Department of Agriculture Extension and Cooperatives

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໄດ້ຈັດກອງປະຊຸມສ້າງແຜນດຳເນີນງານ 3 ທ້າຍປີ 2017 ແລະ ວາງແຜນຈັດຕັ້ງປະຕິບັດປະຈຳປີ 2018 ຂອງສູນພັດທະນາກະສິກໍາ.

ໃນວັນທີ 24-27 ຕຸລາ ປີ 2017 ທີ່ຜ່ານມາ ກົມສົງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໄດ້ຈັດກອງປະຊຸມສ້າງແຜນດຳເນີນງານ 3 ທ້າຍປີ 2017 ແລະ ວາງແຜນຈັດຕັ້ງປະຕິບັດປະຈຳປີ 2018 ຂອງສູນພັດທະນາກະສິກຳ ໂດຍການເປັນປະທານຂອງ ທ່ານ ພູມີ ພູມະນີວົງ ຫົວໜ້າກົມສົງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

ໃນວັນທີ 24-27 ຕຸລາ ປີ 2017 ທີ່ຜ່ານມາ ກົມສົງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໄດ້ຈັດກອງປະຊຸມສ້າງແຜນດຳເນີນງານ 3 ທ້າຍປີ 2017 ແລະ ວາງແຜນຈັດຕັ້ງປະຕິບັດປະຈຳປີ 2018 ຂອງສູນພັດທະນາກະສິກຳ ໂດຍເປັນປະທານຂອງ ທ່ານ ພູມີ ພູມະນີວົງ ຫົວໜ້າກົມສົງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແລະ ທ່ານ ຮອງຫົວໜ້າກົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກການອ້ອມຂ້າງກົມສົ່ງເສີມ, ຫົວໜ້າ, ຮອງຫົວໜ້າສູນພັດທະນາກະສິກຳຈາກ 6 ແຂວງທີຂື້ນກັບກົມສົ່ງເສີມ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 40 ທ່ານ.

  • ຈຸດປະສົງຂອງກອງປະຊຸມ:

ເພື່ອສ້າງຄວາມເຂົ້າໄຈລະຫວ່າງ ສູນກາງ ແລະ ທ້ອງຖີ່ນ ໂດນສະເພາະພະແນກການອ້ອມຂ້າງກົມ ແລະ ສູນພັດທະນາກະສິກຳທີ່ຂື້ນກັບກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາໃນ 6 ແຂວງ, ເພື່ອເຜີຍແຜ່ເຊື່ອມຊືມພາລະບົດບາດໃໝ່ຂອງກົມ ແລະ ຜ່ານຮ່າງພາລະບົດບາດຂອງສູນພັດທະນາກະສິກຳຕາມສາຍຕັ້ງ, ພ້ອມທັງກຳນົດແຜນຈັດຕັ້ງປະຕິບັດ 3 ເດືອນ ທ້າຍປີ 2017 ແລະ ສ້າງແຜນຈັດຕັ້ງປະຕິບັດປີ 2018 ຂອງບັນສູນພັດທະນາກະສິກຳ.

  • ເນື້ອໃນຂອງກອງປະຊຸມ:
  1. ນຳສະເໜີພາລະບົດບາດຂອງ ກົມສົງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ.
  2. ຜ່ານຮ່າງພາລະບົດບາດຂອງສູນພັດທະນາກະສິກຳ
  3. ແບ່ງກຸ່ມ 6 ສູນ ເພື່ອປະກອບຄຳເຫັນໃສ່ພາລະບົດບາດ
  4. ແນະນຳການສ້າງແຜນ 3 ເດືອນທ້າຍປີ 2017 ແລະ ແຜນຈັດຕັ້ງປະຕິບັດປີ 2018
  5. ແນະນຳການຂຽນບົດສະເໜີໂຄງການລົງທືນຂອງລັດ PCAP
  6. ແບ່ງກຸ່ມ 6 ສູນ ເພື່ອປືກສາຫາລື ແລະ ສ້າງແຜນຈັດຕັ້ງປະຕິບັດ 3 ເດືອນ ທ້າຍປີ 2017 ແລະ ແຜນຈັດຕັ້ງປະຕິບັດປີ 2018
  7. ແຕ່ລະສູນຂື້ນນຳສະເໜີແຜນຈັດຕັ້ງປະຕິບັດ 3 ເດືອນ ທ້າຍປີ 2017 ແລະ ແຜນຈັດຕັ້ງປະຕິບັດປີ 2018
  8. ສະເໜີຮ່າງແມ່ບົດຂອງ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳປະກອບຄຳເຫັນໃສ່ຮ່າງແມ່ບົດຂອງກົມສົງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ.

ຮຽບຮຽງຂ່າວໂດຍ ທ່ານ ແສງສຸລີ ມາຍມະນີວົງ: 01 /11/2017

ພາບຖ່າຍໂດຍ: ທ່ານ ອາລຸນຍະເດດ

ກວດແກ້ຂ່າວໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ