາ 2019 ຢູ່ທີ່ ຫ້ອງປະຊຸມກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໄດ້ເປີດກອງປະຊຸມໃຫ່ຍຂອງຕົນຂື້ນ, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໃນຄັ້ງນີ້ມີ ສະຫາຍ ສົມຫັວງ ພິມມະສອນ ຄະນະສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ເລຂາຄະນະຊາວໝຸ່ມປະຊາຊົນປະຕິວັດລາວກະຊວງກະສິກໍຳ ແລະ ປ່າໄມ້, ສະຫາຍ ສົມຈັນ ວົງປັນຍາ ຮອງ

ເລຂາຄະນະພັກຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ  ແລະ ສະຫາຍ ຄຳພູວຽງ ຜຸຍສົມບັດ ເລຂາຄະນະຊາວໝຸ່ມກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ມີບັນດາຄະນະຊາວໝຸ່ມອ້ອມຂ້າງກະຊວງ, ສະມາຊິກຊາວໜຸ່ມພາຍໃນກົມ ແລະ ຕ່າງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ 85  ສະຫາຍ, ຍິງ 35  ສະຫາຍ.

         ກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງເລຂາຄະນະຊາວໝຸ່ມປະຊາຊົນປະຕິວັດລາວກະຊວງກະສິກໍຳ ແລະ ປ່າໄມ້ ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫ່ຍຄັ້ງທີ IV ຂອງຄະນະຊາວໝຸ່ມຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ປະທານກອງປະຊຸມກ່າວເປີດກອງປະຊຸມ ແລະ ຂື້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມຄັ້ງທີ IV ຂອງຄະນະບໍລິຫານງານຊຸດເກົ່າໃນໄລຍະ 5 ປີທີ່ຜ່ານມາ,  ເຊີ່ງໃນບົດລາຍງານດັ່ງກ່າວໄດ້ສະແດງໃຫ້ເຫັນດ້ານຕັ້ງໜ້າ, ຈຸດດີ, ຈຸດອ່ອນ  ແລະ ບົດຮຽນທີ່ຖອດຖອນໄດ້ໃນການຊີ້ນໍຳ – ນໍາພາ ແຕ່ສົກປີ 2013 – 2018 ພ້ອມຮັບຮອງແຜນ 2019 – 2024,  ເຫັນດີຮັບຮອງເອົາບົດສໍຳຫຼວດການຊີ້ນໍຳ -ນໍຳພາ ແລະ ການອໍຳລາໜ້າທີ່ຂອງຄະນະບໍລິຫານງານຊຸດເກົ່າ

         ກອງປະຊຸມໄດ້ສະເໜີມາດຖານ ແລະ ເງື່ອນໄຂຜູ້ສະໝັກເລືອກເປັນຄະນະຊຸດໃຫ່ມ, ສະເໜີລາຍຊື່ ແລະ ຄະນະຄວບຄຸມການປ່ອນບັດເລືອກຕັ້ງ, ການປ່ອນບັດຄັດເລືອກເອົາຄະນະ ຊຸດໃໝ່ ປະກອບມີຜູ້ລົງສະໝັກ 10 ສະຫາຍ, ຄັດເລືອກເອົາ 7 ຫາຍ, ເພື່ອເຂົ້າຕໍາແໜງ

ຊຸດໃໝ່ ແລະ ໃນກອງປະຊຸມປະຖົມມະລຶກຂອງຄະນະຊາວໜຸ່ມຮາກຖານກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຊຸດໃໝ່ ໄດ້ຕົກລົງຮັບຮອງເອົາເລຂາ, ຮອງເລຂາ, ປະທານກວດກາ ຄະນະຮັບຜິດຊອບຂະບວນການ ແລະ ເສດຖະກິດດັ່ງມີລາຍຊື່:

  1. ສະຫາຍ ຫົງ ສິດທິວົງ   ເປັນເລຂາຄະນະບໍລິຫານງານຊາວໝຸ່ມຮາກຖານ ກສປ.
  2. ສະຫາຍ ນາງ ສອນໃຈ ວັນນະໄຊ   ເປັນຮອງເລຂາ ແລະ ປະທານກວດກາ
  3. ສະຫາຍ ທິດພະຈັນ ອິນທິລິດ   ເປັນຮອງປະທານກວດກາ
  4. ສະຫາຍ ນາງ ພອນສະຫວັນ ຈັນທະມຸງຄຸນ  ເປັນຄະນະ
  5. ສະຫາຍ ທະນູສອນ ຫວາດນ້ອຍ  ເປັນຄະນະ
  6. ສະຫາຍ ມະນີວັນ ມຸກດາ  ເປັນຄະນະ
  7. ສະຫາຍ ຂັນທະນູ ລໍສະຫັວນ  ເປັນຄະນະ

         ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ສົມຫັວງ ພິມມະສອນ ຄະນະສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ເລຂາຄະນະຊາວໝຸ່ມປະຊາຊົນປະຕິວັດລາວກະຊວງກະສິກໍຳ ແລະ ປ່າໄມ້ ອັນມີຄວາມສຳຄັນ  ແລະ ເລິກເຊີ່ງ  ໄດ້ໃຫ້ທິດຊິ້ນໍຳ ເພື່ອເປັນເຂັ້ມທິດເຍື່ອງທາງ ແລະ ຂີດໝາຍໃຫ້ແກ່ຄະນະຊຸດໃໝ່ ແລະ ບັນດາສະມາຊິກທຸກຄົນພາຍໃນກົມນຳໄປຈັດຕັ້ງປະຕິບັດໃຫ້ສຳເລັດໃນໜ້າທີ່ການເມືອງຂອງຕົນ ຈົ່ງໄດ້ເຊີດຊູນ້ຳໃຈເປັນເຈົ້າຕົນເອງ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ເພື່ອນຳໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍໃຫ້ມີຜົນສຳເລັດເປັນຢ່າງດີ, ມີນໍ້ຳໃຈຮັກຊາດ ໃຈ້ແຍກມິດສັດຕູ ໃຫ້ສົມວ່າເປັນແຂນຂວາຂອງພັກປະຊາຊົນປະຕິວັດລາວ ແລະ ເປັນສິນໄຊແຫ່ງຍຸກສະໃໝ.

                                                                                                                           ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ