Department of Agriculture Extension and Cooperatives

ຝຶກອົບຮົມ ການບໍລິຫານເງີນອອມ, ເງີນກູ້ ແລະ ການບັນຊີ ໃຫ້ກູ່ມອອມຊັບແຊມາອຶລ ກຶມໂກບ້ານ ແລະ 3 ບ້ານເປົ້າໝາຍໃໝ່

ເພື່ອຍົກລະດັບທາງດ້ານຄວາມຮູ້ ແລະ ຄວາມສາມາດ ໃຫ້ນັກສຳມະນາກອນ ກ່ຽວກັບການບໍລິຫານ, ການຄູ້ມຄອງເງີນອອມ, ເງີນກູ້ ແລະ ການຄຸ້ມຄອງບັນຊີ ໃຫ້ກັບກຸ່ມອອມຊັບແຊມາອຶລ ກຶມໂກບ້ານ ໂດຍສະເພາະ ແມ່ນບ້ານດົງຂາວ, ບ້ານຫລັກ52, ບ້ານ ນໍ້າລິນ, ແລະ 3 ບ້ານເປົ້າໝາຍໃໝ່ບ້ານ ໜອງປຸ່ງ, ບ້ານ ໂພນໄຊ ແລະ ບ້ານ ນາເລົ່າ ລວມທັງພະນັກງານຂັ້ນເມືອງຜູ້ຮັບຜິດຊອບວຽກດັ່ງກ່າວ.

ເພື່ອໃຫ້ນັກສຳມະນາກອນ ຮັບຮູ້ຄວາມເປັນມາ, ການເຕີບໃຫ່ຍຂະຫຍາຍໂຕ ຂອງສະຫະກອນເເຊມາອຶນກຶມໂກ ສາທາລະນະລັດ ເກົາຫລີ ລວມທັງບົດບາດ ແລະ ໜ້າທີ່ຂອງຄະນະບໍລິຫານ ກຸ່ມອອມຊັບແຊມາອຶລກຶມໂກ.

ການຝຶກອົບຮົມການບໍລິຫານ, ການຄຸ້ມຄອງເງີນອອມ, ເງີນກູ້ ແລະ ບັນຊີ ໃຫ້ກຸ່ມອອມຊັບແຊມາອຶນ ກຶມໂກບ້ານ ໃນຄັ້ງນີ້ ແມ່ນດຳເນີນມາຕັ້ງແຕ່ ວັນທີ 5 – 9 ກັນຍາ 2022 ເປັນເວລາ 5 ວັນເຕັມ ໃຫ້ກຽດເປັນປະທານ ໃນການເປີດ ແລະ ປິດການຝຶກອົບຮົມຄັ້ງນີ້ ໂດຍ ທ່ານ ໂສພາ ສິດທິໂສມ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ທັງເປັນຜູ້ຊີ້ນຳວຽກ ແຊມາອຶນກຶມໂກະຂັ້ນກົມ, ທ່ານ ບຸນມີ  ອິນທະວົງ ຮອງເຈົ້າເມືອງໆໂພນໂຮງ ຜູ້ຊີ້ນຳວຽກ ແຊມາອຶນກຶມໂກ ຂັ້ນເມືອງ.

ການຝຶກອົບຮົມຄັ້ງນີ້ມີນັກສຳມະນາກອນເຂົ້າຮ່ວມທັງໝົດ ຈໍານວນ 33 ທ່ານ, ຍີງ 26 ທ່ານ ໃນນັນມີພະນັກງານຈາກຫ້ອງວ່າການປົກຄອງເມືອງໂພນໂຮງ 01 ທ່ານ, ຫ້ອງການສະຫະພັນແມ່ຍີງເມືອງໂພນໂຮງ 02 ທ່ານ ແລະ ຄະນະບໍລິຫານງານກຸ່ມອອມຊັບແຊມາອຶນກຶມໂກ ບ້ານ ດົງຂາວ 05 ທ່ານ, ບ້ານ ນໍ້າລິນ 05 ທ່ານ ແລະ ບ້ານ ຫລັກ 52 ຈຳນວນ 05 ທ່ານ, ບ້ານ ໂພນໄຊ 04 ທ່ານ, ບ້ານ ໜອງປຸ່ງ 04 ທ່ານ ແລະ ບ້ານ ນາເລົ່າ 04 ທ່ານ.

ໃນການຈັດຝຶກອົບຮົມຄັ້ງນີ້ແມ່ນແບ່ງເປັນ 03 ຫລັກສູດ; ປະກອບມີ 04 ວິຊາຮຽນຫລັກ ຄື:

  1. ປະຫວັດຄວາມເປັນມາ ແລະ ການສ້າງຕັ້ງສະຫະກອນແຊມາອືລ ກືມໂກ ສ ເກົາຫຼີ
  2. ວຽກງານເງີນອອມ
  3. ກິດຈະກໍາການປ່ວຍກູ້
  4. ການບັນຊີການເງີນ

ການຝຶກອົບຮົມຊຸດນີ້ໃຊ້ເວລາທັງໝົດ ລວມມີພາກທິດສະດີ ແລະ ການປະຕິບັດຕົວຈີງ ແມ່ນ 30 ຊົ່ວໂມງ, ມີຄູຝຶກຈຳນວນ 07 ທ່ານ  ມາຈາກສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫລີ 01 ທ່ານ ແລະ ຈຳນວນ 04 ທ່ານ ມາຈາກກົມສົ່ງເສີມກະສິກຳ ແລະ ສະຫະກອນ.

ຜ່ານການດຳເນີນຈັດຕັ້ງຝຶກອົບຮົມຕົວຈີງມາເປັນເວລາ 05 ວັນເຕັມ ແມ່ນເຫັນວ່ານັກສໍາມະນາກອນໄດ້ມີຄວາມເອົາໃຈໃສ່ສູງໃນການຄົ້ນຄ້ວາຮໍ່າຮຽນ ແລະ ການໃຫ້ຄວາມຮ່ວມມືດ້ານຕ່າງໆ ໃນໄລຍະການເຂົ້າຮ່ວມຝຶກອົບຮົມ ພ້ອມທັງຄວາມເອົາໃຈໃສ່ສິດສອນຂອງຄູອາຈານແຕ່ລະທ່ານ, ມັນໄດ້ສະແດງອອກໃຫ້ ເຫັນ ນັກສໍາມະນາກອນສໍາມາດສໍາເລັດການຝຶກອົບຮົມໄດ້ທັງໝົດ 100% ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກສະຫະພັນ ສະຫະກອນສິນ​ເຊື່ອ​ຊຸມ​ຊົນ(KFCC) ສາທາລະນະລັດ ເກົາຫລີ.

ຂຽນໂດຍ: ອາມຸດ ແສນທອນ

                       ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

 

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ