Department of Agriculture Extension and Cooperatives

ພິທີ ມອບ-ຮັບ ຂໍ້ຕົກລົງ ແລະ ເປີດບໍລິການກຸ່ມອອມຊັບ

ໃນວັນທີ່ 4-6 ມີນາ 2022  ຄະນະທີມງານຮັບຜິດຊອບວຽກງານ ແຊມາອຶລກຶມໂກ ຂອງກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ລົງເຄື່ອນໄຫວວຽກ ທີ່ ເມືອງ ໂພນໂຮງ ແຂວງ ວຽງຈັນ ເຊິ່ງວຽກງານດັ່ງກ່າວ ເປັນພິທີມອບ-ຮັບ ຂໍ້ຕົກລົງ ແລະ ເປີດບໍລິການກຸ່ມອອມຊັບ ແຊມາອຶລກຶມໂກ ບ້ານ ດົງຂາວ, ບ້ານ ຫລັກ 52 ແລະ ບ້ານ ນໍ້າລິນ  ເມືອງ ໂພນໂຮງ ແຂວງ ວຽງຈັນ. ເຊິ່ງການລົງເຄື່ອນໄຫວໃນຄັ້ງນີ້ ນໍາພາໂດຍ ທ່ານ  ວຽງສະໄຫວ ແສງສຸລິວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ-ປ່າໄມ້

ໄດ້ມີການຈັດພິທີ ມອບ-ຮັບ ຂໍ້ຕົກລົງ ແລະ ເປີດບໍລິການກຸ່ມອອມຊັບ ແຊມາອຶລກຶມໂກ ທີ່ຫ້ອງການບ້ານ ຂອງ ສາມ ບ້ານເປົ້າໝາຍດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນມີ ອິນທະວົງ ຮອງເຈົ້າເມືອງໆໂພນໂຮງ ແລະ ໃຫ້ກຽດເປັນປະທານຮ່ວມກອງປະຊຸມ ໂດຍ ທ່ານ ວຽງສະໄຫວ ແສງສຸລິວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ-ປ່າໄມ້, ມີຄະນະປະສານງານໂຄງການຈາກສູນກາງ,ຄະນະຮັບຜິດຊອບກອງທຶນຂອງເມືອງ, ຄະນະບໍລິຫານກຸ່ມອອມຊັບ ແລະ ສະມາຊີກກຸ່ມອອມຊັບແຊມາອຶລກຶມໂກບັນດາ 3 ບ້ານເປົ້າໝາຍເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 50 ຄົນ.  ໃນການກ່າວເປີດພພິທີ, ປະທານໄດ້ໃຫ້ຄວາມສໍາຄັນ ແລະ ເນັ້ນໜັກເຖິງການໃນການມອບ-ຮັບ ຂໍ້ຕົກລົງ ແລະ ເປີດບໍລິການ ກຸ່ມອອມຊັບແຊມາອຶລກຶມໂກ ສາມບ້ານຂອງເມືອງໂພນໂຮງ  ກໍ່ເພື່ອຈັດຕັ້ງຜັນຂະຫຍາຍວຽກງານກຸ່ມອອມຊັບແຊມາອຶລກຶມໂກຂອງເມືອງກໍ່ຄືບັນດາບ້ານໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ກຳນົດໄວ້ ໂດຍແນໃສ່ສ້າງຄວາມເຂັ້ມແຂງໃຫ້ບັນດາກຸ່ມອອມຊັບແຊມາອຶລກຶມໂກຂັ້ນບ້ານ ແລະ ອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານແຫຼງທຶນແບບມີສ່ວນຮ່ວມ ເພື່ອນຳໃຊ້ເຂົ້າໃນການຜະລິດທາງດ້ານກະສິກຳໃຫ້ກາຍເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ. ໃນການມອບ-ຮັບ ແລະ ເປີດກຸ່ມບໍລິການອອມຊັບແຊມາອຶລກຶມໂກ 3 ບ້ານ ເປົ້າໝາຍຄັ້ງນີ້ ບັນດາ ຄະນະບໍລິຫານກຸ່ມອອມຊັບຕະຫຼອດຮອດສະມາຊີກກໍ່ໄດ້ຮັບຟັງຄວາມເປັນມາ ແລະ ສະພາບການເຄື່ອນໄຫວຂອງສະຫະພັນແຊມາອຶລກຶມໂກ ສ. ເກົາຫຼີ. ໃນຄະນະດຽວກັນ, ທາງຄະນະທີມງານ ແຊມາອຶລກຶມໂກ ຂອງກົມສົ່ງເສິມກະສິກໍາ ແລະ ສະຫະກອນ ກໍ່ໄດ້ຂຶ້ນເຜິຍແຜ່ ກ່ຽວກັບຂະບວນການການສ້າງຕັ້ງ ກຸ່ມອອມຊັບ ແຊມາອຶລກຶມໂກ ແລະ ທິດທາງການຈັດຕັ້ງໃນຕໍ່ໜ້າ ພ້ອມດ້ວຍຜ່ານແຜນດຳເນີນງານຂອງກຸ່ມອອມຊັບບ້ານ ທີ່ເປັນທ່າແຮງທີ່ສຳຄັນປະກອບສ່ວນເຂົ້າໃນພັດທະນາບ້ານ ກໍ່ຄືການປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ. ໂອກາດດັ່ງກ່າວນີ້, ທ່ານ ວຽງສະໄຫວ ແສງສຸລິວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ໄດ້ມີຄຳເຫັນຕໍ່ພິທີເປີດບໍລິການກຸ່ມອອມຊັບປະຈຳບ້ານ  ກໍ່ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ຂອງກຸ່ມອອມຊັບທີ່ເປັນທ່າແຮງໜຶ່ງເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງແຫຼ່ງທຶນ ແລະ ເນັ້ນໜັກໃຫ້ບັນດາ ຄະນະບໍລິຫານກຸ່ມອອມຊັບບ້ານເປົ້າໝາຍໃນການເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້ ເຮັດໃຫ້ ກຸ່ມອອມຊັບແຊມາອຶລກຶມໂກ ປະຈຳ 3 ບ້ານ ມີການຂະຫຍາຍຕົວຂື້ນເລື້ອຍໆ.  ໃນຕອນທ້າຍພິທີ ຄະນະຮັບຜິດຊອບ ກໍ່ໄດ້ມອບຂໍ້ຕົກລົງ ການສ້າງຕັ້ງກຸ່ມອອມຊັບ ຂອງທ່ານເຈົ້າເມືອງໂພນໂຮງໃຫ້ແກ່ບັນດາບ້ານ ແລະ ເປີດບໍລິການກຸ່ມອອມຊັບ ຂອງສາມບ້ານ ໃຫ້ກຽດມອບໂດຍ ທ່ານ ຮອງເຈົ້າເມືອງໆໂພນໂຮງ  ແລະ ຮັບໂດຍ ປະທານ ກຸ່ມອອມຊັບແຊມາອຶລກຶມໂກ  ຂອງສາມບ້ານຂື້ນຮັບ ເພື່ອນຳພາຈັດຕັ້ງວຽກງານໃຫ້ໄດ້ຮັບຜົນດີ.

ຂຽນໂດຍ: ນ. ຄໍາຫຼ້າ ໄຊຍະແພງ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ