Department of Agriculture Extension and Cooperatives

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຈັດກອງປະຊຸມກ່ຽວກັບການພັດທະນາກຸ່ມໃຫ້ເຂັ້ມແຂງ ເພື່ອກ້າວເປັນສະຫະກອນໃນອານາຄົດ

ວັນທີ 21 ພະຈິກ 2019 ເຊີ່ງໄດ້ລົງຢ້ຽມຢາມ ແລະ ຮັບຟັງການປະຕິບັດໜ້າວຽກງານຂອງໂຮງງານ ແລະ ຫ້ອງທົດລອງສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ແລະ ກຸ່ມປຸງແຕ່ງຊາອິນຊີ ບ້ານຫຼັກ 36 ເມືອງ ປາກຊ່ອງ.

ໃນວັນທີ 22 ເດືອນ ພາຈິກ 2019 ທີ່ໂຮງແຮມພູເທວະດາ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ຮ່ວມກັບ ກົມສົ່ງເສີມສະຫະກອນ ແຫ່ງລາດຊະອານາຈັກໄທ  ໄດ້ຈັດກອງປະຊຸມກ່ຽວກັບການພັດທະນາກຸ່ມໃຫ້ເຂັ້ມແຂງ ເພື່ອກ້າວເປັນສະຫະກອນໃນອານາຄົດຂື້ນພາຍໃຕ້ການເປັນປະທານ ຂອງ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ  ທ່ານ ວິຈິດ ແກ້ວບົວພາ ເຈົ້າເມືອງໆ ປາກຊ່ອງ, ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຈຳປາສັກ, ທ່ານ ວິໂລດ ຜູ້ໄພບູນ ຜູ້ອໍານວຍການສໍານັກງານພັດທະນາຖ່າຍທອດເຕັກໂນໂລຊີ ກົມສົ່ງເສີມສະຫະກອນ ( ລາດຊະອານາຈັກໄທ ) ທ່ານ ໄຊຍະນົນ ຮຸ່ງເຮືອງສຸກ ຫົວໜ້າມູນລະນີທິ ເຮັນຊາຍເດີ,  ຊື່ງພາກສ່ວນເຂົ້າຮ່ວມປະກອບມີ: ຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ກົມນະໂຍບາຍ ແລະ ນິຕິກຳ, ກົມແຜນການ ແລະ ການເງີນ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຈຳປາສັກ, ແຂວງໄຊຍະບູລີ, ແຂວງ ວຽງຈັນ ແລະ ນະຄອນຫຼວງວຽງຈັນ,ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ສໍານັກງານສົ່ງເສີມສະຫະກອນ ແຂວງ ອຸບົນລາດຊະທານີ ແລະ ແຂວງ ໜອງຄາຍ, ຕ່າງໜ້າຈາກກຸ່ມການຜະລິດ 3 ພາກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 81 ທ່ານ ຍິງ 13 ທ່ານ   (  ແຂກຝ່າຍລາດຊະອານາຈັກໄທ 10 ທ່ານ ຍິງ 3 ທ່ານ ).

       ກອງປະຊຸມໄດ້ດໍາເນີນໄປຕາມວາລະທີ່ກໍານົດໄວ້ ໂດຍໄດ້ມີຈຸດປະສົງເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວາງ ແຜນການພັດທະນາກຸ່ມຕົວແບບໃນ 3 ພາກຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ ແລະ ເພື່ອ

ທົນທວນການຮ່ວມມື ( ລາວ-ໄທ ) ໃຫ້ແທດເໝາະກັບການຈັດຕັ້ງປະຕິບັດໃນກຸ່ມເປົ້າໝາຍ.

        ກອງປະຊຸມໄດ້ເປັນເອກະພາບກັນເພື່ອສືບຕໍ່ການພັດທະນາກຸ່ມໃຫ້ເຂັ້ມແຂງການລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານໃນໄລຍະທີ່ຜ່ານມາ ພ້ອມທັງສະເໜີແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ມີການຄົ້ນຄວ້າປຶກສາຫາລືບັນຫາຕ່າງໆທີ່ກ່ຽວຂ້ອງກັບວຽກງານສະຫະກອນຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອກ້າວໄປສູ່ສະຫະກອນໃນອານາຄົດ ດັ່ງນີ້:

  1. ທຸກພາກສ່ວນທີ່ກ່ຽວຂ້ອງປຶກສາຫາລືຮ່ວມກັນກໍານົດນະໂຍບາຍ ແລະ ສ້າງເປັນແຜນໂຄງການສົ່ງເສີມສ້າງຕັ້ງກຸ່ມ ແລະ ສະຫະກອນກະສິກຳ ໃຫ້ຈະແຈ້ງ ເພື່ອສະເໜີລັດຖະບານພິຈາລະນາ ແລະ ຮັບຮອງໃນຂັ້ນຕໍ່ໄປ.
  2. ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນສະເພາະດ້ານ ກ່ຽວກັບການພັດທະນາກຸ່ມການຜະລິດ.
  3. ສຶບຕໍ່ສຶກສາອົບຮົມແນວຄິດໃຫ້ຊາວກະສິກອນເຂົ້າໃຈຈຸດປະສົງ ແລະ ເປົ້າໝາຍ.
  4. ກໍານົດແບ່ງຄວາມຮັບຜິດຊອບແຕ່ລະພາກສ່ວນ ແຕ່ສູນກາງລົງຮອດທ້ອງຖີ່ນ.ສຶບຕໍ່ການຮ່ວມມືທາງດ້ານວິຊາການ ລະຫວ່າງກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ກັບ ກະຊວງກະເສດ ແລະ ສະຫະກອນ ລາດຊະອາຈັກໄທ, ໃຫ້ມີທິດທາງການຮ່ວມມືກັນໃນປີ 2020 ຕີລາຄາດ້ານດີ, ດ້ານອ່ອນ ແລະ ສີ່ງທ້າທາຍ ຂອງທັງສອງກະຊວງໃຫ້ມືການຊຸກຍູ້ການຮ່ວມມື ເພື່ອຍົກລະດັບຂື້້ນເປັນສະຫະກອນໃນອານາຄົດ.

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

 

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ