Department of Agriculture Extension and Cooperatives

ຝຶກອົບຮົມ ກ່ຽວກັບການບໍລິຫານ, ການຄູ້ມຄອງເງີນອອມ ແລະ ເງີນກູ້ ໃຫ້ກູ່ມອອມຊັບແຊມາອຶລ ກຶມໂກະບ້ານ

       ເພື່ອ ຍົກລະດັບທາງດ້ານຄວາມຮູ້ ແລະ ຄວາມສາມາດ ໃຫ້ນັກສຳມະນາກອນ ກ່ຽວກັບການບໍລິຫານ, ການຄູ້ມຄອງເງີນອອມ ແລະ ເງີນກູ້ ໃຫ້ກັບກູ່ມອອມຊັບແຊມາອຶນ ກຶມໂກະບ້ານ ໂດຍສະເພາະ ແມ່ນບ້ານດົງຂາວ; ບ້ານຫລັກ52 ແລະ ບ້ານນໍ້າລິນ ລວມທັງພະນັກງານຂັ້ນເມືອງຜູ້ຮັບຜິຊອບວຽກດັ່ງກ່າວ.

     ເພື່ອໃຫ້ນັກສຳມະນາກອນ ຮັບຮູ້ຄວາມເປັນມາ, ການເຕີບໃຫ່ຍຂະຫຍາຍໂຕ ຂອງສະຫະກອນເເຊມາອຶນກຶມໂກະ ສ ເກົາຫລີ ລວມທັງບົດບາດ ແລະ ໜ້າທີ່ຂອງຄະນະບໍລິຫານ ກູ່ມອອມຊັບແຊມາອຶນກຶມໂກະ.

ການຝຶກອົບຮົມການບໍລິຫານ, ການຄູ້ມຄອງເງີນອອມ ແລະ ເງີນກູ້ ໃຫ້ກູ່ມອອມຊັບແຊມາອຶນ ກຶມໂກະບ້ານ ໃນຄັ້ງນີ້ ແມ່ນດຳເນີນມາຕັ້ງແຕ່ ວັນທີ 16/05/2022 ຫາ 20/05/2022 ເປັນເວລາ 05ວັນເຕັມ ໃຫ້ກຽດເປັນປະທານ ໃນການເປີດ ແລະ ປິດການຝຶກອົບຮົມຄັ້ງນີ້ ໂດຍ ທ່ານ ໂສພາ ສິດທິໂສມ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ທັງເປັນຜູ້ຊີນຳວຽກ ແຊມາອຶນກຶມໂກະຂັ້ນກົມ. ການຝຶກອົບຮົມຄັ້ງນີ້ມີນັກສຳມະນາກອນເຂົ້າຮ່ວມທັງໝົດ ຈຳນວນ 20 ທ່ານ, ຍີງ 16 ທ່ານ ໃນນັນມີພະນັກງານຈາກຫ້ອງວ່າການປົກຄອງເມືອງ ເມືອງໂພນໂຮງ 01 ທ່ານ; ຫ້ອງການສະຫະພັນແມ່ຍີງເມືອງ ເມືອງໂພນໂຮງ 04 ທ່ານ ແລະ ຄະນະບໍລິຫານງານກຸ່ມອອມຊັບແຊມາອຶນກຶມໂກະບ້ານດົງຂາວ 05 ທ່ານ; ບ້ານນໍ້າລິນ 05 ທ່ານ ແລະ ບ້ານຫລັກ 52 ຈຳນວນ 05 ທ່ານ.

ໃນການຈັດຝຶກອົບຮົມຄັ້ງນີ້ແມ່ນແບ່ງເປັນ 03 ຫລັກສູດ; ປະກອບມີ 05 ວິຊາຮຽນຫລັກ ແລະ ໃຊ້ເວລາຝຶກທັງໝົດ ລວມມີພາກທິດສະດີ ແລະ ການປະຕິບັດຕົວຈີງ ແມ່ນ 30 ຊົ່ວໂມງ, ມີຄູຝຶກຈຳນວນ 07 ທ່ານ  ມາຈາກສູນຝຶກອົບຮົມເຕັກນິກກະສິກຳ ແລະ ພັດທະນາຊົນນະບົດລາວ-ເກົາຫລີ 02 ທ່ານ ແລະ ຈຳນວນ 05 ທ່ານ ມາຈາກກົມສົ່ງເສີມກະສິກຳ ແລະ ສະຫະກອນ.

ຜ່ານການດຳເນີນຈັດຕັ້ງຝຶກອົບຮົມຕົວຈີງມາເປັນເວລາ 05 ວັນເຕັມ ແມ່ນເຫັນວ່ານັກສຳມະນາກອນໄດ້ມີຄວາມເອົາໃຈໃສ່ສູງໃນການຄົ້ນຄ້ວາຮໍ່າຮຽນ ແລະ ການໃຫ້ຄວາມຮວມມືດ້ານຕ່າງໆ ໃນໄລຍະການເຂົ້າຮ່ວມຝຶກອົບຮົມ ພ້ອມທັງຄວາມເອົາໃຈໃສ່ສິດສອນຂອງຄູອາຈານແຕ່ລະທ່ານ, ມັນໄດ້ສະແດງອອກໃຫ້ເຫັນ ນັກສຳມະນາກອນສຳມາດສຳເລັດການຝຶກອົບຮົມໄດ້ທັງໝົດ 100%

 ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜຸນທາງດ້ານງົບປະມານ ຈາກສະຫະພັນ ສະຫະກອນສິນ​ເຊື່ອ​ຊຸມ​ຊົນ ສ ເກົາຫລີ (KFCC)

ຂຽນໂດຍ: ສິນທະນູ ອິນທະລີ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ