Department of Agriculture Extension and Cooperatives

ພິທີມອບຮັບແນວພັນເຂົ້າລຸ້ນ 3 ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ກົມສົ່ງເສີມເຕັກນິກ ແລະ ການປຸງແຕ່ງກະສິກໍາ

ໃນຕອນບ່າຍ 2 ໂມງຂອງວັນທີ 15 ເດືອນທັນວາ 2017 ທີ່ີ ຫ້ອງປະຊຸມ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີພິທີມອບຮັບການຜະລິດແນວພັນເຂົ້າລຸ້ນ 3, ເປັນກຽດມອບແມ່ນທ່ານ ປອ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ເປັນກຽດຮັບແມ່ນ ທ່ານ ພູມີ ພູມມະນີວົງ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ການປຸງແຕ່ງກະສິກໍາ ໂດຍມີສັກຂີພິຍານຈາກຫົວໜ້າພະແນກແຜນ ຂອງກົມແຜນການ ແລະ ການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າພະແນກບໍລິຫານ, ຫົວໜ້າແຜນການ, ຫົວໜ້າພະແນກຜະລິດເມັດພັນ ຂອງ ກົມສົ່ງເສີມເຕັກນິກ ແລະ ການປຸງແຕ່ງກະສິກໍາ ແລະ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ກ່ອນເຊັນມອບຮັບ ທ່ານ ປອ. ນາງ ໃຈ ບຸນພະນຸໄຊ ໄດ້ສະເໜີກ່ຽວກັບໂຄງການຜະລິດແນວພັນເຂົ້າເພື່ອສະໜັບສະໜູນການຄໍ້າປະກັນສະບຽງອາຫານເພື່ອໃຫ້ເຂົ້າໃຈລາຍລະອຽດຂອງໂຄງການ, ຫຼັງຈາກນັ້ນທັງ 2 ຝ່າຍແມ່ນໄດ້ປຶກສາຫາລືແບ່ງໜ້າວຽກລະອຽດ, ໜ້າທີ່ຮັບຜິດຊອບ ແລະ ຂອດປະສານງານລະບົບການສັ່ງຈ່ອງ ເພື່ອພ້ອມກັນຜະລິດແນວພັນໃຫ້ໄດ້ຕາມຄາດໝາຍ ແລະ ຕອບສະໜອງໃຫ້ແກ່ສັງຄົມພຽງພໍ. ພິທີມອບຮັບໄດ້ຈົບລົງໃນເວລາບ່າຍ 4 ໂມງຂອງວັນດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ