Department of Agriculture Extension and Cooperatives

ພະແນກສົ່ງເສີມກຸ່ມ, ສະຫະກອນ ແລະ ກອງທຶນ ຝຶກອົບຮົມ ບັນຊີວິສາຫະກິດ ( ບັນຊີຄູ່ ) ໃຫ້ສະຫະກອນກະສິກໍາ ແລະ ປ່າໄມ້ 4 ແຂວງພາກເໜືອ ແລະ 2 ແຂວງພາກກາງ.

ກົມສົ່ງເສີມກະສິກຳ ແລະ ສະຫະກອນ ເຫັນໄດ້ຄວາມສຳຄັນກ່ຽວກັບວຽກງານບັນຊີ ໂດຍສະເພາະແມ່ນວຽກງານການຖືບັນຊີຂອງສະຫະກອນກະສິກໍາ ເພາະການຖືບັນຊີ ແມ່ນບົ່ງບອກເຖິງຄວາມໂປ່ງໃສ່, ຄວາມໝັ້ນຄົງຂອງການດຳເນີນກິດຈະການສະຫະກອນ ລວມທັງຄວາມເຊື່ອຖືຂອງບັນດາສະມາຊິກສະຫະກອນ ດ້ວຍເຫດຜົນດັ່ງກ່າວ ກົມສົ່ງເສິມກະສິກໍາ ແລະ ສະຫະກອນ ຈຶ່ງອະນຸມັດອອກ ຂໍ້ຕົກລົງຈັດຝຶກອົບຮົມກ່ຽວກັບວຽກງານບັນຊີ ບັນຊີວິສາຫະກິດ ສະບັບເລກທີ 0131/ກສກສ, ລົງວັນທີ 17 ມັງກອນ 2023. ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ກໍຄືໂຄງການພັດທະນາເສດຖະກິດທີ່ຍຶນຍົງໂດຍຜ່ານລະບົບສະຫະກອນ ຮ່ວມກັບກົມຄູ້ມຄອງການບັນຊີ ກະຊວງການເງິນ ໄດ້ດໍາເນີນການຝຶກອົບຮົມກ່ຽວກັບບັນຊີວິສາຫະກິດໃຫ້ແກ່ພະນັກງານບັນຊີຂອງສະຫະກອນກະສິກຳ ໂດຍມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານ ຍິງ 21 ທ່ານ ຈາກບັນດາສະຫະກອນຈໍານວນ 06 ແຫ່ງ ໄດ້ແກ່ສະຫະກອນກະສິກໍາອິນຊີບ້ານທົ່ງມັ່ງ 3 ທ່ານ ຍິງ 2 ທ່ານ, ສະຫະກອນກະສິກໍາອິນຊີບ້ານທ່າຊ້າງ 3 ທ່ານ ຍິງ 2 ທ່ານ, ສະຫະກອນກະສິກໍາອິນຊີເມືອງແປກ ແຂວງຊຽງຂວາງ 3 ທ່ານ ຍິງ 2 ທ່ານ, ສະຫະກອນກະສິກໍາບ້ານແຈ້ງ ແຂວງວຽງຈັນ 3 ທ່ານ ຍິງ 3 ທ່ານ, ສະຫະກອນກາເຟວັນໃໝ່ ແຂວງຫົວພັນ 5 ທ່ານຍິງ 1 ທ່ານ ແລະ ສະຫະກອນຊາຍອດອູ ແຂວງຜົ້ງສາລີ 4 ທ່ານ ຍິງ 2 ທ່ານ

ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້-ຄວາມສາມາດ ສະເພາະດ້ານບັນຊີວິສາຫະກິດ ໃຫ້ແກ່ພະນັກງານບັນຊີຂອງສະຫະກອນກະສິກໍາ ແລະ ເພື່ອນຳເອົາຄວາມຮູ້ດັ່ງກ່າວນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການບັນຊີ, ຊຶ່ງວິທີການຝຶກອົບຮົມຄັ້ງນີ້ແມ່ນ ໄດ້ການຮຽນທັງທິດສະດີ ແລະ ລົງບັນຊີຕົວຈິງຕົວໂປແກຼມບັນຊີ (TSD) ຊຶ່ງໃນເບື່ອງຕົ້ນໄດ້ເຊື່ອມຊຶ່ມບັນດານິຕິກຳກົດໝາຍຕ່າງໆ ທີ່ກ່ຽວຂ້ອງ ລວມທັງລະບຽບຫຼັການການບັນຊີຕ່າງໆ ແລະ ວິທີການລົງໂປແກມບັນຊີຕົວຈິງ. ນອກຈາກນັ້ນ ຍັງໄດ້ລົງເລິກຮຽນຮູ້ ແລະ ສ້າງຄວາມເຂົ້າໃຈກ່ຽວກັບ ຫຼັກການບັນຊີຄູ່ລວມທັງການປະຕິບັດຕົວຈິງ ກ່ຽວກັບການລົງບັນຊີ ຫຼື ວິທີການບັນທຶກບັນຊີ ແລະ ການສ້າງເອກະສານລາຍງານການເງີນດ້ວຍລະບົບໂປຣແກຣມບັນຊີ (TSD). ຄາດໝາຍຜົນໄດ້ຮັບ ນັກສຳມະກອນມີຄວາມເຂົ້າໃຈແຈ້ງກ່ຽວກັບບັນດານິຕິກໍາຕ່າງໆ ທີ່ຕິດພັນກັບວຽກງານບັນຊີ ໂດຍສະເພາະກົດໝາຍວ່າດ້ວຍການບັນຊີ ແລະ ບົດແນະນໍາການນຳໃຊ້ກົດໝາຍວ່າດ້ວຍການບັນຊີ ຕະຫຼອດຮອດຮູບແບບເອກະສານການເງີນ ແລະ ການບັນຊີ ຊຶ່ງຕິລາຄາຄາດຄະເນຜົນໄດ້ຮັບ ສຳລັບຄວາມເຂົ້າໃຈຂອງນັກສຳມະກອນ ຢູ່ໃນລະດັບດີ ບົດຮຽນທີ່ຖອດຖອນໄດ້ ມີດັ່ງນີ້:

  • ດ້ານດີ: ນັກສຳມະນາກອນທຸກທ່ານ ມີຄວາມສົນໃຈ ແລະ ຕັ້ງໃຈສຶກສາເອົາບົດຮຽນທັງທິດສະດີ ແລະ ພາກປະຕິບັດຕົວຈິງ ຢ່າງແທ້ຈິງ, ທັງພາກລັດ ກໍຄືກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກົມຄູ້ມຄອງການບັນຊີ ກໍໃຫ້ຄວາມສຳຄັນກ່ຽວກັບການຖືບັນຊີຂອງບັນດາສະຫະກອນ ຈຶ່ງໄດ້ມີການຈັດຊຸດຝຶກອົບຮົມຄັ້ງນີ້ຂຶ້ນ.
  • ດ້ານຄົງຄ້າງ: ການຈັດຝຶກອົບຮົມຄັ້ງນີ້ໃຊ້ເວລາໃນການຝຶກອົບຮົມນ້ອຍເກີນໄປ ເຮັດໃຫ້ຄວາມເຂົ້າໃຈ ຂອງນັກສຳມະກອນຢູ່ໃນລະດັບ ຕ້ອງຮັບການຝຶກອົບຮົມຕື່ມໃນຄັ້ງຕໍ່ໄປ.
  • ໂດຍສະຫລຸບລວມແລ້ວ ຄະນະຈັດຕັ້ງຝຶກອົບຮົມໄດ້ດຳເນີນໄປຕາມວາລະຢ່າງຄົບຖ້ວນ, ສົມບູນ ແລະ ສຸດທ້າຍຕາງໜ້າການນໍາກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກໍໄດ້ມອບໃບຢັ້ງຢືນຜົນສຳເລັດການຝຶກອົບຮົມ ໃຫ້ແກ່ນັກສຳມະກອນທຸກທ່ານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງ. ນອກຈາກນັ້ນ ທັງພາກລັດ ແລະ ໂຄງການຜູ້ສະໜັບສະໜຸນງົບປະມານ ກໍໄດ້ສືບຕໍ່ກໍານົດແຜນການຝຶກອົບຮົມໃນຄັ້ງຕໍ່ໄປ. ຊຸດຝຶກອົບຮົມປິດລົງຢ່າງເປັນທາງການໃນເວລາ 15:30 ໂມງ ຂອງວັນທີ 03 ກຸມພາ 2023. ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຮັບທຶນສະໜັບສະໜູນງົບປະມານຈາກອົງການສະຫະພັນສະຫະກອນແຫ່ງປະເທດເຢຍລະມັນປະຈໍາ  ສປປ ລາວ ( DGRV )

 

                                                 ຂຽນໂດຍ ນ. ບົວທອງ ແກ້ວຫຼ້າ  ພະແນກສົ່ງເສີມກຸ່ມ, ສະຫະກອນ ແລະ ກອງທຶນ, ກສກສ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ