Department of Agriculture Extension and Cooperatives

ພິທີລົງນາມບົດບັນທຶກການຮ່ວມມື ລະຫວ່າງ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້, ກັບສະຫະພັນສະຫະກອນ ແຫ່ງຣາຊະອານາຈັກໄທ

ເພື່ອສຶກສາຮຽນຮູ້ ແລະ ແລກປຽນບົດຮຽນ ຂອງວຽກງານສະຫະພັນສະຫະກອນ, ເພື່ອເປັນການຍົກ ລະດັບທາງດ້ານຄວາມຮູ້ ແລະ ຄວາມສາມາດ ອັນຮອບດ້ານໃຫ້ແກ່ນັກພະນັກງານ ແລະ ບັນດາສະຫະກອນກະສິ ກໍາ ໃນການຄູ້ມຄອງວຽກງານສະຫະກອນກະສິກໍາ ໃນສປປ ລາວ ໃຫ້ມີການເຕີບໂຕ ແລະ ເຂັ້ມແຂງ. ທັງເປັນການ ຂະຫຍາຍວຽກງານການຮ່ວມມືປະສານງານ ໃນການສ້າງຕັ້ງສະຫະພັນສະຫະກອນກະສິກໍາ ຂອງ ສປປລາວ ກັບ ສັນນິບາດສະຫະກອນ ແຫ່ງຣາຊາອານາຈັກໄທ. ໃນລະຫວ່າງ ວັນທີ 18-21 ມີຖຸນາ 2023. ທ່ານ ວຽງສະໄຫວ ສີສຸລິວົງ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວວຽກງານຢູ່ທີ່ ຣາຊາອານະຈັກໄທ.

ຈຸດປະສົ່ງ ແມ່ນເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງການສ້າງຕັ້ງສັນນິບາດສະຫະກອນ ຄົບຮອບ 55 ປີ ຂອງຣາຊາ ອານະຈັກໄທ ແລະ ການລົງນາມບົດບັນທຶກການຮ່ວມມື ລະຫວ່າງ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້ ກັບ ສະຫະພັນສະຫະກອນ ແຫ່ງຣາຊາອານາຈັກໄທ ລວມທັງການເຄື່ອນໄຫວທັດສະນະສຶກສາແລກປຽນບົດ ຮຽນ ຂອງວຽກງານສະຫະພັນສະຫະກອນ. ສໍາລັບເນື້ອໃນພິທີລົງນາມຄັ້ງນີ້: 1). ແລກປຽນບົດຮຽນ ແລະ ປະສົບ ການຂອງວຽກງານສະຫະພັນສະຫະກອນ; 2).ຈັດຝຶກອົບຮົມກ່ຽວກັບ ຄວາມຮູ້ທາງດ້ານເຕັກນິກວິຊາການ ໃຫ້ແກ່ສະ ຫະຫອນ; 3). ຜູ້ບໍລິຫານສະຫະກອນ ແລະ ສະມາຊິກສະຫະກອນ; 4). ສ້າງທີມງານດ້ານການຝຶກອົບຮົມໃນພາກ ລັດ ເພື່ອສົ່ງເສີມການຮ່ວມມືໃນ ສປປ ລາວ. ກຳນົດເວລາ 3 ປີ ແລະ ສາມາດຂະຫຍາຍຕໍ່ໄດ້ຕາມການເຫັນດີຂອງສອງຝ່າຍ. ນອກນັ້ນ, ທັງສອງຝາຍ ໄດ້ສະເໜີໃຫ້ສືບຕໍ່ ການຈັດຕັ້ງປະຕິບັດວຽກງານສະຫະກອນກະສິກໍາ ໄປຕາມຂອບເຂດ ແລະ ແຜນກິດຈະກໍາຮ່ວມກັນ ຕາມບົດບັນທຶກ (RD) ທີ່ໄດ້ລົງນາມ ເຊິ່ງມີຜົນສັກສິດເປັນທາງການແລ້ວ; ສືບຕໍ່ປະສານງານປືກ ສາຫາລືເຊິ່ງກັນ ແລະ ກັນ ເພື່ອເປັນການແລກປຽນບົດຮຽນຂອງທັງສອງຝ່າຍ. ໃນໂອກາດນີ້ ກົມສົ່ງເສີມກະສິກຳ ແລະ ສະ ຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ນຳເອົາຜະລິດຕະພັນ ຂອງສະຫະກອນກະສິກໍາໄປ ວາງສະແດງໃນງານດ້ວຍ.

 

ຂຽນໂດຍ: ນ. ຄໍາຫຼ້າ ໄຊຍະແພງ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ