Department of Agriculture Extension and Cooperatives

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມໄດ້ຈັດກອງປະຊຸມສຳມະນາກ່ຽວກັບການປະກັນໄພພືດ.

ໃນວັນທີ 21 ມີນາ 2023 ທີ່ຫ້ອງປະຊຸມໂຮງແຮມແລນມາກແມ່ຂອງ ນະຄອນຫຼວງວຽງຈັນ, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມໄດ້ມີພິທີຈັດກອງປະຊຸມສຳມະນາກ່ຽວກັບການປະກັນໄພພືດຂື້ນພາຍໃຕ້ການເປັນປະທານ ຂອງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຜູ້ຊີ້ນໍາ ແລະ ປະສານງານດ້ານເຕັກນິກຂອງໂຄງການ ຄສກສ ມີບັນດາທ່ານຈາກກະຊວງການເງີນ, ກົມງົບປະມານແຫ່ງລັດ, ກົມປະຕິຮູບທຸລະກິດ ແລະ ປະກັນໄພ, ບັນດາທ່ານຈາກທະນາຄານແຫ່ງ ສປປ ລາວ, ມີກົມຄຸ້ມຄອງທະນາຄານທຸລະກິດ, ກົມຄຸ້ມຄອງສະຖາບັນການເງີນ,  ມີ 6 ບໍລິສັດປະກັນໄພ ເຂົ້າຮ່ວມຄື: ບໍລິສັດທິບພະຍະປະກັນໄພຈໍາກັດ, ບໍລິສັດ ວຽງຈັນປະກັນໄພ, ບໍລິສັດປະກັນໄພລາວ -ຫວຽດ, ບໍລິສັດໂຊກໄຊປະກັນໄພ, ບໍລິສັດປະກັນໄພ ບີເອັສເຮສ ລາວຈໍາກັດ, ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ແລະ ມີ ທະນາຄານ ແລະ ສາຖາບັນການເງີນເຂົ້າຮ່ວມຄື: ທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິກໍາ, ສະຖາບັນການເງີນທີ່ຮັບເງີນຝາກ ປະຕູຄໍາ ແລະ ສະມາຄົມການເງີນຈຸລະພາກລາວ ແລະ ຜູ້ປະສານງານຈາກກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກົມແຜນການ ແລະ ການຮ່ວມມື, ກົມປູກຝັງ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທີມງານທີ່ປືກສາດ້ານການເງີນ FME, ທີ່ປຶກສາດ້ານການຈັດຕັ້ງໂຄງການ  PIC ແລະ ພະນັກງານຫ້ອງການປະສານງານຂັ້ນສູນກາງຂອງໂຄງການ ເຂົ້າຮ່ວມທັງໝົດ 36 ທ່ານ ຍີງ 13 ທ່ານ.

ກອງປະຊຸມຈັດຂື້ນມີຈຸດປະສົງເພື່ອນຳສະເໜີແນວຄວາມຄິດເບື້່ອງຕົ້ນ ກ່ຽວກັບການປະກັນໄພພຶດ ເພື່ອໃຫ້ຫລາຍພາກສ່ວນໄດ້ຮັບຮູ້, ເຂົ້າໃຈ ແລະແລກປ່ຽນສົນທະນາຫົວຂໍ້ດັ່ງກ່າວ, ຮັບຟັງສະພາບລວມຂອງໂຄງການ ຄສກສ, ຮັບຟັງການນຳສະເໜີການປະກັນໄພພຶດ, ການຈັດການຄວາມສ່ຽງດ້ານກະສິກໍາ, ເຫດຜົນຂອງການປະກັນໄພ, ແນວຄວາມຄິດ -ວິທີການປະຕິບັດ, ວິທີພັດທະນາໂອກາດ ແລະ ສີ່ງທ້າທາຍ, ຄວາມສ່ຽງຈາກສະພາບອາກາດ, ຄວາມສ່ຽງທາງດ້ານຊີວະວິທະຍາ, ຄວາມສ່ຽງທາງດ້ານລາຄາ, ຄວາມສ່ຽງທາງດ້ານແຮງງານ ແລະ ສຸຂະພາບ, ຄວາມສ່ຽງທາງດ້ານນະໂຍບາຍ ແລະ ການເມືອງ ຈາກ ທ່ານ ນາງ  Clemence Tatin-Jaleran ຊ່ຽວຊານສາກົນການປະກັນໄພກະສິກໍາ,  ນອກນັ້ນ ຍັງມີການສົນທະນາຖາມ-ຕອບຈາກຜູ້ປະກອບການຜູ່ມາເຂົ້າຮ່ວມເພື່ອຫຼຸດຜ່ອນຜົນກະທົບ ແລະ ການຮັບມືກັບຄວາມສ່ຽງດັ່ງກ່າວ.

                                                                                        ຂຽນ ແລະ ຖ່າຍພາບ : ອາມຸດ ແສນທອນ

                                                          ກວດແກ້ : ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ