Department of Agriculture Extension and Cooperatives

ການລາຍງານສະພາບການຈັດຕັ້ງປະຕິບັດວຽກງານທົດລອງສ້າງຕັ້ງກຸ່ມອອມຊັບ ຂອງສະຫະພັນສະຫະກອນສິນເຊື່ອຊຸມຊົນ ຫຼື (ແຊມາອືລ ກຶມໂກ) ສ. ເກົາຫຼີ

ໃນຕອນບ່າຍວັນທີ 08 ມິຖຸນາ 2022 ກົມສົ່ງເສິມກະສິກໍາ ແລະ ສະຫະກອນ ນໍາພາທິມງານ ສະຫະພັນ ສະຫະກອນ ສິນເຊື່ອຊຸມຊົນ(ແຊມາອືລ ກຶມໂກ) ສ. ເກົາຫຼີ ເຂົ້າພົບປະ ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ເຊິ່ງທ່ານປະທານ ປອ. ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ກ່າວຕອນຮັບ ທ່ານ ຫວູຈ໋ອງ ຊິມ ຫົວໜ້າພະແນກຮ່ວມມືສາກົນ, ສະຫະພັນ ສະຫະກອນ ສິນເຊື່ອຊຸມຊົນ (ແຊມາອືລ ກຶມໂກ), ພ້ອມດ້ວຍທິມງານຢ່າງອົບອຸ່ນ.

ຈຸດປະສົງການພົບປະ ແມ່ນເພື່ອລາຍງານສະພາບລວມໃນການທົດລອງສ້າງກຸ່ມອອມຊັບ ກົມສົ່ງເສິມກະສິກໍາ ແລະ ສະຫະກອນ ພ້ອມດ້ວຍລົງເລີກການຮ່ວມມືລະຫວ່າງ  ສະຫະພັນ ສະຫະກອນ ສິນເຊື່ອຊຸມຊົນ(ແຊມາອືລ ກຶມໂກ) ສ. ເກົາຫຼີ ແລະ ກົມສົ່ງເສິມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້.  ເນື້ອໃນການສົນທະນາແມ່ນເພື່ອລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນສະຫະກອນສິນເຊື່ອຊຸມຊົນ ຫຼື (ແຊມາອືລ ກຶມໂກ) ສ. ເກົາຫຼີ ທີ່ໄດ້ທົດລອງຈັດຕັ້ງປະຕິບັດ ຢູ່ ສປປ ລາວ ເລີ່ມແຕ່ປີ 2019 ໂດຍຖືເອົາວຽກງານການເຊື່ອມໂຍງ-ຮ່ວມຕົວ ແລະ ເສີມຂະຫຍາຍການເຂົ້າເຖິງບໍລິການທາງການເງິນຂອງສະຫະກອນ ທີ່ເນັ້ນໃສ່ ການສຶກສາ, ການອອມ ແລະ ການຝາກ ເປັນພື້ນຖານກັບໂຄງການ ICT, ພັດທະນາຊົນນະບົດ, ເພີ່ມລາຍຮັບ, ຄວາມສະເໝີພາບຍິງ-ຊາຍ, ສາທາລະນະສຸກ, ສິ່ງແວດລ້ອມ ຂອງສະຖາບັນການຊ່ວຍເຫຼືອຕ່າງໆ ພາຍໃນປະເທດ ໃຫ້ເປັນໂຄງການກ່ອນໜ້າ/ໂຄງການອະນາຄົດ. ໂອກາດນີ້, ທ່ານ ຫວູຈ໋ອງ ຊິມ ໄດ້ເຊື່ອເຊີນໃຫ້ ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄປຢ້ຽມຢາມບັນດາກິດຈະກໍາທີ່ໄດ້ຮັບຜົນສໍາເລັດ ຂອງສະຫະກອນຢູ່ ສ.ເກົາຫຼີ ພ້ອມທັງ, ເພື່ອປຶກສາຫາລືແລກປ່ຽນບົດຮຽນຕໍ່ວຽກງານດັ່ງກ່າວ ແລະນໍາບົດຮຽນທີ່ໄດ້ຮັບຜົນສໍາເລັດນັ້ນມາຈັດຕັ້ງປະຕິບັດຢູ່ ສປປ ລາວໃຫ້ໄດ້ຮັບໝາກຜົນໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂ່າວສານກະສິກໍາ,ປ່າໄມ້ ແລະ ພັດທະນາຊົນນະບົດ

ກວດແກ້ໂດຍ: ພະແນກຂໍ້ມູນຂ່າວສານການສົ່ງເສີມ ແລະ ເຊື່ອມໂຍງຕະຫຼາດ

Leave a Reply

Your email address will not be published. Required fields are marked *

ງານວາງສະແດງສິນຄ້າກະສິກໍາ

ແຈ້ງການ

ຍຸດທະສາດ

ໜັງ​ສື​ພິມ ເອ​ເລັກ​ໂຕ​ນິກ

ວາລະສານກະສິກໍາ ແລະ ປ່າໄມ້

ຖານຂໍ້ມູນຕ່າງໆ





ວາລະສານການສົ່ງເສີມ

ສະຖິຕິການຜະລິດກະສິກໍາ

ເລື່ອງຫຼ້າສຸດ