Department of Agriculture Extension and Cooperatives

ກອງປະຊຸມ ຄະນະຊີ້ນຳໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສີ່ງແວດລ້ອມ ( ຄສກສ )

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສີ່ງແວດລ້ອມ ຫຼື ( ຄສກສ ) ເປັນໂຄງການໜື່ງທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ ( ADB ) ເພື່ອມາຊ່ວຍສະໜັບໜູນການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາກະສິກໍາ ແລະ ປ່າໄມ້ ຂອງລັດຖະບານແຫ່ງ ສປປ ລາວແຕ່ນີ້ ຫາ 2025 ວິໃສທັດ 2030 ແລະ ເປັນໂຄງການນື່ງທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນ ສປປ ລາວ, ພ້ອມນີ້ຍັງກາຍເປັນແຜນຫຼັກຂອງຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການພັດທະນາລະບົບຕ່ອງໂສ້ການຜະລິດສ້າງມູນຄ່າເພີ່ມ ແລະ ປັບປຸງເຕັກນິກການຜະລິດ, ແນວພັນພືດທີ່ສາມາດທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເປັນມິດຕໍ່ສີ່ງແວດລ້ອມ.

         ໃນວັນທີ 9 ມິຖຸນາ 2022 ຢູ່ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດ ລາວ- ເກົາຫລີ ໄດ້ມີກອງປະຊຸມຄະນະຊີ້ນຳໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສີ່ງແວດລ້ອມ ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ມີຜູ້ປະສານງານໂຄງການ ຄສກສ ຂັ້ນສູນກາງ ແລະ ຂັ້ນແຂວງ, ຂັ້ນເມືອງ ແລະ ແຂກທີ່ຖືກເຊີນເຂົາຮ່ວມທັງໝົດ 72 ທ່ານ ຍີງ 20 ທ່ານ. ທ່ານ ຄໍາປ້ອງ ວົງພະຈັນ  ຜູ້ປະສານງານໂຄງການ ຄສກສ ຂັ້ນສູນກາງໄດ້ລາຍງານຫຍໍ້ ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ຄສກສ ປະຈໍາປີ 2021 ແລະ ແຜນ 2022, ຈາກນັ້ນໄດ້ມີການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນຂັ້ນແຂວງຄື: ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ສາລາວັນ, ແຂວງ ເຊກອງ ແຂວງ ຈໍາປາສັກ ແລະ ນະຄອນຫຼວງວຽງຈັນ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິກະສິກໍາ, ກົມຊົນລະປະທານ, ກົມແຜນການ ແລະ ການເງີນ, ຕາງໜ້າວຽການນະໂຍບາຍ ແລະ ຜູ້ເຂົ້າຮ່ວມປະຊຸມລາຍງານຄວາມຄືບໜ້າຜົນການຈັດ

ຕັ້ງປະຕິບັດຂອງບັນດາອົງປະກອບ, ກິດຈະກໍາຂອງໂຄງການໃນໄລຍະຜ່ານມາພ້ອມກັນປຶກສາຫາລື ແລະ ສົນທະນາແລກປ່ຽນ ປະກອບຄໍາຄິດເຫັນໃສ່ແຜນວຽກ ແລະ ແຜນງົບປະມານປະຈໍາສົກ 2022, ເພື່ອແນ່ໃສ່ໃຫ້ມີຄວາມກະຈ່າງແຈ້ງ, ເຂົ້າໃຈກັນເປັນລວງດຽວມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດບັນດາໜ້າວຽກ ແລະ ກິດຈະກໍາຂອງໂຄງການໃນຕໍ່ໜ້າ ໂດຍລົງເລິກລາຍລະອຽດເພື່ອບັນລຸຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.

ຂຽນໂດຍ: ອາມຸດ ແສນທອນ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ