Department of Agriculture Extension and Cooperatives

ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ ຈັດກອງປະຊຸມສຳມະນາກ່ຽວກັບການພັດທະນາ ແລະ ການເຜີຍແຜ່ຂໍ້ມູນຂ່າວສານການສົ່ງເສີມ ແລະ ສະຫະກອນ

ໃນວັນ ທີ 13 ມິຖຸນາ 2023 ຢູ່ ປະຫ້ອງຊຸມກົມສົ່ງເສີມກະສິກໍາ ແລະ ສະຫະກອນ ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ ຈັດກອງປະຊຸມສຳມະນາ ກ່ຽວກັບການພັດທະນາ ແລະ ການເຜີຍແຜ່ຂໍ້ມູນຂ່າວສານການສົ່ງເສີມ ແລະ ສະຫະກອນຂື້ນພາຍໃຕ້ການເປັນປະທານຂອງ ທ່ານ ໂສພາສິດທິໂສມ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໃນນັ້ນມີຫົວໜ້າພະແນກ, ຮອງພະແນກ, ຮອງຫົວໜ້າ ສູນພັດທະນາກະສິກໍາ ໜອງແຫ້ວ ແລະ ວິຊາການອ້ອມຂ້າງກົມ ເຂົ້າຮ່ວມທັງໝົດ 21ທ່ານ, ຍີງ 9 ທ່ານ.

ໃນກອງປະຊຸມ ສຳມະນາດັ່ງກ່າວ ທ່ານ ໂພຄະລາສີ ອາຣຸນສະຫວັດ ຫົວໜ້າພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ ໄດ້ຂື້ນຜ່ານຄວາມໝາຍຄວາມສໍາຄັນຂອງວຽກງານການພັດທະນາ ແລະ ການເຜີຍແຜ່ຂໍ້ມູນຂ່າວສານການສົ່ງເສີມ ແລະ ສະຫະກອນໃນໄລຍະຜ່ານມາ ແລະ ແຜນພັດທະນາໃນຕໍ່ຫນ້າໃຫ້ບັນດາແຂກທີ່ເຂົ້າຮ່ວມໄດ້ຮັບຊາບ.

ທ່ານ ແສງສຸລີ ມາຍມະນີວົງ ກໍ່ໄດ້ຂື້ນນໍາສະເໜີແຜນພັດທະນາຂໍ້ມູນຂ່າວສານການສົ່ງເສີມ ແລະ ຖານຂໍ້ມູນດີຈີຕອນ ຂອງກົມສົ່ງເສີມກະສິກໍາ ແລະ ສະຫະກອນ ແຕ່ປະຫວັດເລີ່ມຕົ້ນຈົນເຖີງປະຈຸບັນໃນການພັດທະນາເວບໄຊ ແລະ ນໍາສະເໜີຂ່າວສານການສົ່ງເສີມ ດິຈີຕອນ ປີ 2023 ຫາ 2025. ທ່ານ ຄໍາເຜີຍ ຈັນທະວົງ ນໍາສະເໜີ ສະພາບລວມວຽກງານຂ່າວສານ, ຂ່າວວາລະສານ, ວຽກດີຄົນເດັ່ນ ເເລະ ການຂຽນຂ່າວເພື່ອມາມາລົງໃນວາລະສານການສົ່ງເສີມ. ທ່ານ ທິດພະຈັນ ອິນທິລິດ ນໍາສະເໜີ ຮ່າງເກັບກໍາ ແບບຟອມ ຂໍ້ມູນກຸ່ມຜະລິດ, ກຸ່ມປຸງແຕ່ງກະສິກໍາ ເພື່ອໃຫ້ບັນດາທ່ານໄດ້ເຂົ້າໃຈບັນຫາຄວາມສໍາຄັນຂອງແບບຟອມດັ່ງກ່າວ ທ່ານ ອາມຸດ ແສນທອນ ໄດ້ຂື້ນນໍາສະເໜີ ການຖ່າຍພາບເພື່ອເອົາມາປະກອບໃນບົດຂ່າວສານ ແລະ ກະດານຂ່າວ, ເພື່ອໃຫ້ບັນດາແຂກໄດ້ຮູ້ເຕັກນິກການຖ່າຍພາບໃຫ້ເຖືກຫຼັກການ ແລະ ລະບຽບຂອງການຖ່າຍພາຍເພື່ອຈະເອົາມາລົງຂ່າວສານ.

ໃນຕອນບ່າຍ ກໍໍໍ່ໄດ້ມີການສົນທະນາປຶກສາຫາລືຂອດແກ້ໄຂ ຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງການເຂົ້າເຖິງແຫຼ່ງຂໍ້ມູນ, ການເອົາຂ່າວສານລົງໃນເວັບໄຊ ແລະ ຕົກລົງເຫັນດີເປັນເອກະພາບໃນຫລາຍບັນຫາ.

ຂຽນ ແລະ ຖ່າຍພາບ : ອາມຸດ ແສນທອນ

ກວດແກ້ : ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ