Department of Agriculture Extension and Cooperatives

ສະເຫຼີມສະລອງວັນອາຫານໂລກ, ວັນສາກົນ ແລະສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ

ເພື່ອຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວໄດ້ ມັນຮຽກຮ້ອງໃຫ້ທຸກພາກສ່ວນ, ທັງພາກລັດ-ອົງການຈັດຕັ້ງສາກົນຕ້ອງມີມາດຕະການອັນຕັ້ງໜ້າເພື່ອທັບມ້າງທຸກອຸປະສັກທາງດ້ານເສດຖະກິດ-ສັງຄົມ ມາເຖິງປະຈຸບັນແຮງງານໃນການຜະລິດກະສິກໍາ ແລະ ອາຊີບທີ່ພົວພັນເຖິງການກະສິກໍາ ຍັງກວມເອົາຫລາຍກວ່າ 70 ສ່ວນຮ້ອຍຂອງພົນລະເມືອງລາວ ເພື່ອເປັນການຊີ້ນໍາ-ນໍາພາ ແລະໃຫ້ທິດທາງ ໃນການແກ້ໄຂຄວາມທຸກຍາກ ຂອງປະເທດໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ. ໃນຕອນເຊົ້າຂອງວັນທີ 17 ຕຸລາ 2017 ນີ້, ຢູ່ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ເພັດ ພົມພິພັກ, ລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ນ. ຄາຣີນາ ອິມໂມເນນ ຫົວໜ້າຜູ້ປະສານງານອົງການສະຫະປະຊາຊາດ ເພື່ອພັດທະນາປະຈໍາ ສປປລາວ ແລະ ທ່ານ ປະລິນຍາເອກ ສະຕີເຟັນ ຣູດກາດ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ພ້ອມດ້ວຍບັນດາທ່ານຕາງໜ້າເອກອັກຄະລາລັດຖະທູດ, ທຸຕານຸທູດ ແລະ ຄູ່ຮ່ວມພັດທະນາ ໄດ້ໃຫ້ກຽດເປັນປະທານຮ່ວມເປີດງານເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2017. ໂດຍທ່ານ ໄດ້ໃຫ້ຮູ້ກ່ຽວກັບຫຼາຍບັນຫາ ທີ່ເປັນວຽກສໍາຄັນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ສໍາລັບວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ທີ່ໄດ້ໝູນວຽນມາບັນຈຸຄົບຮອບອີກເທື່ອໜຶ່ງ ໃນປີ 2017 ນີ້, ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນດັ່ງ ເຊິ່ງວັນອາຫານໂລກແມ່ນ ເລີ່ມແຕ່ປີ 1980 ເຊິ່ງໃນປີ 2017 ແມ່ນຄົບຮອບ 37 ປີ ພາຍໃຕ້ຄໍາຂວັນ “ລົງທຶນໃສ່ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ພັດທະນາຊົນນະບົດ ເພື່ອແກ້ໄຂການຍ້າຍຖິ່ນຖານໃນອະນາຄົດ” ແລະ ວັນສາກົນ ເພື່ອລຶບລ້າງຄວາມທຸກຍາກແມ່ນຄົບຮອບ 25 ປີ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ  ຄົບຮອບ 14 ປີ ເພື່ອແນໃສ່ປູກຈິດສໍານຶກ ແລະ ສ້າງຄວາມຮັບຮູ້ໃຫ້ປະຊາຊາດໃນທົ່ວໂລກໄດ້ເຂົ້າໃຈກັນວ່າ ຄວາມທຸກຍາກ ແລະ ໄພອຶດຫິວແມ່ນປະກົດການທາງສັງຄົມໜຶ່ງທີ່ພວກເຮົາສາມາດລຶບລ້າງໃຫ້ໜົດໄປໄດ້ ພາຍໄຕ້ຄໍາຂວັນ “ລົງທຶນໃສ່ການຄໍ້າສະບຽງອາຫານ ແລະ ການພັດທະນາຊົນນະບົດເພື່ອແກ້ໄຂການເຄື່ອນຍ້າຍຖິ່ນຖານໃນອະນາຄົດ” ຈາກນັ້ນບັນດາຜູ້ແທນກໍ່ໄດ້ເຂົ້າຊົມບູ໊ດວາງສະແດງຈາກບັນດາກົມ ສະຖາບັນ ສູນ ແລະ ຫ້າງຮ້ານບໍລິສັດຈາກພາກສ່ວນຕ່າງໆ ຈາກນັ້ນທ່ານ ປະລິນຍາເອກ ເພັດ ພົມພິພັກ ພ້ອມດ້ວຍຜູ້ແທນກໍ່ໄດ້ໃຫ້ກຽດທ່ຽວຊົມບູ໊ດຈາກພາກສ່ວນ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ເຊິ່ງໃນບູ໊ດປະກອບດ້ວຍເຄື່ອງກົນຈັກການຜະລິດດ້ານກະສິກໍາ, ເຄື່ອງມືການຜະລິດເຫັດ ແລະ ຫົວເຊື້ອເຫັດ ແລະ ບັນດາສື່ດ້ານຂ່າວສານໂດຍສະເພາະ ແມ່ນຂໍ້ມູນຂ່າວສານທາງດ້ານການຜະລິດກະສິກໍາເພື່ອຊ່ວຍໃຫ້ແກ່ຊາວກະສິກອນໄດ້ຮັບຮູ້ ແລະ ເຂົ້າໃຈດ້ວຍຕົນເອງໃນການຜະລິດກະສິກໍາ.

ເພື່ອປະຕິບັດວິໃສທັດ, ຍຸດທະສາດ ແລະ ແຜນການ 05 ປີ ກ່ຽວກັບກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ໃນການມີເນື້ອໃນດ້ວຍການເຂົ້າຮ່ວມຜະລິດກະສິກໍາ ປູກຝັງ-ລ້ຽງສັດ ຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ,  ເຮັດກະສິກໍາສະອາດຕາມທິດສີຂຽວຍືນຍົງ, ຊຸກຍູ້ການຜະລິດເປັນສິນຄ້າ ສ້າງລາຍຮັບແກ່ຄອບຄົວ ກໍ່ຄືການເຮັດວຽກຮ່ວມກັນ ເພື່ອໃຫ້ປະເທດລາວເຮົາ ສາມາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2020. ພ້ອມນີ້, ຍັງເປັນການເປີດກວ້າງໃຫ້ທຸກຄົນສາມາດເຂົ້າເຖິງອາຫານທີ່ມີໂພສະນາການໄດ້ຕະຫຼອດປີນໍາອີກ.

ຮຽບຮຽງຂ່າວໂດຍ ທ່ານ ແສງສຸລີ ມາຍມະນີວົງ: 18 /10/2017

ພາບຖ່າຍໂດຍ: ທ່ານ ອາມຸດ ແສນທອນ

ກວດແກ້ຂ່າວໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ