Department of Agriculture Extension and Cooperatives

ອີງຕາມການເຊີນຂອງ ສັນນິບາດ ແຫ່ງປະເທດໄທ ສະບັບເລກທີ່ 0302/822 ເພື່ອໄປທັດສະນະສືກສາ ແລກປຽນບົດຮຽນ ວຽກງານສະຫະກອນ ແຫ່ງປະເທດໄທ ຄັ້ງວັນທີ່ 22-26.12.2022

ເພື່ອສືກສາ ຮຽນຮູ້ ແລະ ແລກປຽນບົດຮຽນ ຂອງວຽກງານສະຫະກອນ, ເພື່ອການຍົກລະດັບທາງດ້ານຄວາມຮູ້ ແລະ ຄວາມສາມາດ ໃຫ້ນັກພະນັກ ງານສູນກາງ ແລະ ສະຫະກອນ ກ່ຽວກັບການບໍລິຫານ, ການຄູ້ມຄອງວຽກງານນສະຫະກອນ ໃນສປປ ລາວ. ເພື່ອໃຫ້ພະນັກງານສູນກາງ ແລະ ຊາວສະຫະກອນ ຮັບຮູ້ຄວາມເປັນມາ, ການເຕີບໃຫ່ຍຂະຫຍາຍໂຕ ຂອງສະຫະກອນ ລວມທັງການຮ່ວມມື ການປະສານງານພາຍໃນ ແລະ ພາຍນອກ. ການທັນສະນະສືກສາ ແລກປຽນບົດຮຽນ ໃນຄັ້ງນີ້ ແມ່ນດຳເນີນມາຕັ້ງແຕ່ ວັນທີ 22 – 25 ທັນວາ 2022 ເປັນເວລາ 5 ວັນເຕັມ ໃຫ້ກຽດເປັນປະທານໃນການນໍາພາທັດສະນະສືກສາ ຄັ້ງນີ້ ໂດຍ ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້. ການທັດສະນະສືກສາຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 1 0 ທ່ານ, ຍີງ 5 ທ່ານ ໃນນັນມີການນໍາຂັ້ນກົມ ພະແນກພະນັກງານວີຊາການ 5 ທ່ານ, ທີມງານອົງການສະຫະພັນ ສະຫະກອນ ປະເທດເປຍລະມັນ 2 ທ່ານ, ພ້ອມດ້ວຍຕົວແທນຂອງສະຫະກອນ 3 ທ່ານ. ໃນການທັດສະນະສຶກສາຄັ້ງນີ້ ປະກອບມີ 4 ສະຫະກອນ ແລະ ອົງການນຈັດຕັ້ງຂອງປະເທດໄທ ກໍ່ຄືກົມສົ່ງເສິມສະຫະກອນ; ພ້ອມດ້ວຍໄດ້ຮັບກຽດເຂົ້າຮ່ວມກອງປະຊຸມໃຫຍ່ ປະຈໍາປີ ຂອງສະຫະກອນ ເຊິ່ງໄດ້ຮັບການຕອນຮັບຈາກສັນທິບານສະຫະກອນ ແຫ່ງປະເທດໄທ; ການທັດສະນະສືກສາ ແລກປຽນບົດຮຽນ ຂອງສະຫະກອນຄັ້ງນີ້ແມ່ນໄດ້ຮັບບົດຮຽນ ອັນລໍ້າຄ່າຫຼາຍ ໂດຍສະເພາະການຮ່ວມມືລະຫວ່າງສະຫະກອນ ແລະ ອົງການຈັດຕັ້ງລັດ, ການຊ່ວຍເຫຼືືອ ແລະ ການຄຸ້ມຄອງ ສະຫະກອນ ຂອງສັນນີິບາດແຫ່ງປະເທດໄທ. ໃນການແລກປຽນຄັ້ງນີ້ ໄດ້ມີໂອກາດອັນດີທີ່ໄດ້ເຂົ້າພົບກົມສົ່ງເສິມສະຫະກອນ ແຫ່ງປະເທດໄທ ທັງນີ້ການແລກປຽນຍັງໄດລົງເລີກເຖິງການດໍາເນິນງານສະຫະກອນໃນປະເທດໄທ ແລະ ສໍາຄັນແມ່ນໄດ້ປຶກສາຮ່ວມກັນໃນການເຊື່ອມໂຍງຄວາມຮ່ວມມືໃນດ້ານຕ່າງໆຂອງການຈັດຕັ້ງສະຫະກອນ ແລະ ເພືີອເຊື່ອມສໍາພັນອັນດີລະຫວ່າງປະເທດໄທ ແລະ ສປປ ລາວ ໃນອານາຄົດຂ້າງ  ໜ້າດ້ວຍ.

ເຂົ້າພົບກົມສົ່ງເສິມກະສີກອນ ແຫ່ງປະເທດໄທ                                               ສົນທະນາປືກສາຫາລືກ່ຽວກັບການຮ່ວມ

ການສືກສາ ແລກປຽນ ດ້ານການຮ່ວມມືລະຫວ່າງອົງການຈັດຕັ້ງລັດ ແລະ ສະຫະກອນ ແຫ່ງປະເທດໄທ ແມ່ນເຫັນໄດ້ໃນຫຼາຍດ້ານ ໂດຍສະເພາະພາລະບົດບາດ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ແລະ ການສົ່ງເສິມວຽກງານສະຫະກອນ ຂອງຢ່າງເປັນລະບົບ.

ນອກຈາກອົງການຈັດຕັ້ງຂອງລັດທະບານແລ້ວ ຍັງມີ ອົງກອນສັນນິບາດປະຕິບັດໜ້າທີ່ຕາມກົດໝາຍຂອງສະຫະກອນ ແຫ່ງປະເທດໄທ ເຊີ່ງມີພາລະບົດບາດ ເປັນຕົວກາງໃນການປະສານງານ ແລະ ການສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສະຫະກອນ ລະຫວ່າງສະຫະກອນເອງ, ພາກລັດ ແລະ ອົງກອນສາກົນຕ່າງໆ.

ເຂົ້າພົບສັນນິບາດ ແຫ່ງປະເທດໄທ

ໃນການທັດສະນະສືກສາບົດຮຽນ ຂອງ 4 ສະຫະກອນ ສະແດງໃຫ້ເຫັນໄດ້ຫຼາຍດ້ານ ໂດຍສະເພາະ ການຕື່ນຕົວ ການສາມັກຄີ ການເສຍສະຫຼະຊອງສະມາຊິກ ການຊ່ວຍເຫຼືອຈາກລັດທະບານ ແລະ ອົງກອນສັນນິບາດ ເຫັນໄດ້ຈາກການເຕີບໂຕ ແລະ ການຂະຫຍາຍຕົວຂອງແຕ່ລະສະຫະກອນ ໃນປະເທດ. ການທັດສະນະສຶກສາຄັ້ງນີ້ ເຮັດໃຫ້ທິມງານລາວ ສາມາດຮັບຮູ້ ແລະ ເກັບກ່ຽວປະສົບການອັນລໍ້າຄ່າ ແລະເພື່ອໃຫ້ເປັນການສືບຕໍ່ສົ່ງເສິມວຽກງານສະຫະກອນ ໃຫ້ມີຄວາມເຂັ້ມແຂງ ຈະເອົາບົດຮຽນທີ່ໄດ້ສືກສາຄັ້ງນີ້ ມາຜັນຂະຫຍາຍ ໃຫ້ວຽກງານສະຫະກອນ ໃຫ້ເກິດຜົນອັນສູງສຸດ.

ສະຫະກອນກະສິກໍາພິມາຍ ເມືອງ ໂຄລາດ ຈັງຫວັດ ນະຄອນລາດສະສິມາ ປະເທດໄທ ທຸລະກິດຜະລິດເຂົ້າ ແລະ ສົ່ງອອກ, ສິນເຊື່ອຮັບຝາກ ແລະ ປ່ອຍເງິນກູ້, ການບໍລິການຮ້ານຄ້າຕ່າງໆຂອງສະຫະກອນ.

ສະຫະກອນ ງົວນົມ ມວກເຫລັກ ທີ່ຈັງຫວັດສະບູລີ ປະເທດໄທ ກິດຈະກໍາລ້ຽງງົວຜະລິດນົມງົວຂາຍ ພ້ອມດ້ວຍ ຜະລິດນົມປ່ອງສໍາເລັດຮູບ,​ ທຸລະກິດປຸຍ, ບໍລິການຮ້ານຄ້າ ແລະ ສິນເຊື່ອຮັບຝາກ ແລະ ປ່ອຍເງິນກູ້.

ສະຫະກອນກະສິກຳ ບ້ານລາດ ຈັງຫວັດເພັດສະບູລີ ປະເທດໄທ ກິດຈະກໍາປູກກ້ວຍ ແປຮຸບ ຂາຍພາຍໃນ ແລະ ສົ່ງອອກ,​ ກິດຈະກໍາບໍລິການປ່ອຍເຊົ່າຮ້ານຄ່າ ແລະ ຕະຫຼາດ,​ ການບໍລິການຮ້ານຄ້າຂາຍ ແລະ ກິດຈະກໍາສິນເຊື່ອຮັບຝາກ ແລະ ປ່ອຍເງິນກູ້.

ສະຫະກອນກະສິກຳ ເຂົາຍ້ອຍ ຈັງຫວັດ ເພັດສະບູລີ ແລະ ສະຫະກອນສິນເຊືອ ຈັງຫວັດຂອນແກ່ນ ປະເທດໄທ ກິດຈະກໍາປູກເຂົ້າ ແປຮຸບ ຂາຍພາຍໃນ ແລະ ສົ່ງອອກຕາມຮ້ານຄ້າ,​ ກິດຈະກໍາບໍລິການປ່ອຍເຊົ່າທີ່ດີນເພື່ອອາຄານບໍລິການປ່ອຍເຊົ່າ,​ ການບໍລິການຮ້ານຄ້າຂາຍ ແລະ ກິດຈະກໍາສິນເຊື່ອຮັບຝາກ ແລະ ປ່ອຍເງິນກູ້.

ຂຽນໂດຍ: ນ. ຄໍາຫຼ້າ ໄຊຍະແພງ

                       ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ