Department of Agriculture Extension and Cooperatives

ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ຜູ້ເກົ່າ-ຜູ້ໃໜ່

ໃນວັນທີ 22 ສິງຫາ 2019 ທີ່ຫ້ອງປະຊຸມສູນຝຶກອົບຮົມເຕັກນິກກະສິກໍຳ ແລະ ພັດທະນາຊົນນະບົດລາວ – ເກົາຫລີ, ໄດ້ມີພິທີມອບ – ຮັບໜ້າທີ່ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ຂື້ນ ລະຫວ່າງ ທ່ານ ພູມີ ພູມະນີວົງ ຫົວໜ້າກົມ ( ຜູ້ເກົ່າ ) ແລະ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມ ( ຜູ້ໃໝ່ ) ໂດຍການເປັນສັກຂີພິຍານຂອງ ທ່ານ ປອ ລຽນ ທິແກ້ວ  ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີ ທ່ານ ຄຳ

ບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາງ ພວງເພັດ ປູວັງ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ມີບັນດາຫົວໜ້າກົມ, ສະຖາບັນອ້ອມຂ້າງກະຊວງ, ນອກນັ້ນຍັງມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າສູນພັດທະນາກະສິກຳ ພ້ອມພະນັກງານວິຊາການຈາກສູນ ແລະ ພະແນກອ້ອມຂ້າງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ເຂົ້າຮ່ວມ ທັງໝົດ 111 ທ່ານ, ຍິງ 35 ທ່ານ.

ທ່ານ ນາງ ພວງເພັດ ປູວັງ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານດຳລັດຂອງນາຍົກ

ລັດຖະມົນຕີ ສະບັບເລກທີ 155 / ນຍ, ລົງວັນທີ 10 ມິຖຸນາ 2019, ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ – ຮັບອຸດໜູນບຳນານ ແລະ ດໍຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 157 / ນຍ, ລົງວັນທີ 10 ມິຖຸນາ 2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ກະຊວງກະສິກຳ ແລະ ປ່າໄມ້.                                                   

ທ່ານ ພູມີ ພູມະນີວົງ ຫົວໜ້າກົມ ( ຜູ້ເກົ່າ ) ໄດ້ຂື້ນຜ່ານບົດລາຍງານການຊີ້ນຳ –  ນໍາພາຈັດຕັ້ງປະຕິບັດໜ້າວຽກສົ່ງເສີມທີ່ເປັນເສນາທິການໃຫ້ກະຊວງກະສິກຳ ແລະ ປ່າໄມ້, ໂດຍໄດ້ນຳພາການເຄື່ຶອນໄຫວວຽກງານພາຍໃນຕາມພາລະບົດບາດໜ້າທີ່ຄວາມຮັບຜິດຊອບເພື່ອຊຸກຍູ້ການຜະລິດ, ຕິດພັນກັບບັນດາສູນສະຖານີ ແລະ ໜ້າວຽກອື່ນໆ ທີ່ຕິດພັນກັບໂຄງການຊ່ວຍເຫຼືອຂອງສາກົນຈຳນວນໜື່ງ, ໄດ້ຊຸກຍູ້ສົ່ງເສີມຍົກລະດັບບຸຄະລາກອນໃຫ້ໄດ້ຄວາມຮູ້ຄວາມສາມາດໃນລະດັບ ປະລິນຍາໂທ ແລະ ປະລິນຍາເອກ ເພື່ອເອົາບຸຄະລາກອນເຫຼົ່ານີ້ມາຊັບຊ້ອນໃສ່ໜ້າທີ່ ຈາກນັ້ນກໍ່ໄດ້ ກ່າວອຳລາໜ້າທີ່ຕຳແໜງ ແລະ ໄດ້ມອບໃຫ້ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມ ( ຜູ້ໃໝ່ )    

ຈາກນັ້ນກໍ່ໄດ້ຮັບຟັງການໂອ້ລົມຈາກທ່ານ ປອ ລຽນ ທິແກ້ວ  ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຊີ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຜ່ານມາ ແລະ ໃຫ້ທິດທາງແຜນການປະກອບສ່ວນວຽກງານ ແລະ ຄຸນງາມຄວາມດີຄວາມດີຜ່ານມາຂອງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ທີ່ໄດ້ສ້າງມີຫລາຍຢ່າງທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດຕັ້ງໜ້າຕາມການລາຍງານຕົວຈີ່ງວຽກງານສົ່ງເສີມທີ່ຈະຕ້ອງບັນລຸເປົ້າໝາຍເພື່ອເປັນກຳລັງແຮງໃນການຫັນລົງສູ່ຮາກຖານ ເຊີ່ງເລີ່ມຈາກຂະບວນການຜະລິດຈົນຮອດການບໍລິໂພກ ເຊີ່ງກໍ່ເປັນວຽກທີ່ທ້າທາຍເຊີ່ງໄດ້ຕັ້ງໜ້າປະຕິບັດ ແລະ ນຳພາຊາວກະສິກອນເຮັດສຳເລັດ.

ຫຼັງຈາກນັ້ນ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມ ( ຜູ້ໃໝ່ ) ກໍ່ໄດ້ຂື້ນຮັບຄຳໂອວາດ  ແລະ ກ່ອນອື່ນໝົດ ຂໍຂອບໃຈ ທ່ານ ປອ ລຽນ ທິແກ້ວ  ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ການນຳກະຊວງ, ກົມ, ສະຖາບັນທຸກໆທ່ານ ທີ່ໄດ້ສະຫຼະເວລາມາຮ່ວມໃນພິທີ,  ຈະຂໍຮັບເອົາການສຶບຕໍ່ຊີ້ນຳ – ນຳພາພະນັກງານ, ອົງການຈັດຕັ້ງມະຫາຊົນຂອງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ສຶບຕໍ່ປັບປຸງຍຸດທະສາດຂອງກົມໃຫ້ສອດຄອງກັບການພັດທະນາເສດຖະກິດ – ສັງຄົມ ຈະຕັ້ງໜ້າປະຕິບັດສຸມທຸກສະຕິປັນຍາກໍຳລັງແຮງເພື່ອສະໜອງເຕັກນິກໃໝ່ໆ ໃຫ້ຊາວກະຊິກອນປະສົບຜົນສໍຳເລັດ ໄປພ້ອມໆກັນ.

                                                                                                                           ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ